ປິ່ນ ຕັນທະວົງ ຊ່າງພາບອາຊີບ ຈາກ Toronto, ການາດາ

ປິ່ນ ຕັນທະວົງ ໃຫ້ສໍາພາດກັບ VOA

ລາຍການຊີວິດຊາວລາວໃນຕ່າງແດນຂອງ VOA ໃນແລງມື້ນີ້ ປິ່ນ ຕັນທະວົງ ຊາວການາດາ ເຊື້ອສາຍລາວ ຈາກ ນະຄອນ Toronto, Canada ຈະມາເລົ່າສູ່ຟັງເຖິງເບື້ອງຫຼັງຄວາມເປັນມາ ກ່ອນທີ່ຈະກາຍມາເປັນຊ່າງພາບອາຊີບ ຊຶ່ງເລີ່ມຈາກການເປັນຊ່າງພາບ ສະມັກຫຼິ້ນກ່ອນ.
ຊາວລາວ ການາດາທີ່ເປັນເຊື້ອສາຍລາວ ກໍບໍ່ໄດ້ແຕກຕ່າງໄປ
ຈາກຊາວລາວ-ອາເມຣິກັນ ເພາະຫຼັງຈາກທີ່ໄດ້ອົບພະຍົບອອກ
ຈາກປະເທດລາວ ນັບຕັ້ງແຕ່ປ່ຽນແປງການປົກຄອງໃນຊຸມປີ
1975 ພຸ້ນ ປິ່ນ ຕັນທະວົງ ກໍຄືຊາວອົບພະຍົບທົ່ວໄປທີ່ມາຕັ້ງ
ຖິ່ນຖ່ານຢູ່ໃນປະເທດການາດາ ໃນປີ 1988 ຊຶ່ງເປັນໜຸ່ມແລ້ວ
ໄດ້ສຶກສາຂັ້ນພື້ນຖານພາອັງກິດ English as a second

ພາບ: ປິ່ນ ຕັນທະວົງ

language. ປິ່ນພະຍາຍາມສຶກສາ ສ້າງເນື້ອສ້າງຕົວປະກອບ
ສ່ວນເປັນພົນລະເມືອງດີຂອງປະເທດທີ່ປິ່ນ ເອງເອີ້ນວ່າບ້ານ.
ປິ່ນເປັນຄົນຂະຍັນທໍາມາຫາກິນ ນອກຈາກ ຈະມີທຸລະກິດ
ສ່ວນຕົວ ມີກິດຈະການຮ້ານອາຫານແລ້ວ ຍັງມາເປີດ ບໍລິສັດ
Long River Photography ນໍາອີກ ຊຶ່ງປິ່ນໄດ້ໂອ້ລົມກັບ
VOA ກ່ຽວກັບບົດບາດໃໝ່ທີ່ຖືວ່າທ້າທ້າຍແລະໄດ້ຊ່ອຍເຫຼືອ
ສັງຄົມແລະເປັນງານທີ່ປິ່ນຮັກ ຊຶ່ງປິ່ນ ເລົ່າໃຫ້ຟັງໃນບົດສໍາພາດ
ດັ່ງຕໍ່ໄປນີ້:

Your browser doesn’t support HTML5

ຟັງການສໍາພາດຂອງ ປິ່ນ ຕັນທະວົງ-01


ຜາ​ຕັ້ງ ວັງ​ວຽງ ພາບ​ໂດຍ: ປິ່ນ ຕັນ​ທະ​ວົງ


ປິ່ນມັກຮັກໃນການຖ່າຍພາບແລະມີຄວາມສາມາດພິເສດ
ຈຶ່ງເປັນທີ່ມັກຮັກຂອງໝູ່ເພື່ອນທີ່ລາວໄດ້ຖ່າຍຮູບໃຫ້
ຈົນເຮັດໃຫ້ປິ່ນ ກາຍມາເປັນຕາກ້ອງອາຊີບໂດຍປະລິ
ຍາຍ ໄດ້ເຂົ້າຮຽນສຶກສາທາງດ້ານຖ່າຍພາບເລັກໆນ້ອຍໆ
ແລະປິ່ນ ມີຄວາມຕັ້ງໃຈ ຢາກຈະສ້າງຊື່ສຽງໃຫ້ປະຊາຄົມ
ລາວໃນສັງຄົມຊາວການາດາເຂດນະຄອນ Toronto,
Canada ຈຶ່ງເປີດບໍລິສັດ Long River Image Studio

ພາບ: ປິ່ນ ຕັນທະວົງ


ໃນເຄື່ອຄ່າຍຂອງບໍລິສັດ Long River Photography
ທີ່ປິ່ນໃຫ້ຄວາມໝາຍວ່າບໍລິສັດຖ່າຍພາບຈະຍາວນານ
ແບບບໍ່ຈົບສິ້ນ ປຽບດັ່ງຄໍາວ່າ Long River ຊຶ່ງປິ່ນ ໄດ້ເລົ່າ
ເພີ່ມຕື່ມວ່າ ຄືຊີວິດສິນລະປິນ, ຊີວິດຊ່າງພາບຈະມີວັນ
ຈົບສິ້ນ, ຮຽນຮູ້ໄປສຶກສາໄປ ບໍ່ມີວັນຈົບ ຊຶ່ງປິ່ນ ໄດ້ເລົ່າ
ໃຫ້ຟັງເພີ່ມຕື່ມວ່າ:

Your browser doesn’t support HTML5

ຟັງການສໍາພາດຂອງ ປິ່ນ ຕັນທະວົງ-02



ປະຈຸບັນປິ່ນ ອາໄສຢູ່ນະຄອນ Toronto, Canada ກັບຄອບຄົວ
ພ້ອມດ້ວຍພັນລະຍາກັບລູກ 2 ຄົນ.

ລາຍການຊີວິດຊາວລາວໃນຕ່າງແດນຈະນໍາແຕ່ເລື່ອງທີ່ມີທັງສາລະ
ແລະໃຫ້ຄວາມບັນເທີງໃນທຸກໆວັນພະຫັດ. ໂປດຄອຍຕິດຕາມ.