ມີຜູ້ນຶ່ງ ໄດ້ຖືກຍິງຕາຍ ໃນຕອນແລງຂອງວັນພຸດວານນີ້ ທີ່ເມືອງ Charlotte ລັດ North Carolina ໃນຂະນະທີ່ພວກປະທ້ວງໂຮມຊຸມນຸມກັນເປັນຄືນທີສອງເພື່ອຕອບໂຕ້ຕໍ່ການຍິງສັງຫານຜູ້ຊາຍອາເມຣິກັນເຊື້ອສາຍອາຟຣິກາຄົນນຶ່ງ.
ຜູ້ປົກຄອງລັດ North Carolina ໄດ້ປະກາດພາວະສຸກເສີນຢູ່ທີ່ເມືອງ Charlotte ແລະສົ່ງກຳລັງຮັກສາດິນແດນໄປຍັງເມືອງດັ່ງກ່າວ.
ໃນຕອນຫົວຄ່ຳນັ້ນ ໄດ້ມີການເດີນຂະບວນ ດ້ວຍຄວາມສະຫງົບ ແຕ່ຕໍ່ມາ ໄດ້ກາຍເປັນ ຄວາມຮຸນແຮງ ໂດຍມີການປະທະກັນລະເບີດຂຶ້ນລະຫວ່າງຕຳຫຼວດທີ່ຢູ່ໃນຊຸດປາບຈະ ລາຈົນແລະພວກປະທ້ວງ. ເຈົ້າໜ້າທີ່ໄດ້ຍິງລະເບີດນ້ຳຕາເຂົ້າໃສ່ເພື່ອຂັບໄລ່ຝູງຊົນໃຫ້
ແຕກພ່າຍໜີ. ບາງຄົນໄດ້ພາກັນທັບແກ້ວປ່ອງຢ້ຽມຂອງຮ້ານຄ້າແລະຈູດໄຟຢູ່ກາງທາງ.
ແຜນທີ່ເມືອງ Charlotte ລັດ North Carolina ບ່ອນທີ່ທ້າວ Keith Lamont Scott ຖືກຍິງ
ສະຖານະການສ່ວນໃຫຍ່ໃນຕອນເຊົ້າວັນພະຫັດມື້ນີ້ ແມ່ນງຽບສະຫງົບ.
ເຈົ້າໜ້າທີ່ລັດຖະບານຂອງເມືອງ Charlotte ໃນຂັ້ນຕົ້ນກ່າວວ່າ ມີຄົນນຶ່ງໄດ້ຖືກຂ້າຕາຍໃນຄືນວັນພຸດ ຊຶ່ງຖືກຍິງ ໂດຍພົນລະເຮືອນອີກຄົນນຶ່ງ ບໍ່ແມ່ນຕຳຫຼວດ ແຕ່ຕໍ່ມາກ່າວວ່າ ບຸກຄົນຜູ້ນັ້ນໄດ້ຮັບບາດເຈັບສາຫັດ. ກົມຕຳຫຼວດທີ່ເມືອງ Charlotte ກ່າວວ່າ ເຈົ້າໜ້າທີ່ 4 ຄົນໄດ້ຮັບບາດເຈັບ ແຕ່ບໍ່ແມ່ນບາດເຈັບສາຫັດ.
Your browser doesn’t support HTML5
In Photos: Charlotte, North Carolina Protest Day 2
ໃນວັນອັງຄານຜ່ານມາ ຊຶ່ງເປັນຄືນທຳອິດຂອງການປະທ້ວງ ມີ 24 ຄົນໄດ້ຮັບບາດເຈັບ ຮວມທັງຕຳຫຼວດ 16 ຄົນ.
ເຈົ້າຄອງກຳແພງ Jennifer Robert ໄດ້ຮ້ອງຂໍໃຫ້ທຸກຄົນຕັ້ງຢູ່ໃນຄວາມສະຫງົບໂດຍກ່າວວ່າ ເມືອງ Charlotte ແມ່ນເຄີຍເປັນບ່ອນ ທີ່ຜູ້ຄົນສາມາດໂອ້ລົມກັນແບບສັນຕິ.
ທ່ານນາງກ່າວໃນການໃຫ້ສຳພາດແກ່ໂທລະພາບ CNN ວ່າ “ນີ້ບໍ່ແມ່ນທີ່ພວກເຮົາເປັນ.”
Your browser doesn’t support HTML5
More Protests Follow Police Shootings of African-American Men
ການປະທ້ວງດັ່ງກ່າວແມ່ນເພື່ອຕອບໂຕ້ຕໍ່ການຍິງສັງຫານ ທ້າວ Keith Lamont Scott ທີ່ຫ້ອງແຖວແຫ່ງນຶ່ງ. ຕຳຫຼວດກ່າວວ່າ ເຂົາເຈົ້າພວກຊອກຫາ ອີກຄົນນຶ່ງ ເວລາເຂົາເຈົ້າເຫັນທ້າວ Scott ອອກມາຈາກລົດພ້ອມກັບອາວຸດປືນ ແລະເຈົ້າໜ້າທີ່ໄດ້ຍິງຜູ້ກ່ຽວຫລັງຈາກລາວບໍ່ຟັງຄຳເຕືອນໃຫ້ຖິ້ມອາວຸດລົງ.
Your browser doesn’t support HTML5
US Police Shooting