ຜູ້ເສຍຊີວິດຈາກລົມພາຍຸ Washi ໃນຟິລິບປິນ ສູງຂຶ້ນເຖິງ 652 ຄົນແລ້ວ

ຕໍາຫບວດຊອກຫາພວກໄດ້ຮັບເຄາະຮ້າຍຈາກ ລົມພະຍຸຮ້ອນ Washi ທີ່ຫາຍສາບສູນຢູ່ໃນຄຸ້ມນຶ່ງ ຢູ່ເມືອງ Iligan ທາງພາກໃຕ້ຂອງຟີລິບປິນ ໃນວັນຈັນ ທີ 19 ທັນວາ, 2011.

ເວລາ​ນີ້​ຈໍານວນ​ຜູ້​ເສຍ​ຊີວິດ​ຈາກ​ລົມພາຍຸ Washi ​ໃນ​ຟິລິບ​ປິນ ສູງ​ຂຶ້ນ​ເຖິງ 652
ຄົນ​ແລ້ວ​ເມື່ອ​ວັນ​ອາທິດ​ວານ ​ໃນ​ຂະນະ​ທີ່ພວກ​ເຈົ້າໜ້າ​ທີ່​ກູ້​ໄພ ສືບ​ຕໍ່​ຄົ້ນ​ຫາ​ຜູ້ທີ່​ຍັງ
ຫາຍ​ສາບ​ສູນຫລາຍ​ກວ່າ 900 ຄົນ​ນັ້ນ​ຢູ່.

ລົມພາຍຸ Washi ​ໄດ້​ປະ​ທະ​ເກາະໃຫຍ່​ມິນ​ດາ​ນາວ​ທາງ​ພາກ​ໃຕ້ຂອງ​ຟິລິບປິນ​ ໃນ
ຕອນ​ແລງ​ວັນ​ສຸກ​ຜ່ານ​ມາ​ນີ້ ທີ່ເກີດ​ຝົນຕົກ​ໜັກ​ ​ແລະລົມ​ແຮງ​ໄປ​ທົ່ວເກາະ. ນໍ້າ​ຖ້ວມ
ໂດຍ​ທັນທີ ​ແລະ​ດິນ​ເຈື່ອນໄດ້​ພັດ​ເອົາ​ເຮືອນ ​ແລະ​ພວກຄອບຄົວ​ທີ່​ຍັງ​ຢູ່​ໃນ​ເຮືອນ​ໃນ
ຫລາຍ​ສິບ​ໝູ່​ບ້ານ​ຕາມ​ຝັ່ງທະເລ ​ໃນ​ເມືອງ Caga yan de Oro ​ແລະ​ Iligan.

ສະພາກາ​ແດງ​ຟິລິບ​ປິນ ກ່າວ​ວ່າ ພວກ​ປະສົບ​ໄພ​ສ່ວນ​ໃຫຍ່​ແມ່ນແມ່ຍິງ ​ແລະ​ເດັກນ້ອຍ
ປະຊາຊົນ​ຫລາຍ​ສິບ​ພັນ​ຄົນ​ພັດ​ພາກ​ບ້ານ​ຢູ່​ອາ​ໃສ.

ພວກ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນແນະ​ນໍາ​ໃຫ້​ຝັງ​ສົບ​ໝູ່​ຂອງ​ພວກ​ເສຍ​ຊີວິດ ​ເນຶ່ອງຈາກ​ເປັນ​ຫ່ວງ
ດ້ານ​ສຸ​ຂະ​ພາບ ຄືນ​ອກຈາກ​ຊາກ​ສົບ​ທີ່​ເນົ່າ​ເປື່ອຍ​ແລ້ວ​ນັ້ນ ກໍ​ຍັງ​ມີສັດສາ​ວາ​ສິ່ງ​ທີ່​ຕາຍ
ໄປ ຢາຍ​ຢູ່​ໃນ​ຕົມ.

ຄວາມ​ພະຍາຍາມ​ກູ້​ໄພ​ສ່ວນ​ຫລາຍ ​ແມ່ນ​ເພັ່ງ​ເລັງ​ໃສ່​ພື້ນ​ໜ້າດິນ ​ແຕ່ພວກ​ເຈົ້າໜ້າ​ທີ່​ກູ້
ໄພ​ທີ່​ໃຊ້​ເຮືອ​ນ້ອຍ ​ສາມາດ​ດຶງ​ເອົາ​ພວກ​ລອດ​ຊີວິດ​ຫລາຍຄົນ​ອອກ​ຈາກໜ້າ​ນໍ້າ​ຢູ່ຕາມ​
ແຄມ​ຝັ່ງ​.

ພວກ​ທະຫານ​ແລະ​ຕໍາຫລວດຫລາຍ​ພັນ​ຄົນ ​ໄດ້​ຖືກ​ສົ່ງ​ໄປ​ຮ່ວມ​ໃນ​ການ​ກູ້​ໄພ ທີ່​ຖືກ​ສະ
ກັດ​ກັ້ນ​ໂດຍສິ່ງ​ກີດຂວາງ​ຕ່າງໆ​ຕາມ​ຖະນົນ​ຫົນທາງ ​ແລະ​ຂາດເຂີນ​ໄຟຟ້າ.