ຕຳຫຼວດກ່າວວ່າ ສອງຜົວເມຍໄດ້ຍິງສັງຫານ 14 ຄົນ ຢູ່ທີ່ງານ
ລ້ຽງສະຫຼອງ ວັນພັກເທສການຄຣິສມັສເມື່ອວັນພຸດຜ່ານມານີ້ມີ
ລະເບີດທໍ່ 12 ລູກ ວັດຖຸເຮັດລະເບີດຈຳນວນນຶ່ງ ແລະລູກປືນ
ຫລາຍໆພັນລູກ ຢູ່ທີ່ເຮືອນຂອງພວກກ່ຽວ.
ທ້າວ Sayed Rizwan Farook ແລະນາງ Tashfeen Malik
ໄດ້ຖືກຂ້າຕາຍໃນການຍິງຕໍ່ສູ້ກັບຕຳຫຼວດໃນຄຸ້ມທີ່ມີປະຊາຊົນ
ອາໄສຢູ່ ໃກ້ໆກັບສູນຝຶກ ແອບຄົນເສຍອົງຄະ ເມືອງ San Ber-
nardino ບ່ອນທີ່ພວກເຂົາໄດ້ຍິງສັງຫານ 14 ຄົນ ແລະອີກ 21
ຄົນບາດເຈັບ. ເມືອງ San Bernardino ແມ່ນຕັ້ງຫ່າງ ຈາກນະ
ຄອນ Los Angeles ໄປທາງກ້ຳຕາເວັນອອກປະມານ 100 ກິ
ໂລແມັດ.
ຜູ້ບັນຊາການຕຳຫລວດເມືອງ San Bernardino ທ່ານ Jarrod Burguan ກ່າວວ່າ
ສອງຄົນໄດ້ຍິງປືນ 75 ລູກ ແລະປະລົດຫລິ້ນຂອງເດັກນ້ອຍ ທີ່ຫ້າງລະເບີດທໍ່ 3ລູກໃສ່
ໄວ້ ແຕ່ລະເບີດທັງ 3 ບໍ່ໄດ້ແຕກ.
ຄຳຖາມທີ່ໃຫຍ່ສຸດ ສຳລັບບັນດາເຈົ້າໜ້າທີ່ສືບສວນນັ້ນກໍຄື ເປັນຫຍັງຄູ່ຜົວເມຍຈຶ່ງເຮັດ
ໃນສິ່ງທີ່ເຂົາເຈົ້າເຮັດ. ທ້າວ Farook ເກີດຢູ່ນະຄອນ Chicago ເປັນເຈົ້າໜ້າທີ່ກວດກາ
ອະນາໄມ. ເມຍຂອງລາວມາຈາກ ປາກິສຖານ ແລະໄດ້ເຂົ້າມາ ສະຫະລັດ ໂດຍການຂໍ
ວີຊາ ໃນຖານະເປັນຄູ່ໝັ້ນ. ທັງສອງຄົນບໍ່ເຄີຍມີປະ ຫວັດການກະທຳຜິດມາກ່ອນ ແລະ
ບໍ່ໄດ້ຢູ່ບັນຊີລາຍຊື່ບຸກຄົນທີ່ຖືກສິ້ງຊອມ.
ປະທານາທິບໍດີ Barack Obama ກ່າວໃນວັນພະຫັດວານນີ້ວ່າ “ຂ້າພະເຈົ້າ ສາມາດ
ຄໍ້າປະກັນ ຕໍ່ປະຊາຊົນອາເມຣິກັນ ໄດ້ວ່າ ພວກເຮົາຈະໄປເຖິງທີ່ມາຂອງເລື້ອງນີ້.”
ປະທານາທິບໍດີ Obama ຕຳຫລວດ ແລະຫ້ອງການສັນຕິບານ ລັດຖະບານກາງ FBI
ບໍ່ໄດ້ປະຕິເສດ ເຖິງຄວາມເປັນໄປໄດ້ ກ່ຽວກັບເລື້ອງນີ້ວ່າ ອາດເປັນການກໍ່ການຮ້າຍ.
ຍັງເປັນໄປໄດ້ອີກວ່າ ການຍິງສັງຫານອາດນີ້ ອາດພົວພັນກັບການຜິດຖຽງກັນກ່ຽວກັບ
ເລື້ອງວຽກງານ.
ແຕ່ວ່າ ຮອງຫົວໜ້າອົງການ FBI ໃນນະຄອນ Los Angeles ທ່ານ David Bowditch
ກ່າວວ່າ ມັນເປັນແຜນທີ່ແຈ້ງຂາວ.
ທ່ານ Bowdich ກ່າວວ່າ “ມັນເປັນການປະຕິບັດງານທີ່ເຫັນແຈ້ງຢູ່ທີ່ນີ້. ພວກເຮົາຮູ້.
ພວກເຮົາບໍ່ຮູ້ວ່າເປັນຫຍັງ. ພວກເຮົາບໍ່ຮູ້ວ່າ ນີ້ເປັນເປົ້າໝາຍທີ່ໄດ້ຕັ້ງໃຈເອົາໄວ້ ຫລືວ່າ
ມີສິ່ງໃດທີ່ກະຕຸ້ນໃຫ້ລາວເຮັດຢ່າງກະທັນຫັນ.” ທ່ານຍັງກ່າວວ່າ ອົງການ FBI ກຳລັງ
ກວດເບິ່ງເຄື່ອງຄອມພິວເຕີ ເພື່ອຊອກຫາຫລັກຖານ.
ຕຳຫລວດ ກ່າວວ່າ ທ້າວ Farook ໄດ້ໄປຮ່ວມໃນງານກິນລ້ຽງ ແຕ່ໜີອອກໄປ ແລ້ວກັບ
ຄືນມາພ້ອມກັບເມຍຂອງລາວ. ທັງສອງຄົນໄດ້ນຸ່ງເຄຶ່ອງ “ທີ່ທຳການໂຈມຕີ” ຕິດອາວຸດ
ປືນຍາວ ແລະປືນສັ້ນ.
ຮ້ອຍຕຳຫລວດຕີ Mike Madden ແຫ່ງເມືອງ San Bernardino ເປັນຜູ້ທຳອິດ ທີ່ໄດ້
ໄປເຖິງບ່ອນເກີດເຫດ. ທ່ານກ່າວຕໍ່ບັນດານັກຂ່າວວ່າ ເຫດຮ້າຍດັ່ງ ກ່າວ “ແມ່ນຕ່ຳຊ້າ
ຈົນບໍ່ສາມາດອະທິບາຍເປັນຄຳເວົ້າໄດ້” ແລະພວກທີ່ບໍ່ໄດ້ຮັບບາດເຈັບ “ມີຄວາມຢ້ານ
ກົວທີ່ສຸດ” ຢູ່່ໃນໃບໜ້າຂອງເຂົາເຈົ້າ.
ຫັລງຈາກການໂຈມຕີສູນກາງດັ່ງກ່າວແລ້ວ ທັງສອງຄົນພາກັນຫລົບໜີ ໃນລົດ SUV
ສີດຳ ທີ່ຕຳຫລວດໄດ້ພົບເຫັນ ຢູ່ໃກ້ກັບເມືອງ Redlands ຈຶ່ງພາໃຫ້ມີການຍິງກັນເກີດ
ຂຶ້ນ. ພວກເຈົ້າໜ້າທີ່ ໄດ້ຍິງປືນເກືອບ 400 ນັດໃສ່ລົດຄັນດັ່ງ ກ່າວສັງຫານຄູ່ຜົວເມຍ
ຕາຍຄາທີ່. ເຈົ້າໜ້າທີ່ສອງຄົນໄດ້ຮັບບາດເຈັບແຕ່ບໍ່ຮ້າຍແຮງ.
ການສັງຫານໝູ່ ໄດ້ເປັນທີ່ຕຶ່ນຕົກໃຈແກ່ປະຊາຄົມມຸສລິມສະຫະລັດ ຊຶ່ງບັນດາຜູ້ນຳກ່າວ
ວ່າ ເຂົາເຈົ້າພາກັນເສຍອົກເສຍໃຈ ແລະຢ້ານກົວດັ່ງທຸກໆຄົນ.
Your browser doesn’t support HTML5