ຕຳຫຼວດໃນນະຄອນ Las Vegas ລັດ Nevada ທາງພາກຕາເວັນຕົກຂອງສະຫະລັດ
ໄດ້ກວດພົບປືນ 23 ກະບອກ ໃນຫ້ອງໂຮງແຮມ ທີ່ Las Vegas ບ່ອນທີ່ຜູ້ຊາຍຄົນນຶ່ງ
ໄດ້ຍິງກາດເຂົ້າໃສ່ຝູງຊົນ ທີ່ຮ້າຍແຮງສຸດ ໂດຍມືປືນພຽງຄົນດຽວໃນປະຫວັດສາດ
ສະຫະລັດ ຫວ່າງມໍ່ໆມານີ້. ເຈົ້າໜ້າທີ່ຍັງໄດ້ຄົ້ນພົບ ປືນອີກ 19 ກະບອກ ໃນເຮືອນ
ຫຼັງນຶ່ງຂອງລາວ ແລະໄດ້ອອກຄົ້ນຢູ່ເຮືອນອີກຫຼັງນຶ່ງ.
ພວກເຈົ້າໜ້າທີ່ ໄດ້ລະບຸມືປືນຄົນດັ່ງກ່າວນັ້ນວ່າ ແມ່ນທ້າວ Stephen Paddock
ໄວ 64 ປີ ຈາກເມືອງ Mesquite ລັດ Nevada. ພວກເຂົາເຈົ້າໄດ້ກ່າວ ໃນວັນຈັນ
ວານນີ້ວ່າ ມີ 59 ຄົນ ໄດ້ເສຍຊີວິດ ແລະ 527 ຄົນ ບາດເຈັບ.
ເບິ່ງວີດີໂອ: ການຍິງສັງຫານ ທີ່ນະຄອນ Las Vegas
Your browser doesn’t support HTML5
Police in Las Vegas Have No Clues As To Shooter's Motives
ສິ່ງທີ່ຍັງບໍ່ທັນຈະແຈ້ງເທື່ອນັ້ນ ຄືວ່າ ແມ່ນຫຍັງເປັນສາເຫດໃຫ້ມືປີນ ທີ່ຢູ່ຊັ້ນທີ 32
ຂອງໂຮງແຮມ Mandalay Bay ໄດ້ຍິງກາດເຂົ້າໃສ່ຝູງຊົນ ປະມານ 22 ພັນຄົນ
ທີ່ໄປຊົມ ການສະແດງດົນຕີຂອງນັກຮ້ອງດັງລູກທົ່ງອາເມຮິກັນ Jason Aldean
ທີ່ໄດ້ສະແດງໃນວັນອາທິດຜ່ານມານີ້.
“ພວກເຮົາ ແມ່ນໄດ້ອອກຕາມລ່າ ແລະຄົ້ນຫາຂໍ້ມູນໃດໆ ທີ່ກ່ຽວຂ້ອງກັບປະຫວັດ
ຊີວິດ ເບື້ອງຫຼັງຄວາມເປັນມາຂອງຜູ້ກ່ຽວ,” ນັ້ນແມ່ນຄຳເວົ້າຂອງຮອງຫົວໜ້າ
ຕຳຫຼວດໃນເຂດ ເມືອງ Clark ທ່ານ Todd Fasulo ທີ່ໄດ້ບອກກັບພວກນັກຂ່າວ.
ບັນດານັກສຶກສາຈາກມະຫາວິທະຍາໄລ ແຫ່ງລັດ Nevada ທີ່ Las Vegas ໄດ້ເຕົ້າໂຮມກັນ ເພື່ອໄວ້ອາໄລ, 2 ຕຸລາ 2017, ທີ່ນະຄອນ Las Vegas.
ທ່ານ Fasulo ໄດ້ກ່າວຢ້ຳວ່າ ເຈົ້າໜ້າທີ່ເຊື່ອວ່າ ທ້າວ Paddock ແມ່ນໄດ້ໂຈມຕີ
ພຽງລຳພັງຄົນດຽວ ແລະບໍ່ໄດ້ມີການຂົ່ມຂູ່ໃດໆ ຕໍ່ນະຄອນ Las Vegas.
ໃນກອງປະຊຸມຖະແຫຼງຂ່າວກ່ອນໜ້ານີ້ ຜູ້ບັນຊາການຕຳຫຼວດທ່ານ Joseph
Lombardo
ໄດ້ກ່າວວ່າ “ຂ້າພະເຈົ້າບໍ່ສາມາດ ເຂົ້າເຖິງຄວາມຄິດອ່ານ ໃນສະໝອງຂອງ
ມືປືນ ທີ່ເປັນໂຣກຈິດ ໃນຂະນະນີ້.”
ທ້າວ Eric ຜູ້ເປັນນ້ອງຊາຍຂອງ ທ້າວ Paddock ຫາກໍໄດ້ອອກມາເວົ້າ ໃນຂະນະທີ່
ຕຳຫຼວດສອບຖາມເຖິງສາເຫດຂອງການຍິງສັງຫານທີ່ວ່ານີ້ ຊຶ່ງລາວໄດ້ກ່າວວ່າ
ຄອບຄົວຂອງຂ້ອຍແມ່ນ “ຫວາດກົວ ແລະຕົກໃຈ ງຸນງົງໄປໝົດ.”
ປະມວນພາບຂອງການໄວ້ອາໄລ ຕໍ່ພວກເຄາະຮ້າຍ ທີ່ຖືກສັງຫານ ໃນນະຄອນ Las Vegas
ລາວກ່າວວ່າ ອ້າຍຂອງລາວ ແມ່ນເປັນຜູ້ທີ່ມີຖານະດີ ແລະບໍ່ຊາບເຖິງຊີວິດ
ທາງການເມືອງ ແລະສາສະໜາທີ່ລາວນັບຖື ຫຼືພົວພັນນຳ, ບໍ່ມີການພົວພັນ
ກັບກຸ່ມຜີວຊາວຫົວຊາດນິຍົມທີ່ຖືວ່າຕົນເອງວິເສດນັ້ນ ແລະບໍ່ມີປະຫວັດທາງ
ດ້ານໂຣກຈິດໃດໆ.
“ລາວເອົາປືນກົນ ພວກນີ້ ມາຈາກໃສ? ລາວແມ່ນຄົນທີ່ອາໃສຢູ່ໃນເຂດເມືອງ
Mesquite ແລະຂັບລົດລົງໄປຫຼິ້ນການພະນັນ ໃນ Las Vegas,” ຊຶ່ງທ້າວ
Eric Paddock ໄດ້ກ່າວໄວ້.
ທ້າວ Eric Paddock ຍັງໄດ້ກ່າວວ່າ ພໍ່ຂອງພວກເຂົາເຈົ້ານັ້ນ ເຄີຍໄດ້ປຸ້ນ
ທະນາຄານມາແລ້ວຄັ້ງນຶ່ງ ແລະຍັງຢູ່ໃນລາຍຊື່ທີ່ທາງການຕ້ອງການຕົວທີ່ສຸດ
ຫຼື Most Wantedຂອງອົງການສືບລັບສັນຕິບານກາງ ສະຫະລັດ ຫຼື FBI.
ທາງອົງການ FBI ເອີ້ນລາວວ່າ ເປັນໂຣກຈິດ ແລະເປັນອັນຕະລາຍ, ແຕ່ວ່າ
ອ້າຍຂອງລາວນັ້ນ ແມ່ນບໍ່ໄດ້ມີສ່ວນພົວພັນກ່ຽວ ຂ້ອງ ກັບພໍ່ຂອງພວກກ່ຽວ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຢືນຄຽງຂ້າງສະຕີໝາຍເລກນຶ່ງ ທ່ານນາງ Melania Trump, ຮອງປະທານາທິບໍດີ ທ່ານ Mike Pence ພ້ອມດ້ວຍພັນລະຍາ ທ່ານນາງ Karen (ຂວາ) ຢືນກົ້ມຫົວຄຳນັບໃຫ້ແກ່ພວກເຄາະຮ້າຍ ທີ່ເສຍຊີວິດຈາກການຍິງກາດໃສ່ຝູງຊົນ ທີ່ Las Vegas ໃນທຳນຽບຂາວ, ວໍຊີງຕັນ, 2 ຕຸລາ 2017.
ກຸ່ມລັດອິສລາມ ໄດ້ອອກມາອ້າງເອົາຄວາມຮັບຜິດຊອບ ໂດຍກ່າວວ່າ ມືປືນ
ດັ່ງກ່າວ ແມ່ນນຶ່ງໃນພວກ “ທະຫານ” ຂອງຕົນແລະໄດ້ປ່ຽນເຂົ້າມານັບຖືສາ
ສະໜາອິສລາມໃນຮອບຫຼາຍເດືອນຜ່ານມານີ້. ອົງການ FBI ກ່າວວ່າ ຍັງບໍ່ທັນ
ມີຫຼັກຖານທີ່ວ່າ ທ້າວ Paddock ມີສ່ວນພົວພັນແລະກ່ຽວຂ້ອງກັບກຸ່ມກໍ່ການ
ຮ້າຍນາໆຊາດ ແຕ່ຢ່າງໃດ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ
ເຊີນຊົມ: ທ່ານທຣຳ ເວົ້າກ່ຽວກັບ ເຫດຍິງກັນ ທີ່ນະຄອນ Las Vegas
Your browser doesn’t support HTML5
Trump Describes Las Vegas Shooting as 'Act of Pure Evil'