ຫົວເມືອງຕ່າງໆ ແລະຄົນຊັ້ນກາງ ຈະມີ ບົດບາດ ຫຼາຍຂຶ້ນ ໃນປີ 2014 (ສະໄລດ໌)

Một người đàn ông Afghanistan lái chiếc xe bị hư hỏng khỏi nơi xảy ra một vụ tấn công tự sát ở Kabul. Theo giới chức an ninh, vụ đánh bom xe ở trung tâm thủ đô giết chết nhiều người và làm hàng chục người bị thương.

ເນື່ອງ​ຈາກ​ການ​ເສດຖະກິດ​ຟື້ນ​ໂຕ​ຄືນ​ຈາກ​ສະພາບ​ຕົກ​ຕ່ຳ
ຖອຍຫຼັງທີ່​ໄດ້​ຄອບ​ງຳ​ຕະຫຼາດ​ໃນ​ທົ່ວ​ໂລກ ​ເປັນ​ເວລາ​ຫຼາຍ​
ປີຜ່ານມາ ບັດ​ນີ້ປະຊາ​ຄົມ​ໂລກ​ ກຳລັງ​ປະ​ເຊີນກັບ​ສິ່ງ​ທ້າ​ທາຍ
ໃໝ່​ຈຳນວນ​ນຶ່ງ. ​ເຫດການ​ຕ່າງໆ​ທີ່ເບິ່ງ​ຄື​ວ່າ​ຈະ​ສົ່ງ​ຜົນ​ກະທົບ
​ຕໍ່​ສິ່ງ​ແວດ​ລ້ອມ ຄວາມ​ສາມາດ​ທີ່ຍັ້ງຍືນ​ແລະ​ການ​ພັດທະນາ
​ລະຫວ່າງ​ຊາດ​ ຫລາຍທີ່ສຸດແມ່ນຫຍັງ?. ສິງ​ຈະ​ນຳ​ເອົາ​ລາຍ
​ງານ​ຂອງ​ນາງ Rosanne Skirble ຜູ້​ສື່​ຂ່າວ​ວີ​ໂອ​ເອ ທີ່ເວົ້າ
​ເລື້ອງ​ການ​ມອງ​ໄປ​ຂ້າງ​ໜ້າ​ຂອງ​ສະ​ຖາ​ບັນ​ແຫຼ່ງຊັບພະຍາ
ກອນໂລກ ສຳລັບ​ປີ 2014 ເປັນ​ແບບ​ໃດ ນັ້ນ ​ມາສະ​ເໜີ.

Your browser doesn’t support HTML5

ເຊີນຟັງລາຍງານເລື້ອງນີ້


ກຸ່ມ​ຄົ້ນຄວ້າ​ຂອງ​ໂລກ ກຳລັງ​ເພ່ງ​ເລັງ​ໃສ່​ນະ​ໂຍບາຍ​ຕ່າງໆທີ່​ປົກ​ປ້ອງ​ສິ່ງ​ແວດລ້ອມ
​ແລະ​ສະມັດຖະພາບ​ຂອງ​ມັນ ​ເພື່ອ​ຮັບ​ພາລະ​ກັບ​ການ​ເຕີບ​ໂຕ​ຂອງ​ປະຊາກອນ​ໂລກ
ທີ່​ພວມເພີ້ມຂຶ້ນ​ໃນ​ປັດຈຸບັນນີ້. ທ່ານ Andrew Steerປະທານສະຖາບັນແຫລ່ງຊັບ
ພະຍາກອນໂລກຫລື WRI ກ່າວວ່າ ​ໃນ​ປີ 2014ພວກ​ຄົນ​ຊັ້ນ​ກາງ​ຈະ​ຫຼິ້ນ​ບົດບາດ​
ທີ່ສຳຄັນ​ຫຼາຍ​ຂຶ້ນ​ເລື້ອຍໆ​ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ກຸ່ມດັ່ງກ່າວໄດ້​ເຕີບ​ໂຕຈາກ 1 ພັນ​
ລ້ານ​ຄົນ​ໃນປີ​ 1990 ຂຶ້ນ​ເປັນ 3 ພັນ​ລ້ານ​ຄົນ​ໃນ​ປີ 2010. ຈຳນວນປະຊາກອນ​ຂອງ​
ໂລກ​ຄາດ​ວ່າ ຈະ ​ເພີ່ມ​ຂຶ້ນ​ເປັນ 8 ພັນ​ລ້ານຄົນ ​ພາຍ​ໃນ​ປີ 2030 ຊຶ່ງ​ໃນ​ນັ້ນ 5 ພັນ​
ລ້ານ​ຄົນ​ຈະ​ເປັນ​ຄົນ​ຊັ້ນ​ກາງ. ​ເມື່ອ​ມອງ​ເບິ່ງ​ການ​ເຕີບ​ໂຕ​ຂຶ້ນ​ເຊັ່ນ​ນີ້ແລ້ວ ທ່ານ Steer
​ຈຶ່ງໄດ້​ຕັ້ງ​ຄຳຖາມນີ້​ຂຶ້ນ​ມາ:

​“ເຮົາ​ສາມາດ​ມີ​ຄວາມ​ພໍ​ໃຈ​ນຳ​ຄວາມ​ມັ່ງ​ຄັ່ງ​ສົມບູນ​ທີ່​ກຳລັງ​ເພີ່ມ​ຂຶ້ນ​ນີ້ແລະ
​ຄວາມ​ສາມາດ​ທີ່ຍັ້ງ​ຍືນ​ໃນ​ເວລາ​ດຽວ​ກັນ​ໄດ້​ບໍ? ພວກ​ເຮົາ​ເຊື່ອ​ວ່າ ຄຳ​ຕອບ​
ກໍ​ແມ່ນ​ວ່າ ​ແມ່ນ​ແລ້ວ ​ເຮົາມີ​ຄວາມ​ພໍ​ໃຈ ​ແຕ່​ການ​ຕັດສິນ​ໃຈ​ທີ່​ສຳຄັນ​ບາງ​
ຢ່າງ ​ທີ່​ຈະມີຂຶ້ນ​ໃນ​ປີ 2014 ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ວິທີ​ໃດ ​ເຮົາ​ຈະ​ຕັດສິນ​ໃຈ​
ນັ້ນ.”


ທ່ານ Steer ​ເອີ້ນ​ປີ 2014 ​ເປັນ​ປີ​ຂອງ​ຫົວ​ເມືອງໃຫຍ່ໆ ຊຶ່ງ​ທ່ານ​ເວົ້າ​ວ່າ ທຸກໆ​ມື້
ປະຊາ ຊົນ​ຈຳນວນ 270 ພັນ​ຄົນ​ ພາກັນ​ປີນ​ຂຶ້ນ​ຂັ້ນ​ໃດ​ເສດຖະກິດ ​ແລະ​ຍົກ​ຍ້າຍ
​ເຂົ້າໄປ​ຢູ່​ໃນ​ຕົວ​ເມືອງຕ່າງໆ ຊຶ່ງ​ທ່ານ Steer ກ່າວ​ວ່າ:


“ຈຳນວນ 75 ລ້ານ​ຄົນ​ໃນ​ປີ​ນີ້ 75 ລ້ານ​ຄົນ​ໃນ​ປີໜ້າ ຈຳນວນ 750 ລ້ານ
ຄົນໃນ​ທົດ​ສະ​ວັດ​ນີ້ ​750 ລ້ານຄົນ ​ໃນ​ທົດ​ສະ​ວັດ​ໜ້າ​.”


​ໃນ​ຂະນະທີ່​ພວກ​ຫົວ​ເມືອງ​ຕ່າງໆ​ຂັບດັນ​ເສດຖະກິດ​ໂລກ ແຕ່ຫົວເມືອງເຫຼົ່ານີ້​ຍັງ
​ກວມ​ເອົາ 70 ​ເປີ​ເຊັນຂອງ​ດິນ​ຟ້າ​ອາກາດ​ທີ່​ປ່ຽນ​ແປງ​ໃນການ​ສົ່ງ​ຄວັນ​ເສຍ​ຂຶ້ນ​ສູ່
ອາກາດ​ນັ້ນ. ມີການ ຖິ້ມໂທດໃສ່ວ່າ ສະພາບອາກາດເປິ​ເປື້ອນ​ເປັນ​ສາເຫດ​ທີ່​ພາ​
ໃຫ້​ຜູ້​ຄົນ​ເສຍ​ຊີວິດ​ໄປ​ກ່ອນ​ຍັງ ​ບໍ່​ເຖິງ​ເວລາ​ອັນ​ຄວນ 1 ລ້ານ​ຄົນ​ນັ້ນ. ດັ່ງ​ນີ້​ທ່ານ
Steer ຈຶ່ງ​ກ່າວ​ວ່າ ພວກ​ຫົວ​ເມືອງ​ເຫຼົ່າ​ນີ້ ກຳລັງ​ຖືກອອກ​ແບບ​ຄືນ​ໃໝ່​ເພື່ອ​ໃຫ້​ເປັນ
​ບ່ອນ​ທີ່​ເປັນ​ໜ້າ​ຢາກ​ຢູ່​ຫຼາຍ​ຂຶ້ນ. ທ່ານ​ໃຫ້​ຂໍ້​ສັງ​ເກດ​ກ່ຽວກັບປະ​ເທດ Brazil ທີ່​ປະ
ຊາຊົນ​ໃນ​ຈຳນວນ 85 ​ເປີ​ເຊັນ​ພາກັນ​ອາ​ໄສ​ຢູ່​ໃນ​ຫົວ​ເມືອງຕ່າງໆ ​ກຳລັງ​ຢູ່​ໃນ​ຊ່ວງ​
ທີ່​ຈະມີການ​ປ່ຽນ​ແປງ​ໄປ ຊຶ່ງ​ທ່ານ Steer ກ່າວ​ວ່າ:

"ປັດຈຸບັນ​ນີ້ Brazil ມີ​ກົດໝາຍ​ໃໝ່​ທີ່ສຳຄັນສະບັບນຶ່ງ ທີ່​ວ່າ ພວກ 3 ພັນ
ຫົວ​ເມືອງ​ໃນ Brazil ຈະ​ຕ້ອງ​ມີ​ແຜນການ​ເຄື່ອນ​ທີ່​ ຊຶ່ງ​ນີ້​ໝາຍ​ຄວາມ​ວ່າ​
ຈັ່ງ​ໃດ? ພວກ​ເຮົາ​ຄຶດ​ກ່ຽວ​ກັບ​ການ​ຂົນ​ສົ່ງ​ມວນ​ຊົນ ວ່າ​ພວກ​ຜູ້​ຄົນ​ຈະ​ພາ
ກັນ​ເຮັດ​ແນວ​ໃດ​ຈະ​ໄປ​ຮອດ​ທີ່​ນັ້ນ ​ເຂົາ​ເຈົ້າ​ຊິ​ໄປ​ລ້າ​ໄປ​ການ​ນຳ​ຫຍັງ. ມັນ
​ແມ່ນ Brazil ທີ່​ໄດ້ນຳໃຊ້ເປັນຜູ້​ທຳ​ອິດ​ທຳ​ອໍ່ລະບົບ​ຂົນ​ສົ່ງ​ທາງ​ລົດເມ​ທີ່​
ເອີ້ນ​ວ່າ Curitiba Bus Rapid Transit. ປັດຈຸບັນ​ນີ້ມີ​ຜູ້​ຄົນ​ຈຳນວນ​
ຫຼາຍກວ່າ 12 ລ້າ​ນຄົນພາກັນ​ເດີນທາງ​ໄປ​ມາ​ນຳ​ລະບົບ​ດັ່ງກ່າວ​ໃນ​ແຕ່​
ລະ​ມື້. 300 ຫົວ​ເມືອງ​ໃນ​ທົ່ວໂລກທີ່ມີປະຊາກອນເພີ້ມຂຶ້ນຢ່າງວ່ອງໄວ
ໃນເວລານີ້ ກໍພາກັນ​ໃຊ້​ລະບົບ​ຂົນ​ສົ່ງ​ດັງ​ກ່າວ​.”


​ນີ້ຄືການ​ທຳນາຍ​ອີກ​ອັນ​ນຶ່ງ ​ສຳລັບ​ປີ 2014 ​ໃນ​ຂະນະ​ທີ່ໂລກ​ສູນ​ເສຍ​ການ​ປົກ
​ຄຸມຂອງ​ປ່າ​ໄມ້​ ໃນ​ອັດຕາ​ເທົ່າໆ​ກັນ​ກັບ​ໜ້າ​ພຽງ​ຂອງ​ເດີ່ນ​ບານ​ເຕະ 50 ​ແຫ່ງ​ຕໍ່
1 ນາທີ ​ທ່ານ Steer ກ່າວ​ວ່າ:

“ ເນື້ອ​ທີ່​ດິນ ​ຈຳນວນ 2 ​ຕື້​ເຮັກຕາ​ໃນ​ທົ່ວ​ໂລກ​ ສາມາດ​ປ່ຽນ​ແປງ​ໄດ້.”

ອັນ​ນີ້​ເປັນ​ຈຳນວນ​ທີ່​ດິນ ​ເທົ່າ​ກັນ​ກັບ 2 ​ເທົ່າ​ຂອງ​ເນື້ອ​ທີ່ປະເທດ​ຈີນທີ່​ໄດ້​ເສື່ອມ
ລະດັບ​ລົງ ​ແລະ​ເປັນ​ເວລາ​ສຳລັບ​ການ​ປູກ​ປ່າ​ໄມ້ຫຼືການຟື້ນຟູ​ດິນໄຮ່ນາ​ຮົ້ວ​ສວນ
ໃຫ້ກັບ​ຄືນ​ສູ່​ສະພາບ​ເດີມ. ພວກ​ລັດຖະບານ​ປະ​ເທດ​ຕ່າງໆ​ໃນ​ທົ່ວ​ໂລກ​ໄດ້​ໃຫ້​ຄຳ​
ໝັ້ນສັນຍາທີ່​ຈະ​ຟື້ນຟູ​ທີ່​ດິນ​ໃນ​ຈຳນວນ 150 ລ້ານ​ເຮັກຕາ​ຄືນ​ໃໝ່​ພາຍ​ໃນ​ປີ
2020. ທ່ານ Steer ກ່າວ​ວ່າ ການ​ກະທຳ​ເຊັ່ນ​ນີ້ ກໍ​ເທົ່າ​ກັນ​ກັບ​ການ​ອັດ​ໂຮງ​ໄຟ
ຟ້າ​ທີ່​ໃຊ້​ຖ່ານ​ຫິນ​ແລ່ນ 350 ​ແຫ່ງ​ລົງ. ​ເຖິງ​ຢ່າງ​ໃດ​ກໍ​ດີ ຈີນ ຊຶ່ງ​ເປັນ​ປະ​ເທດ​ທີ່​ມີ
​ອາກາດ​ເປິ​ເປື້ອນທີ່​ສຸດ​ໃນ​ໂລກ ​ໄດ້​ສະ​ເໜີ​ທີ່​ຈະ​ສ້າງໂຮງ​ໄຟ ຟ້າ​ທີ່​ໃຊ້​ຖ່ານ​ຫິນ​
ແລ່ນ​ຕື່ມ​ອີກ 363 ​ແຫ່ງ​ໃນ​ພາກສ່ວນ​ພະລັງງານ​ຂອງ​ຕົນ. ນອກ​ນີ້​ທ່ານ Steer
ຍັງ​ໃຫ້​ຂໍ້​ສັງ​ເກດ​ຕື່ມ​ວ່າ ຈີນ​ກຳລັງ​ເອົາ​ບາດກ້າວທີ່​ແຂງ​ຂັນ​ຕ່າງໆ ​ເພື່ອ​ລົດ​ຜ່ອນ
​ການ​ປ່ອຍ​ຄວັນ​ເສຍ​ຂຶ້ນ​ສູ່​ອາກາດ​ ທີ່​ເລີ້ມຕົ້ນ​ດ້ວຍ​ງົບປະມານ​ໃຊ້​ຈ່າຍ 277 ຕື້
​ໂດ​ລາ​ເພື່ອ​ແກ້​ໄຂ​ອາກາດ​ທີ່​ເປິ​ເປື້ອນ ຊຶ່ງ​ທ່ານ Steer ກ່າວ​ຕື່ມ​ວ່າ:

“ອັນ​ນີ້​ເປັນ​ງົບປະມານ​ທີ່​ຈະ​ເລີ້ມ​ຕົ້ນ​ໃນ​ປີ​ນີ້ ການ​ເກືອດ​ຫ້າມ​ສ້າງ​ໂຮງ​
ໄຟຟ້າ​ທີ່​ໃຊ້​ຖ່ານ​ຫິນ​ແລ່ນໃນເຂດ​ເທດສະບານ​ໃຫຍ່ໆ 3 ​ແຫ່ງ​ ຮັດ​ເຄັ່ງ​
ມາດຕະຖານ​ວັດແທກຄວາມເປິ​ເປື້ອນ ຊຶ່ງ​ຈະ​ເຮັດ​ໃຫ້​ພວກ​ໂຮງ​ໄຟຟ້າ​
ທີ່​ແລ່ນ​ດ້ວຍ​ຖ່ານ​ຫິນບາງ​ແຫ່ງ​ ທີ່​ໄດ້​ວາງ​ແຜນ​ກໍ່ສ້າງ​ໄວ້​ກ່ອນນັ້ນ ຈະ
ບໍ່​ເກີດ​ຂຶ້ນ. ​ແລະ​ໃນ​ປີ​ແລ້ວ​ນີ້ 50 ​ເປີ​ເຊັນ​ຂອງ​ພະລັງ​ໄຟຟ້າ​ໃໝ່​ທີ່​ຈີນ​
ໃຊ້​ທັງ​ໝົດ ​ແມ່ນໄດ້ມາ​ຈາກ​ແຫຼ່ງພະລັງງານ​ທີ່​ສາມາດໃຊ້ຄືນໃໝ່ໄດ້."


​ນອກນັ້ນໃນ​ປີ 2014 ​ນີ້ ສະຫະລັດ​ກໍ​ຄາດ​ວ່າ ຈະ​ເປີດ​ເຜີຍ​ກົດລະບຽບ​ໃໝ່​ທີ່​
ຈະ​ຫຼຸດ​ການ ປ່ອຍຄວັນ​ເສຍຈາກ​ພວກ​ໂຮງ​ໄຟຟ້າ​ທີ່​ມີ​ຢູ່​ໃນ​ປັດຈຸບັນ ສະຫະ​ປະ
ຊາ​ຊາດ​ຈະ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ວ່າ​ດ້ວນ​ການ​ປ່ຽນ​ແປງ​ຂອງ​
ດິນ​ຟ້າ​ອາກາດ ພວກ​ປະ​ເທດ​ຕ່າງໆ​ກໍ​ຈະ​ປະກາດ​ແຜນການ ​ເພື່ອ​ລົດ​ຜ່ອນ​ການ
​ປ່ອຍຄວັນ​ເສຍ​ຂຶ້ນ​ສູ່​ອາກາດ ​ແລະ​ການ​ເຈລະຈາ​ກັນຈະ​ດຳ​ເນີນ​ຕໍ່​ໄປສູ່​ເປົ້າ​ໝາຍ
​ໃນ​ການ​ໃຫ້​ມີ​ສົນທິສັນຍາ​ ວ່າ​ດ້ວຍການປ່ຽນແປງຂອງດິນ ຟ້າອາກາດພາຍ​ໃນ​ປີ
2015. ທ່ານ Andrew Steer ກ່າວ​ວ່າ ຄຳ​ຖາມ​ທີ່​ສຳຄັນ​ທີ່​ສຸດ​ທີ່ ໂລກ​ຕ້ອງ​ໄດ້
ແກ້​ໄຂ​ໃນ​ປີ​ນີ້ ກໍ​ແມ່ນ​ວ່າ​ຈະ​ເຮັດ​ວິທີ​ໃດ​ດີ​ເພື່ອ​ຈະ​ເຄື່ອນ​ຍ້າຍ​ໄປ​ສູ່​ການ​ປ່ອຍ ທາດ
carbon ​ໃນ​ລະດັບທີ່​ຕ່ຳລົງ​ໃນ​ອະນາຄົດ ​ແລະຊ່ອຍ​ເສດຖະກິດໄປພ້ອມໆກັນ​
ນັ້ນ.

http://english.share.voanews.eu/flashembed.aspx?t=phg&id=1827418&w=480&h=305&skin=embeded