ຟິລິບ​ປິນ ​ປ່ອນ​ບັດ ​ເລືອກຕັ້ງ ສະພາ ​ໃນ​ມື້​ນີ້ (ວີດິໂອກັບສະໄລດ໌)

ປະຊາຊົນພາກັນ ຊອກຫາຊື່ຂອງຕົນຢູ່ໃນລາຍຊື່ຜູ້ປ່ອນບັດ ທີ່ຕິດຢູ່ນອກສູນກາງປ່ອນບັດ ກ່ອນທີ່ພວກເຂົາເຈົ້າຈະເຂົ້າ ໄປປ່ອນບັດລົງຄະແນນສຽງເລືອກຕັ້ງກາງສະໄໝ ໃນເມືອງ Taguig ເຂດເທດສະບານຂອງນະຄອນຫລວງ ມານີລາ ຂອງຟີລິບປິນ ໃນວັນທີ 13 ພຶດສະພາ 2013.

ປະຊາຊົນຟິລິບ​ປິນພາກັນ​ໄປ​ປ່ອນ​ບັດ​ໃນ​ວັນ​ຈັນ​ມື້​ນີ້ ​ໃນ
ການ​ເລືອກຕັ້ງສະພາ ທີ່​ຖືກ​ເບິ່ງເຫັນວ່າ ຈະເປັນການມອບ
​ສິດອໍານາດໃຫ້ປະທານາທິບໍດີ Benigno Aquino ຈັດ​
ຕັ້ງ​ປະຕິບັດ​ໂຄງການປະຕິຮູບຂອງທ່ານ.

ຜູ້ໄປ​ປ່ອນ​ບັດ​ ​ກໍາລັງ​ເລືອກເອົາ​ເຈົ້າໜ້າທີ່ຫລາຍກວ່າ
18,000 ຄົນ ເຂົ້າຮັບຕໍາແໜ່​ງ ຊຶ່ງລວມມີຜູ້ນໍາໃນທ້ອງຖິ່ນ,
ສະມາຊິກສະພາສູງຫາຍກວ່າ ເຄິ່ງນຶ່ງ​ຂອງ​ຈໍານວນທັງ​ໝົດ 24 ຄົນ ແລະບັນດາຜູ້ແທນຫລາຍຮ້ອຍຄົນ ເຂົ້ານັ່ງໃນສະພາຕໍ່າ.

ປະທານາທິບໍດີ Aquino ໄດ້ເຂົ້າກໍາອໍານາດໂດຍການເລືອກ
ຕັ້ງທີ່ທ່ານ​ ໄດ້​ຮັບ​ຄະ​ແນນ​ສຽງ​ຢ່າງ​ຖ້ວມ​ລົ້ນ ໃນປີ 2010 ໂດຍໃຫ້ຄໍາໝັ້ນສັນຍາວ່າ ຈະ
ຕໍ່ຕ້ານການສໍ້ລາດບັງຫລວງ ທີ່ທ່ານກ່າວວ່າ ເປັນຕົ້ນເຫດຂອງຄວາມທຸກຈົນທີ່ມີຢູ່ຢ່າງ
ແຜ່ຫລາຍນັ້ນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

Your browser doesn’t support HTML5

ການເລືອກຕັ້ງ ສະພາ ທີ່ຟິລິບປິນ



ທ່ານໄດ້ຮັບຄະແນນນິຍົມສູງ ຍ້ອນການດໍາເນີນຄະດີຕໍ່ເຈົ້າໜ້າທີ່ ທີ່ສໍ້ລາດ ບັງຫລວງ ຊຶ່ງ
ລວມທັງອະດີດ​ປະທານາທິບໍດີ Gloria Arroyo ທີ່ທ່ານ ຂຶ້ນດໍາລົງຕໍາແໜ່ງແທນ ແລະ
ປັດຈຸບັນກໍາລັງຖືກກັກຂັງຢູ່ ໃນຂະນະທີ່ຖືກດໍາເນີນຄະດີ ໃນຂໍ້ຫາຮັບ​ເອົາ​ເງິນສິນບົນ
ອັນຫລວງຫລາຍ.

ການ​ເລືອກ​ຕັ້ງໃນຟີລິບປິນ ມີປະຫວັດມາເປັນເວລາດົນນານວ່າ ຖືກລົບກວນດ້ວຍການ
ໃຫ້ສິນບົນ ໄປພ້ອມກັບການນາບຂູ່ ຫລືການກໍ່ ຄວາມຮຸນແຮງ ຕໍ່ພວກທີ່​ຄັດ​ຄ້ານລັດ
ຖະບານ.

ຄາດວ່າຜົນຂອງການລົງຄະແນນສຽງໃນວັນຈັນມື້ນີ້ ຈະປະກາດໃຫ້ຮູ້ ໃນສອງສາມວັນ
ຂ້າງໜ້ານີ້.

ປະມວນພາບການເລືອກຕັ້ງສະພາກາງສະໄໝ ທີ່ຟີລິບປິນ:

ການເລືອກຕັ້ງ ສະພາກາງສະໄໝ ທີ່ຟີລິບປິນ