ຕຳຫຼລວດສອບສວນ ນາຍົກ ເນຕັນຢາຮູ ໃນຂໍ້ກ່າວຫາ ສໍ້ລາດບັງຫຼວງ

ພວກປະທ້ວງອິສຣາແອລ ພາກັນຖືປ້າຍ ໃນຂະນະທີ່ຕຳຫຼວດ ມາເຖິງ ບ້ານພັກນາຍົກລັດຖະມົນຕີ ອິສຣາແອລ ທ່ານເນຕັນຢາຮູ ເພື່ອສອບສວນການກ່າວຫາສໍ້ລາດບັງຫຼວງ ວັນທີ 17 ສິງຫາ 2018.

ຕຳຫຼວດ​ໄດ້​ສອບ​ຖາມ​ນາຍົກລັດຖະມົນຕີອິສຣາ​ແອລ ທ່ານ​ເບັນ​ຈາ​ມິນ ​ເນ​ຕັນ​ຢາ​ຮູ
ໂດຍເປັນ​ພາກສ່ວນນຶ່ງຂອງ​ການ​ສື​ບສວນໃນຂໍ້ກ່າວ​ຫາວ່າທ່ານ​ສໍ້​ລາດ​ບັງ​ຫຼວງ.

ຕຳຫຼວດ​ໄດ້​ໄປ​ເຖິງ​ບ້ານ​ພັກ​ຂອງ​ທ່ານ​ເນ​ຕັນ​ຢາ​ຮູ ​ໃນ​ຕອນ​ເຊົ້າວັນ​ສຸກ​ມື້​ນີ້ ຊຶ່ງຢູ່ທີ່ນັ້ນ
ມີ​ເດີນຂະບວນ​ໄດ້​ພາກັນ​ໄປເຕົ້າ​ໂຮມກັນເພື່ອ​ປະ​ທ້ວງ​ນາຍົກລັດ ຖະມົນຕີ ໂດຍໄດ້
ຍົກ​ປ້າຍໃຫຍ່​ປ້າຍອັນທີ່​ນຶ່ງຂຽນວ່າ “ນາຍົກລັດຖະ ມົນຕີທີ່ ກະທຳ​ຜິດທາງອາດຍາ.”

ທ່ານເນ​ຕັນ​ຢາ​ຮູ ​ໄດ້​ຖືກ​ສອບ​ຖາມ​ກ່ຽວ​ກັບ​ວ່າ ທ່ານ​ໄດ້​ສົ່ງ​ເສີ​ມ​ກົດ​ລະບຽບທີ່​ທ່ານມັກ
ເພື່ອອໍານວຍໃຫ້​ບໍລິສັດ​ໂທ​ລະ​ຄົມມະນາຄົມບີ​ເຊັກ ​ໄດ້ຮັບຜົນ​ກຳ​ໄລ ເພື່ອເປັນ​ການ
​ແລກປ່ຽນກັບການອອກຂ່າວກ່ຽວກັບທ່ານ​ເອງພ້ອມ​ກັບພັນລະຍາ ​ທ່ານ​ ຢູ່​ບ່ອນອອກ
​ຂ່າວ ທີ່​ບໍລິສັດ​ເບີເຊັກເປັນ​ເຈົ້າຂອງນັ້ນ.

ຕຳຫຼວດ​ໄດ້​ສະ​ເໜີໃຫ້​ຟ້ອງ​ຮ້ອງທ່ານ​ເນ​ຕັນ​ຢາ​ຮູ ຢູ່​ໃນ​ຄະດີ​ສໍ້​ລາດ​ບັງ​ຫຼວງອັນອື່ນ ອີກ
ສອງກະທົງ.

ທ່ານນາຍົກລັດຖະມົນຕີທ່ານນີ້ ​ໄດ້​ປະຕິ​ເສດວ່າຕົນບໍ່ໄດ້​ກະທຳ​ຜິດໃດໆ ໂດຍບໍ່​ຫົວຊາ
​ກັບ​ການ​ກ່າວ​ຫາຕໍ່ທ່ານວ່າ ເປັນການຊອກຈັບຜິດຂອງພວກສື່​ຂ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Israel Netanyahu