ຕຳຫຼວດ ຄົນນຶ່ງ ເສຍຊີວິດ ຍ້ອນຖືກລະເບີດ ຢູ່ບາເຣນ (ວີດິໂອກັບສະໄລດ໌)

ການປະທ້ວງ ຕໍ່ຕ້ານລັດຖະບານ ໃນບາເຣນ

ເຈົ້າໜ້າທີ່ບາເຣນກ່າວວ່າ ຕຳຫຼວດຄົນນຶ່ງທີ່ນະຄອນຫຼວງມານາ
ມາ ໄດ້ເສຍຊີວິດຫຼັງຈາກຖືກລະເບີດທີ່ຄົນຮ້າຍເຮັດຂຶ້ນເອງ ໃນ
ຕອນເຊົ້າ ຂອງວັນສຸກມື້ນີ້ ຂະນະທີ່ພວກປະທ້ວງ ພາກັນລະລຶກ ເຖິງຂີດໝາຍວັນຄົບຮອບສອງປີ ໃນການລຸກຮືຂຶ້ນຕໍ່ຕ້ານຜູ້ປົກ ຄອງປະເທດທີ່ນັບຖືສາສະໜາອິສລາມນິກາຍຊຸນນີ່ນັ້ນ.

ໃນວັນພະຫັດວານນີ້ ເດັກຊາຍໄວລຸ້ນຄົນນຶ່ງ ໄດ້ຖືກຕຳຫຼວດຍິງ
ຕາຍໃນລະຫວ່າງການໂຮມຊຸມນຸມປະທ້ວງຢູ່ໃນເຂດຊານເມືອງ
ຂອງນະຄອນຫຼວງມານາມາ.

Your browser doesn’t support HTML5

Protests in Bahrain Mark Second Anniversary of Uprising


ພວກຝ່າຍຄ້ານສ່ວນໃຫຍ່ທີ່ນັບຖືສາສະໜາອິສລາມນິກາຍຊີໄອ ໄດ້ຮຽກຮ້ອງໃຫ້ມີ
ການນັດຢຸດງານໃນທົ່ວປະເທດເມື່ອວັນພະຫັດວານນີ້ ເພື່ອເປັນຂີດໝາຍວັນຄົບຮອບ
ໃນການລຸກຮືຂຶ້ນ ໃນປີ 2011 ທ່າມກາງກະແສຟອງ ຂອງຂະບວນການເຄື່ອນໄຫວ
ເພື່ອປະຊາທິປະໄຕຢູ່ ໃນບັນດາປະເທດອາຣັບ.

ພວກປະທ້ວງຮຽກຮ້ອງໃຫ້ມີການປະຕິຮູບ ໄປສູ່ປະຊາທິປະໄຕຢູ່ໃນບາເຣນ ແລະສິ້ນສຸດ
ການປົກຄອງຂອງກະສັດ ທີ່ນັບຖືສາສະໜາອິສລາມນິກາຍຊຸນນີ່ ທີ່ເບິ່ງຄືວ່າ ຈຳແນກ
ກີດກັນຕໍ່ພວກຊົນກຸ່ມນ້ອຍ ທີ່ນັບຖືສາສະໜາອິສລາມນິກາຍຊີໄອນັ້ນ.

ການປະທ້ວງຂີດໝາຍ ຄົບຮອບປີທີສອງຂອງ ການລຸກຮືຂຶ້ນ ຢູ່ບາເຣນ