ປະຊາຊົນປະທ້ວງ ໃນເມືອງ Charlotte ຫຼັງຈາກ ໄອຍະການ ບໍ່ລົງໂທດຕຳຫຼວດ

ພວກປະທ້ວງເດີນຂະບວນຜ່ານຕອນເໜືອຂອງເມືອງ Charlotte, ລັດ North Carolina ຫຼັງຈາກ ໄອຍະການເຂດ ບໍ່ເອົາຜິດຕໍ່ຕຳຫຼວດໃນການຍິງທ້າວ Keith Scott ເສຍຊີວິດ, 30 ພະຈິກ, 2016.

ຜູ້ປະທ້ວງປະມານ 100 ຄົນ ໄດ້ເຕົ້າໂຮມກັນ ຢູ່ນອກກອງ​ບັນຊາ​ການຕຳຫຼວດໃນເມືອງ Charlotte ລັດ North Carolina ໃນຕອນຄ່ຳ ຂອງວັນພຸດວານນີ້ ຫຼັງຈາກໄອຍະການ ໄດ້ປະກາດວ່າ ຈະບໍ່ມີການຕັ້ງຂໍ້ຫາຕໍ່ເຈົ້າໜ້າທີ່ຜູ້ທີ່ໄດ້ຍິງ ແລະເຮັດໃຫ້ຜູ້ຊາຍຜິວດຳຄົນ ໜຶ່ງເສຍ ຊີວິດໃນເດືອນກັນຍາທີຜ່່ານມາ.

ການປະທ້ວງ​ໄດ້ດຳ​ເນີນ​ໄປ​ດ້ວຍສະຫງົບ, ເຊິ່ງກົງກັນຂ້າມກັບການກໍ່ຈະລາຈົນ 2 ມື້ຫຼັງ ຈາກກາຍຕາຍ ຂອງທ້າວ Keith Lamont Scott. ການປະທ້ວງດັ່ງກ່າວ​ເຮັດໃຫ້ມີຄົນ ເສຍຊີວິດໜຶ່ງຄົນ ແລະຫຼາຍຄົນໄດ້ຮັບບາດເຈັບ ແລະຖືກຈັບກຸມ. ຜູ້ປົກຄອງລັດ North Carolina ທ່ານ Pat McCrory ໄດ້ປະກາດພາວະສຸກເສີນແລະບັນດາຜູ້ນຳຂອງເມືອງ ໄດ້ປະກາດຫ້າມອອກນອກບ້ານໃນຕອນກາງຄືນ ເພື່ອເຮັດໃຫ້ສະຖານະການກັບຄືນສູ່ ປົກກະຕິ.

ພວກຜູ້ປະທ້ວງບາງຄົນ​ໃນວັນພຸດວານນີໄດ້ໃຊ້ການຊຸມນຸມກັນ ເພື່ອເນັ້ນເຖິງຄວາມເປັນ ຫ່ວງ ຕໍ່ການໃຊ້ກຳລັງໂດຍຕຳຫຼວດໂດຍສະເພາະ ກັບພວກຊົນກຸ່ມນ້ອຍ.

ທະນາຍຄວາມຂອງຄອບຄົວທ້າວ Scott ກໍໄດ້ສະແດງຄຳເຫັນທີ່ຄ້າຍຄືກັນ ບໍ່ດົນຫຼັງ ຈາກໄອຍະການໄດ້ປະກາດວ່າ ຈະບໍ່ມີການຕັ້ງຂໍ້ຫາໃດໆ.

ທະນາຍຄວາມ Justin Bamberg ໄດ້ກ່າວວ່າ “ນີ້ບໍ່ໄດ້ໝາຍຄວາມວ່າ ການຂ້າທ້າວ Keith ຂອງຕຳຫຼວດຄົນນີ້ແມ່ນຖືກຕ້ອງ. ຄວາມໝາຍທັງໝົດນັ້ນກໍແມ່ນວ່າ ພາຍໃຕ້ ການພິຈາລະນາຂອງພະ​ແນ​ກຍຸຕິທຳປະຈຳ​ເມືອງນັ້ນ ມັນບໍ່ແມ່ນການ​ກະທຳຄວາມ ຜິດ. ແລະ ສິ່ງດັ່ງກ່າວ ນັ້ນແມ່ນແຕກຕ່າງກັນໂດຍຊິ້ນເຊີງ.”

ຕຳຫຼວດ Brentley Vinson ​ເຊິ່ງ​ເປັນ​ຄົນ​ຜິວ​ດຳ​ຄື​ກັນ​ ​ກ່າວຫຼັງຈາກທີ່​ໄດ້​ມີ​ການ​ຍິງ​ທ້າວ Scott ​ວ່າ ລາວ​ເປັນ​ຄົນ​ຍິງ​ຜູ້ກ່ຽວ​ເອງ.

ຫົວໜ້າພະ​ແນ​ກ​ຍຸຕິ​ທຳຂອງ​ເມືອງ Charlotte Mecklenberg ທ່ານ Andrew Murray ໄດ້ປະກາດໃນວັນພຸດວານນີ້ວ່າ “ຂ້າພະເຈົ້າເຊື່ອວ່າເຈົ້າໜ້າທີ່ Vinson ໄດ້ປະຕິບັດ ໜ້າທີ່ຢ່າງຖືກຕ້ອງຕາມກົດໝາຍ.” ແລະ ກ່າວວ່າ ໄອຍະການທັງ 15 ທ່ານຢູ່ໃນກຸ່ມໄດ້ ລົງຄະແນນສຽງຢ່າງເປັນເອກະສັນກ່ຽວ​ກັບຄະດີດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ