ມືປືນ ທີ່ສົງໄສຍິງ 3 ຄົນຕາຍ ຢູ່ຄລິນິກ ວາງແຜນຄອບຄົວ ເມືອງ Colorado Spring ຖືກຈັບ

ຕຳຫລວດໃສ່ກັບມື ຜູ້ຊາຍທີ່ຕ້ອງສົງໄສວ່າ ຍິງຢ່າງໜ້ອຍສາມຄົນ ຕາຍ ຢູ່ຄລິນິກວາງແຜນຄອບຄົວ ທີ່ເມືອງ Colorado Spring ລັດ Colorado ວັນທີ 28 ພະຈິກ, 2015.

ເຈົ້າ​ໜ້າ​ທີ່​ຕຳຫລວດ​ຄົນ​ໜຶ່ງ ​ແລະ​ພົນ​ລະ​ເຮືອນ​ສອງ​ຄົນ​ໄດ້​ເສຍ
​ຊີວິດ ​ໃນ​ວັນ​ສຸກ​ວານ​ນີ້ ລະຫວ່າງ​ການ​ຍິງ​ກັນ​ເປັນ​ເວລາ​ຫ້າ​ຊົ່ວ
​ໂມງ ກັບ​ມື​ປືນ ຢູ່​ທີ່​ຄລິ​ນິກວາງ​ແຜນ​ຄອບຄົວ ​ໃນເມືອງ Colo-
rado Spring ລັດ Colorado.

ຕຳຫລວດ​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຈັບໂຕມື​ປືນ​ໄດ້​ແລ້ວ ທີ່​ລະບຸວ່າ​
​ແມ່ນທ້າວ Robert Lewis Dear ອາຍຸ 57 ປີ ​ແລະ​ບັດ​ນີ້​ຕຳ
ຫລວດກຳລັງ​ເຮັດ​ວຽກ ​ເພື່ອ​ໃຫ້​ເປັນ​ທີ່​ແນ່​ໃຈວ່າ ລາວ​ບໍ່​ໄດ້​
ປະລະ​ເບີດ​ໃດໆ​ໄວ້​ຢູ່​ໃນ​ບໍລິ​ເວນ​ດັ່ງກ່າວ.

ໂຄສົກ​ຕຳຫລວດ ຮ້ອຍ​ໂທ Catherine Buckley ກ່າວ​ວ່າ ໄດ້
​ມີ​ການ​ຍິງ​ກັນ​ຢ່າງ​ຫລວງຫລາຍແຕ່​ບໍ່​ມີ​ການ​ສົນທະນາ​ກັນ​ ຈົນ​ກວ່າວ່າ “ບັນ ດາ​ເຈົ້າ​ໜ້າ​
ທີ່​ຕຳຫລວດ ສາ​ມາດ​ຮ້ອງໃສ່​ຜູ້ກ່ຽວ ​ແລະ​ຂໍ​ຮ້ອງ ໃຫ້​ລາວ​ມອບ​ໂຕ” ຢູ່​ໃນ​ຕຶກອາຄານ.

ຜູ້ຍິງສອງຄົນ ໄດ້ຖືກກູ້ໄພອອກຈາກຕຶກ ບ່ອນທີ່ຍິງກັນ

ມີ​ການ​ລະບຸ​ວ່າ ເຈົ້າ​ໜ້າ​ທີ່​ຜູ້​ຖືກ​ຂ້າ​ຕາຍ ແມ່ນທ່ານ Garett Swasey ​ວ່າ​ ອາຍຸ 44 ປີ
​ເປັນສະມາຊິກກົມ​ຕຳຫລວດ​ປະຈຳມະຫາວິທະຍາ​ໄລ Colorado Spring ທີ່ໄດ້ກ່າວ​
ວ່າ ທ່ານ​ໄດ້ໄປ​ຍັງ​ບ່ອນ​ທີ່​ມີ​ການ​ຍິງກັນ ​ເພື່ອ​ສະໜັບ​ສະ​ໜູນ​ຕຳຫລວດປະຈຳ​ເມືອງ.
ພົນລະ​ເຮືອນ​ອີກ​ສອງ​ຄົນ​ໄດ້​ເສຍ​ຊີວິດ​ໃນ​ລະຫວ່າງການ​ປິ່ນປົວ. ອີກ​ເກົ້າ​ຄົນ​ຍັງ​ຢູ່​ໃນ
​ໂຮງໝໍ.

ຕຳຫລວດ​ຍັງ​ພະຍາ​ມຍາມ ເພື່ອໃຫ້​ເປັນ​ທີ່ແນ່​ໃຈວ່າ ຍັງບໍ່​ມີ​ຜູ້​ໃດ​ຕົກຄ້າງ​ຄາ​ຢູ່​ຂ້າງໃນ
ທີ່ຄລິ​ນິກວາງ​ແຜນ​ຄອບຄົວ ​ແລະ​ຕ້ອງການໆ​ປິ່ນປົວຢູ່ ​ແຕ່​ທາງຄລີ​ນິກ ທີ່​ຕັ້ງຢູ່​ໃນ​ເຂດ​
ພູ Rocky Mountains ​ ​ກ່າວ​ວ່າ ພະນັກງານ​ທັງ​ໝົດ ​ແລະ​ຜູ້​ມາ​ປິ່ນປົວ​ໄດ້​ອອກ​ມາ​ຢ່າງ
​ຄົບ​ຖ້ວນ​ແລ້ວ.

Your browser doesn’t support HTML5

US Planned Parenthood Shooting