ກຸ່ມກໍ່ການຮ້າຍ PKK ຖືກກ່າວຫາ ໂຈມຕີດ້ວຍ ລົດລະເບີດ ຢູ່ພາກ ຕາເວັນອອກ ສຽງໃຕ້ ເທີກີ

ຕຳຫຼວດເທີກີ ຢືນຍາມ ຢູ່ໃນເມືອງ Sur ຢູ່ພາຍໃຕ້ ຊຶ່ງມີການ ຫ້າມອອກເຮືອນ ໃນບາງສ່ວນຢູ່ໃນເຂດ ທີ່ມີຊາວເຄີດອາໄສຢູ່ ສ່ວນໃຫຍ່ ຂອງແຂວງ Diyarbaki ຢູ່ທາງພາກຕາເວັນອອກ ສຽງໃຕ້ຂອງເທີກີ, ວັນທີ 12 ມັງກອນ 2016.

ເຈົ້າໜ້າ​ທີ່​ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ເທີ​ກີ​ກ່າວ​ໃນ
​ວັນ​ພະຫັດ​ມື້ນີ້ວ່າ ພວກ​ຫົວ​ຮຸນ​ແຮງຈາກ​ພັກ​ກຳມະກອນ
Kurdistan ຫຼື PKK ທີ່​ທາງ​ການ​ຫ້າມ​ນັ້ນ​ໄດ້ ສັງຫານ 6 ຄົນ
ແລະ​ອີກ​ 39 ຄົນ ​ໄດ້​ຮັບ​ບາດ​ເຈັບ​ ​ໃນ​ການ​ໂຈມ​ຕີ​ດ້ວຍ​ລົດ
​ລະ​ເບີີດ.

​ເຫດ​ລະ​ເບີດ​ດັ່ງກ່າວ ​ເກີດ​ຂຶ້ນ​ເມື່ອ​ຄືນ​ແລ້ວນີ້ ທີ່​ເມື​ອງ Cinar
​ໃນ​ແຂວງ Diyarbakir.

ຖະ​ແຫລ​ງການ​ຈາກ​ຫ້ອງການ​ຂອງ​ເຈົ້າ​ແຂວງ ກ່າ​ວວ່າ ການ​
ໂຈມ​ຕີ​ໃນ​ຄັ້ງນີ້​ແມ່ນ​ແນ​ໃສ່​ປ້ອມ​ຕຳຫຼວດ​ ​ແລະ ​ເຮືອນ​ຢູ່​ຂອງ
​ພວກ​ເຈົ້າໜ້າ​ທີ່​ພ້ອມ​ທັງ​ຄອບຄົວ ທີ່​ຕັ້ງຢູ່​ໃກ້​ຄຽງ.​ ນອກຈາກ​ລະ​ເບີດ​ແລ້ວ ພວກ​ຫົວ​
ຮຸນ​ແຮງ ຍັງ​ໂຈມ​ຕີ​ສະ​ຖານ​ທີ່ ດັ່ງ​ກ່າວ​ດ້ວຍ​ອາວຸດ​ປືນນຳ​ດ້ວຍ.

ເທີກີ ຖິ້ມໂທດໃສ່ PKK ໃນເຫດລະເບີດ

ກຳລັງ​ເທີ​ກີ​ໄດ້​ເປີດ​ສາກ​ໂຈມ​ຕີ​ຮອບ​ໃໝ່​ຕໍ່​ກຸ່ມ PKK ​ໃນ​ເດືອນ​ກໍລະກົດ​ປີ​ກາຍ ​ໃນ​ພາກ​ຕາ​ ເວັນ​ອອກສຽງ​ໃຕ້​ຂອງ​ເທີ​ກີ​ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ເຮັດ​ໃຫ້ການຢຸດ​ຍິງທີ່​ມີ​ມາ​ເປັນ​ເວລາ​ສອງ​ປີກ​ວ່າໆ ລະຫວ່າງ​ພວກ​ຫົວ​ຮຸນ​ແຮງ​ ແລະ​ ລັດຖະບານ ​ແຕກ​ຫັກ​ລົງ.​ ປະທາ​ນາ​ທິບໍດີ Recep Tayyip Erdogan ຍັງ​ໃຫ້​ຄຳ​ໝັ້ນ ສັນຍາ​ຕື່ມ​ອີກ​ໃນ​ເ​ດືອນພະຈິກ​ ທີ່​ຈະ​ສືບ​ຕໍ່​ບຸກ​ໂຈມ​ຕີ​ພວກ​ຫົວ​ຮຸນ​ແຮງ ​ຈົນ​ກວ່າ​ຈະສາ ມາດ​ເອົາ​ຊະນະ​ພວກ​ເຂົາໄດ້.

ທັງ​ເທີ​ກີ ສະຫະລັດ ​ແລະ​ສະຫະພາບ​ຢູ​ໂຣບ ຕ່າງ​ກໍ​ຖື​ວ່າ​ PKK ​ເປັນ​ກຸ່ມ​ກໍ່​ການ​ຮ້າຍ.ບັນຫາ​ຂັດ​ແຍ້​ງລະຫວ່າງ​ເທີ​ກີ ​ແລະ​ກຸ່ມ PKK ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ ແລ້ວ​ 40,000 ຄົນ​ ນັບ​ແຕ່​ປີ​ 1984 ​ເປັນຕົ້ນມາ.

Your browser doesn’t support HTML5

Turkey Blast