ນັກຈິໄຈເຫດການເວົ້າວ່າ ປະຊາຊົນຊາວຟີລິບປິນກໍາລັງຕຽມຕົວຮັບມືກັບສົງຄາມ
ອັນແກ່ຍາວຕ້ານກັບພວກກະບົດຊາວມຸສລິມທີ່ຄຸກຄາມຢູ່ໃນເມືອງແຫ່ງໜຶ່ງຢູ່ທາງ
ພາກໃຕ້ຂອງຟີລິບປິນ ທີ່ຖືກທໍາລາຍໂດການກໍ່ຄວາມຮຸນແຮງ ເຖິງແມ່ນລັດຖະບານ
ໃຫ້ສັນຍາວ່າ ຈະເຮັດໃຫ້ສົງຄາມດັ່ງກ່າວຢຸດຕິໂດຍໄວກໍຕາມ.
ທ່ານ Rodrigo Duterte ປະທານາທິບໍດີຟີລິບປິນ ແລະພວກເຈົ້າໜ້າທີ່ນາຍທະຫານ
ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະຕີກຸ່ມ Maute ໃຫ້ເສຍໄຊຢ່າງໄວວາ ຢູ່ຖານທັບຂອງພວກ
ເຂົາ ຢູ່ເມືອງ Marawi. ພວກນັກວິໄຈເວົ້າວ່າ ການຕໍ່ສູ້ກັນຢູ່ໃນເມືອງດັ່ງກ່າວ ຢູ່ໃນ
ເກາະ Mindanao ມີການຕໍ່ສູ້ກັນເປັນເວລາດົນນານນັ້ນ ສາມາດແກ່ຍາວຕໍ່ໄປຈົນ
ກວ່າວ່າ ກຸ່ມດັ່ງກ່າວຫລື ພວກທີ່ເຫັນພ້ອມກັບເຂົາເຈົ້າໄດ້ທໍາການຂົ່ມຂູ່ແບບກໍ່ການ
ຮ້າຍ ແລະກໍບໍ່ມີສັນຍານທີ່ສະແດງໃຫ້ເຫັນວ່າ ໄພຂົ່ມຂູ່ນັ້ນຈະຫລຸດນ້ອຍຖອຍລົງເລີຍ. ການກໍ່ການຮ້າຍຂອງພວກກະບົດໄດ້ສັງຫານປະມານ 120,000 ນັບແຕ່ຊຸມປີ 1960 ເປັນຕົ້ນມາ ຢູ່ໃນເກາະ Mindanao ແລະຖືກຫລຸດລົງສ່ວນໃຫຍ່ໂດຍຄວາມທຸກຈົນທາງດ້ານພັດທະນາເສດ ຖະກິດຂອງເກາະດັ່ງກ່າວ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ