ຕຳຫຼວດບັງກລາແດັສກ່າວໃນໃນວັນຈັນມື້ນີ້ວ່າ ເຂົາເຈົ້າໄດ້ຈັບທ້າວຊາຮີດູນລ ອາລຳ
ນັກຖ່າຍຮູບທີ່ມີຊື່ສຽງ ທີ່ລາວໄດ້ເຜີຍແຜ່ຢູ່ໜ້າເຟສບຸກ ແລະຖະແຫຼງການຢູ່ແຫຼ່ງສື່ຂ່າວອື່ນໆກ່ຽວກັບການປະທ້ວງຂອງພວກນັກຮຽນໃນນະຄອນຫຼວງດັກກາ ຮຽກຮ້ອງ
ໃຫ້ມີການບັງຂັບກົດໝາຍຈາລະຈອນທີ່ມີຄວາມປອດໄພ ແລະປ້ອງກັນຄົນຂ້າມທາງ
ເພີ້ມຂຶ້ນ ຢູ່ໃກ້ໆກັບໂຮງຮຽນຕ່າງໆ.
ເຈົ້າໜ້າທີ່ຕຳຫຼວດຄົນນຶ່ງ ທ່ານມົສຊິອູ ຣາຣມານ ກ່າວຕໍ່ອົງການຂ່າວຝຣັ່ງ (AFP) ວ່າ
ທ້າວອາລໍາໄດ້ຖືກນຳໂຕໄປປ້ອມຕຳຫຼວດໃນຕອນເຊົ້າວັນຈັນມື້ນີ້ ແລະໄດ້ຖືກສອບ
ຖາມໃນຖານ “ໃຫ້ຂໍ້ມູນຜິດພາດແກ່ອົງການຂ່າວຕ່າງໆ ທັງມີຄຳເວົ້າທີ່ກໍ່ກວນ.” ທ່ານ
ຣາຣມານ ກ່າວວ່າ ການປະຕິບັດດ້ານກົດໝາຍຈະຖືກດຳເນີນ ຕ້ານນັກຖ່າຍຮູບຄົນນີ້.
ຕຳຫຼວດນອກເຄື່ອງແບບ 30 ຄົນ ໄດ້ນຳໂຕທ້າວອາລໍາ ຈາກເຮືອນຂອງລາວໃນຕອນ
ແລງວັນອາທິດວານນີ້ໄປ.
ພວກນັກຮຽນປະທ້ວງຍັງປະທະກັບຕຳຫຼວດໃນວັນອາທິດວານນີ້ ເປັນມື້ທີ່ແປດຂອງ
ການປະທ້ວງ ພ້ອມກັບຄຳຮຽກຮ້ອງຂອງເຂົາເຈົ້າໃຫ້ປັບປຸງກົດໝາຍຈາລະຈອນໃຫ້ດີ
ຂຶ້ນ ແລະປ້ອງກັນພວກຄົນຂ້າມທາງ.
ໃນຕອນແລງວັນເສົາທີ່ຜ່ານມາ ລົດຄັນນຶ່ງທີ່ນຳພາເອກອັກຄະລັດຖະທູດສະຫະລັດ
ປະຈຳບັງກລາແດັສ ທ່ານນາງມາຣເຊຍ ເບີນິແຄັດ ໄດ້ຖືກໂຈມຕີໂດຍພວກຜູ້ຊາຍຕິດອາວຸດກຸ່ມນຶ່ງ ແຕ່ບໍ່ມີໃຜໄດ້ຮັບບາດເຈັບໃນເຫດການດັ່ງກ່າວ.
ຕຳຫຼວດໄດ້ໃຊ້ແກັສນໍ້າຕາ ແລະໄມ້ຄ້ອນເພື່ອຂັບໄລ່ພວກປະທ້ວງ ໃນຂະນະທີ່ພວກ
ປະທ້ວງພາກັນແກວ່ງກ້ອນຫີນໃສ່.
ພວກນັກຮຽນຫຼາຍພັນຄົນເຂົ້າຮ່ວມປະທ້ວງ ກ່ຽວກັບອຸບັດເຫດການສັນຈອນ ທີ່ເຮັດໃຫ້ເດັກນ້ອຍ ຜູ້ຊາຍ ແລະເດັກນ້ອຍແມ່ຍິງ ເສຍຊີວິດ ຢູ່ເມືອງກັກກາ ປະເທດບັງກລາແດັສ ວັນທີ 5 ສິງຫາ 2018.
ພວກເຫັນເຫດການກ່າວວ່າຕຳຫຼວດ ໄດ້ຍິງລູກປືນຢາງໃສ່ພວກນັກຮຽນປະທ້ວງ ແຕ່
ຕຳຫຼວດໄດ້ປະຕິເສດວ່າບໍ່ໄດ້ໃຊ້ລູກປືນຢາງ.
ທ່ານກ່າວວ່າ ທ້າວອັຟດັສ ຊັບເບຣ ທ່ານໝໍປະຈຳຫ້ອງສຸກເສີນ ກ່າວຕໍ່ອົງການຂ່າວ
ຝຣັ່ງ (AFP) ວ່່າ ໂຮງໝໍຂອງທ່ານໄດ້ປິ່ນປົວນັກຮຽນຫຼາຍກວ່າ 115 ຄົນໃນວັນເສົາ
ວານນີ້ ແລະເຂົາເຈົ້າຈຳນວນນຶ່ງໄດ້ຮັບບາດເຈັບຍ້ອນລູກປືນຢາງ. ນັກຮຽນຈຳນວນ
ນຶ່ງ “ຕົກຢູ່ໃນສະພາບທີ່ຮ້າຍແຮງ.”