ການເລືອກຕັ້ງ ປະທານາທິບໍດີ ໃນ ໂປແລນ

  • ໄພສານ ວໍຣະຈັກ

ປະທານາທິບໍດີຊົ່ວຄາວ ຂອງໂປແລນ ທ່ານ BRONISLAW KOMOROWSKI ກ່າວວ່າ ການເລືອກຕັ້ງ ປະທານາທິບໍດີ ຈະມີຂຶ້ນ ໃນວັນທີ 20 ມິຖຸນາ ຈະມານີ້. ໂຄສົກຂອງທ່ານ KOMOROWSKI ກ່າວໃນວັນພຸດ ມື້ນີ້ວ່າ ການເລືອກຕັ້ງຮອບສອງ ຖ້າຫາກມີຄວາມຈຳເປັນ ຈະມີຂຶ້ນ ໃນວັນທີ 4 ກໍຣະກົດ. ການເລືອກຕັ້ງ ກ່ອນກຳນົດ ໄດ້ມີຂຶ້ນ ຍ້ອນການເຖິງແກ່ ອະສັນຍະກຳ ຂອງມື້ລາງ ປະທານາທິບໍດີ LECH KACZYNSKI ໃນອຸບັດຕິເຫດ ເຮືອບິນຕົກ ເມື່ອວັນທີ 10 ເມສາຜ່ານມານີ້. ທີ່ຈິງແລ້ວ ການເລືອກຕັ້ງ ປະທານາທິບໍດີໂປແລນ ກຳນົດຈະຈັດຂຶ້ນ ໃນທ້າຍປີນີ້.