ຕຳຫຼວດອີຈິບກ່າວວ່າ ພວກເຂົາເຈົ້າໄດ້ສັງຫານຜູ້ຕ້ອງສົງໄສເປັນສະມາຊິກກຸ່ມລັດ
ອິສລາມ 6 ຄົນ ໃນການຍິງປະທະກັນ.
ກອງກຳລັງຮັກສາຄວາມປອດໄພ ໄດ້ບຸກເຂົ້າໄປກວດຄົ້ນຫ້ອງພັກທີ່ສົງໄສເປັນບ່ອນ
ຫລົບລີ້ ຂອງພວກຫົວຮຸນແຮງເວລາການປະທະກັນລະເບີດຂຶ້ນໃນວັນຈັນວານນີ້.
ພວກຫົວຮຸນແຮງທັງໝົດ 6 ຄົນໄດ້ຖືກຂ້າຕາຍ.
ຫ້ອງພັກຮ້າງ ໃນເມືອງ Dairut ທາງພາກໃຕ້ຂອງອີຈິບ “ແມ່ນຖືກໃຊ້ ເປັນບ່ອນ
ປະຕິບັດງານຂອງກຸ່ມ ແລະໃຊ້ກະກຽມໃນການໂຈມຕີກໍ່ການຣ້າຍ ຢູ່ໃນບັນດາ
ແຂວງພາກໃຕ້ຂອງປະເທດ” ນັ້ນຄືຄຳຖະແຫຼງຂອງກະຊວງພາຍໃນອີຈິບ ທີ່ກ່າວຢູ່ໃນລາຍງານສະບັບນຶ່ງ ທີ່ນຳອອກເຜີຍແຜ່ທາງ Facebook ຂອງຕົນ.
ຕຳຫຼວດ ກ່າວວ່າ ພວກເຂົາເຈົ້າໄດ້ຄົ້ນພົບລະເບີດ ປືນກົນ 5 ກະບອກພ້ອມດ້ວຍ
ລູກປືນ.ພວກເຂົາເຈົ້າຍັງໄດ້ພົບເຫັນອຸບປະກອນການໂຄສະນາຊວນເຊື່ອຂອງ
ກຸ່ມລັດອິສລາມທີ່ບັນຈຸ “ຄວາມຄິດແລະຄຳຂັວນຂອງກຸ່ມດັ່ງກ່າວ” ນັ້ນຄຳຄຳຖະແຫຼງຂອງກະຊວງພາຍໃນ.
ຕຳຫຼວດຫຼາຍຮ້ອຍຄົນ ແລະເຈົ້າໜ້າທີ່ທະຫານ ໄດ້ຖືກຂ້າຕາຍຍ້ອນການກໍ່ຄວາມ
ຮຸນແຮງຂອງກຸ່ມລັດອິສລາມ ນັບຕັ້ງແຕ່ປີ 2013 ເປັນຕົ້ນມາ ຊຶ່ງເປັນປີທີ່ພວກ
ທະຫານ ໄດ້ເຮັດລັດຖະປະຫານ ໂຄ່ນລົ້ມຜູ້ນຳທີ່ຖືກເລືອກຕັ້ງ ແບບປະຊາທິປະໄຕ
ກໍຄື ປະທານາທິບໍດີ Mohamed Morsi ຂອງພັກພະລາດອນພາບມຸສລິມ.
ການໂຈມຕີດັ່ງກ່າວ ແມ່ນມີເພີ່ມຂຶ້ນ ໃນໄລຍະສອງສາມເດືອນຜ່ານມານີ້
ໂດຍສະເພາະ ແມ່ນຕໍ່ພວກທີ່ນັບຖືສາສະໜາຄຣິສ ນິກາຍ Coptic ຊຶ່ງເປັນ
ສາສະໜາກຸ່ມນ້ອຍນັ້ນ.
ໃນວັນສຸກແລ້ວນີ້ ມີທະຫານອີຈິບ 23 ຄົນ ໄດ້ຖືກສັງຫານໂດຍການລະເລີດລົດ
ສະຫຼະຊີບໃນເຂດພາກເໜືອ ຂອງແຫຼມ Sinai ຊຶ່ງເປັນການໂຈມຕີທີ່ໃຫຍ່ສຸດ ຕໍ່ກອງ
ກຳລັງຮັກສາຄວາມປອດໄພຂອງອີຈິບ ໃນຮອບຫຼາຍໆປີ.