ຫັດຖະກໍາ ຖົງປຽດ ຂອງ ເຜົ່າຂະມຸ ຈະນໍາອອກຂາຍ ໃນຕະຫລາດ ທີ່ສະຫະລັດ

ທ່ານ ບູນຊູ ແກ້ວອໍາພອນ ຜູ້ຕາງໜ້າ ອົງການຫລຸດຜ່ອນ ຄວາມທຸກຈົນ ຈາກແຂວງອຸດົມໄຊ, ສປປ ລາວ, ມາຢ້ຽມຢາມ ສະຖານີວິທະຍຸ ວີໂອເອ ທີ່ວໍຊິງຕັນ.

ປະ​ເທດ ສາທາລະນະລັດປະຊາທິປະໄຕປະຊາຊົນ​ລາວ ປະກອບ
​ດ້ວຍ 18 ​ແຂວງ ມີ​ປະຊາກອນ6 ລ້ານ​ກ່ວາ​ຄົນ ທີ່ປະກອບ​ດ້ວຍ
ຢ່າງ​ນ້ອຍ 48 ​ຊົນຊາດຊົນເຜົ່າ.​ ​ແຕ່ລ​ະ​ເຜົ່າມີ ສິນລະປະຮິດຄອງ​
ປະ​ເພນີພື້ນເມືອງແລະວັດ​ທະ​ນາ​ທໍ​າອັນງົດງາ​ມ ​ທີ່​ເຂົາ​ເຈົ້າໄດ້ພາ
ກັນຮັກສາແລະ​ຖ່າຍທອດ ແລະປະຕິບັດກັນ​ມາເປັນ​ເວລາ​ຫລາຍ
ພັນ​ປີ.

ບັດ​ນີ້ ສິນ​ລະ​ປະໂບຮານອັນ​ເກົ່າ​ແກ່ຂອງ​ລາວ ເຊັ່ນວ່າ ການ​ຕໍ່າຫູກ
ການຫຍິບ​ປັກທັກ​ແສ່ວ ​ແລະເຄື່ອງຫັດຖະ​ກໍາ​ຕ່າງໆ ​ທີ່​ເຮັດ​ດ້ວຍສີ
​ໄມ້ລາຍ​ມື​ ໄດ້ຖືກ​ຄົ້ນພົບໂດຍ​ໂລກ​ພາຍນອກ ທີ່​ແລ​ເຫັນ​ເຖິງຄວາມ
ພາກພຽນ​ ແລະ​ຊໍານິຊໍານານຂອງ​ຊົນ​ເຜົ່າ​ລາວ ໃນ​ການ​ຜະລິດ
​ເຄື່ອງຫັດຖະ​ກໍາ ​ທີ່​ປານີດ​ໂດຍບໍ່​ໃຊ້​ເຄື່ອງ​ຈັກອັນທັນສະໄໝ. ​
ເຄື່ອງຫັດຖະກໍາພື້ນເມືອງ​ໂບຣານອັນ​ງົດ​ງາມ ໜ້າ​ງຶດ​ງໍ້ ລັບ​ລີ້ດັ່ງ
ກ່າວ​ນີ້ ບັນດາປະ​ຊາກ​ອນປະເທດ​ອຸດສາຫະກໍາ ​ແມ່ນ​ບໍ່​ມີ​ຄວາມ​ສາມາດ ​ທີ່​ຈະໃຊ້​ເວລາ​ມາ​ນັ່ງ​ປະດິດ​ກັນ​ໄດ້​.

​ເວລາ​ນີ້ ​ເຄື່ອງ​ຫັດຖະ​ກໍາ​ຝີ​ມີ​ປານີດ​ອັນ​ນຶ່ງ​ຂອງ​ເຜົ່າ​ຂະມຸ ຈາກ​ແຂ​ວງອຸດົມໄຊ ກໍາລັງ​ຖືກນໍາ​ມາ​ຈໍາ​ນ່າຍຢູ່​ໃນ​ສະຫະລັດ ​ໃນ​ຖານະ​ເປັນ​ຜະລິດ​ທະ​ພັນ​ທໍາ​ມະ​ຊາດ ສໍາລັບ​ໃຊ້ເປັນຖົງພາຍ​ໃສ່​ເຄື່ອງ ຫລືໃຊ້ແທນ​ຖົງຢາງ ພລາສຕິກ. ຜະລິດ​ຕະພັນ​ທີ່​ວ່າ​ນີ້ ກໍ​ຄື​ຖົງ​ປຽດ ທີ່​ສານ​ດ້ວຍເຄືອ​ໄມ້ ທີ່​ເອີ້ນ​ວ່່າ ເຄືອ​ປຽດ ໃນພາສາ​ລາວ ແຕ່​ຮູ້​ກັນ​ດີ​ຢູ່​ໂລກ​ພາຍ​ນອກ​ ໃນພາສາຍີ​ປຸ່ນວ່າ Kudzu. ​ມັນເປັນ​ເຄືອ​ໄມ້ຊະ​ນິດ​ທີ່ເລືອຍາວ ກ້ຽວ​ກອດ​ຂື້ນ ຕາມຕົ້ນ​ໄມ້ ມີໃບໜາ​ຕຶບ ​ມີ​ຫົວ​ຄື​ກັນ​ກັບມັນ
​ເພົາ ມີດ​ອກສີອິດ. ​ລໍາ​ເຄືອຂອງ​ມັນ​ກົມ​ໃຫຍ່​ເທົ່າ​ກັນກັບ​ນີ້ວມື ​ແລະ​ມັນ​ເປັນ​ເຄືອໄມ້​ທີ່ແຜ່
ຂະຫຍາຍ​ອອກ​ໄປຢ່າງ​ວ່ອງ​ໄວ ແລະຄວບ​ຄຸ​ມຍາກ. ​ເຄືອ​ໄມ້ Kudzu ນີ້ ​ເກີດຢູ່​ທາງພາກ​ໃຕ້​ຂອງຍີ່ປຸ່ນ ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງຈີນ ພາກ​ເໜືອ ຂອງ​ລາວ ແລະບາງລັດທາງພາກ​ໃຕ້ຂອງສະຫະລັດອາ​ເມ​ລິ​ກາ ​ຊຶ່ງມີ​ຊື່ທາງ​ວິທະຍາສາດວ່າ Pueraria lobata.

​ປັດ​ຈຸ​ບັນ​ນີ້ ຫົວ​ຂອງເຄືອປຽດ ຫລື Kudzu ​ໄດ້​ຖືກນໍາມາຜະ​ລິດ​ເປັນຢາ ປິ່ນ​ປົວ ຄົນ​ຂີ້​ເຫລົ້າ ​ຄົນເມົາ​ເຫລົ້າ ​ເຈັບກ້າມ​ເນື້ອ ​ການ​ເດີນ​ຂອງເລືອດໃນຫົວ​ໃຈ ການຫາຍ​ໃຈ ​ແລະ​ປົວ​ມະ​ເຮ​ງ
ຢູ່​ໃນ​ປະ​ເທດ​ຍີ່ປຸ່ນ.

​ແຕ່​ວ່າ ຢູ່​ໃນ​ ສ​ປປ ລາວ ​ເຜົ່າ​ຂະມຸ ໄດ້​ນໍາ​ເອົາ​ເຄືອປຽດ ຫລື Kudzu ​ນີ້​ ມາ​ເຮັດຖົງພາ​ຍ ຊຶ່ງເປັນເຄື່ອງສິນລະປະ ​ຫັດຖະ​ກໍາອັນ​ລໍ້າ​ຄ່າ ປະ​ຈໍາ​ເຜົ່າຂະມຸ ​ມາ​ເປັນ​ເວ​ລາ​ຫລາຍ​ພັນ​ປີ. ​

ຖົງປຽດ ທີ່ຜເລິດໂດຍ ເຜົ່າຂະມຸ ປະເທດລາວ ທີ່ນໍາມາຂາຍຢູ່ໃນ ສະຫະລັດ

ໃນຫວ່າງ​ສອງ​ສາມ​ປີຜ່ານ​ມາ​ນີ້ ຄວາມ​ສໍາຄັນຂອງຖົງ​ປຽດ​ ຫັດຖະ​ກໍາ​ອັນ​ລີ້​ລັບ ຂອງເຜົ່າ​ຂະມຸ ​ໄດ້​ຖືກ​ຄົ້ນພົບ ຈາກ​ໂລກພາຍ​ນອກ ແລະໄດ້ກາຍມາ​ເປັນ​ສີນ​ຄ້າ​ສົ່ງ​ອອກ​ ມາຂາຍ​ຢູ່ໃນທ້ອງຕະຫລາດ​ຂອງສະຫະລັດ ອາເມຣິກາ. ຄຸນ​ນະ​ປະ​ໂຫຍ​ດ​ຂອງຖົງ​ປຽດ ​ກໍ​ຄື
ການ​ນໍາ​ມາໝຸ​ນ​ໃຊ້ຄືນ​ໃໝ່​ໄດ້ ເພາະ​ເປັນເປັນ​ຖົງພາຍ​ຕາ​ໜ່າງທີ່​ຍືດຍຸ່ນ ​ໃຊ້​ບັນຈຸ​ຫລາຍ​ສິ່ງ​ຫລາຍ​ຢ່າງໜັກໆ​ໄດ້. ພື​ດທໍາ​ມະ​ຊາດ ທີ່​ນໍາມາ​ຜະລິດເປັນ​ເຄື່ອງໃຊ້ປະ​ຈໍາໂຕດັ່ງກ່າວ​ນີ້ ​ໄດ້​ກາຍ​ມາເປັນ​ອຸດສາຫະກໍາ ທີ່​ນໍາ​ລາຍ​ໄດ້​ມາ​ສູ່​ຄອບຄົວ​ເຜົ່າ​ຂະມຸ​ ທີ່​ຍາກຈົນ ໂດຍບໍ່ໄດ້​ທໍາລາຍທໍາ​ມະ​ຊາດ ແລະບໍ່​ໄດ້ສ້າງ​ຄວາມ​ເປື້ອນເປີ້ະ ​ໃຫ້ແກ່ສິ່ງ​ແວດ​ລ້ອມໃດໆທັງ​ສີ້​ນ​. ​

​ທ່ານ ບຸ​ນຊູ ​ແກ້ວອໍາພອນ ໜຸ່ມ​ລາວ​ເຜົ່າ​ລື້ ​ ​ເປັນຜູ້​ຕາງໜ້າອົງການຫລຸດ​ຜ່ອນ​ຄວາມທຸກ​ຈົນ ຂອງ​ເຜົ່າ​ຂະມຸ ຫລື Poverty Reduction Project/Khmu-Lao. ທ່ານ ບຸນ​ຊູ ໄດ້ແວ່​ມາ
​ຢ້ຽມຢາມວີ​ໂອ​ເອ ​ໃນ​ໂອກາດ​ເດີນທາງ​ມາ​ວຽກ ທີ່ນະຄອນຫລວງວໍ​ຊິງ​ຕັນ. ​ທ່ານໄດ້ເລົ່າ​ປະວັດ ​ ​ແລະ​ ປະ​ເພນີ ຄວາມ​ເປັນ​ມາຂອງ ຖົງ​ປຽດ ສູ່​ວີໂອເອຟັງ.

ຟັງສຽງທ່ານບຸນຊູໃນລາຍງານ...

ປັດຈຸ​ບັນ​ນີ້ ຖົງ​ປຽດ ຫລື Nature Bag ກໍາລັງ​ຈະຖືກ​ນໍາອອກຈໍາ​ໜ່າຍ​ໃນຕະຫລາດ Whole Food ຊຶ່ງ​ເປັນຕະຫລາດ​ອັນ​ດັບ​ນຶ່ງທີ່​ມີ​ຊື່​ສຽງ ​ຢູ່​ໃນສະຫະລັດ ອາ​ເມ​ຣິກາ. ສີນ​ຄ້າ​ຢູ່​ໃນຕະ
ຫລາດດັ່ງກ່າວ​ນີ້ ລ້ວນ​ແລ້ວ​ແຕ່​ເປັນຜະລິດ​ຜົນທີ່​ເອີ້ນ​ວ່າ organic ຫລື​ຜະລິດຜົນຈາກ​ທໍາ​ມະ​ຊາດ ​ທີ່ບໍ່ໃຊ້​ສານ​ເຄມີ​ ໃນ​ການ​ປູກຝັງ​ເພື່ອບໍລິ​ໂພ​ກ ​ແລະ ການ​ຜະລິດ​ເຄື່ອງໃຊ້ສອຍຕ່າງໆ ​ເພື່ອ​ຊ່ວຍສົ່ງ​ເສີມ ການ​ໝູນວຽນ​ ຮັກສາ​ສິ່ງ​ແວດລ້ອມ.ດ້ວຍ​ເຫດ​ນີ້​ເອງ ຖົງ​ປຽດຂອງ​ເຜົ່າລາວ​ຂະມຸ ຈຶ່ງ​ໄດ້​ຖືກ​ເປັນ​ທີ່​ຮັບ​ຮູ້ ​ແລະ​ນໍາ​ມາວ​າງຂາຍ ທີ່​ຕະຫລາດແຫ່ງ​ນີ້ ຂອງ​ສະຫະລັດ.