ຟີລິບປິນ ຢາກໃຫ້ ນັກທ່ອງທ່ຽວຕ່າງປະເທດ ໄປໃຊ້ຈ່າຍເງິນ ທີ່ກາຊີໂນໃໝ່ (ວີດີໂອ ພາສາລາວ)

Your browser doesn’t support HTML5

Presiden Perancis Francois Hollande dan Walikota Paris Anne Hidalgo melakukan sikap sempurna setelah membuka plakat peringatan dekat kafe Petit Cambodge dan Carillon di Paris, dalam upacara mengenang para korban dalam serangan di kota itu tahun lalu (13/11).

ການທ່ອງທ່ຽວ​ແມ່ນ​ອຸດສາຫະກຳ​ ມູນ​ຄ່າ​ຫຼາຍ​ພັນ​ຕື້​ດອນ​ລາ
ໃນ​ປະ​ເທດຟີ​ລິບ​ປີນ. ມີ​ພວກ​ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດເກືອບ
5 ລ້ານ​ຄົນ ​ເດີ​ນທາງ​ໄປ​ຍັງ​ຟີ​ລິບ​ປິນ ​ໃນ​ປີ​ແລ້ວ​ນີ້ ບາງທີ​
ອາດແມ່ນ​ຖືກ​ດຶງ​ດູດ​ໂດຍ​ ຊາຍ​ຫາດ​ອັນ​ສວຍ​ງາມ ​ຂອງ​ປະ​ເທດ
​ເມືອງ​ຮ້ອນ​ແຫ່ງ​ນັ້ນ. ​ແຕ່ Jason Strother ລາຍ​ງານ​ມາ​ຈາກ
​ນະຄອນຫຼວງ​ມາ​ນີລາ ວ່າ ຟີ​ລິບ​ປິນ​ຫວັງ ​ທີ່​ຈະດຶງ​ດູດ​ເອົາ​ພວກ
​ນັກ​ທ່ອງ​ທ່ຽວ​ໃນ​ຈຳນວນ​ຫຼາຍ​ຂຶ້ນ ​ໃຫ້​ໄປໃຊ້​ຈ່າຍ​ເງິນ​ຢູ່​ໃນ​ບ່ອນ
​ຫລິ້ນ​ການ​ພະນັນ ຫລື ກາ​ຊີ​ໂນ​ໃໝ່​ຂອງ​ຕົນ. ​ສິງມີ​ລາຍ​ລະອຽດ
ມາສະ​ເໜີ​ທ່ານ.

Your browser doesn’t support HTML5

ຟັງລາຍງານກາຊີໂນ ຟີລິບປິນ

ເບິ່ງວີດີໂອລາຍງານນີ້ ເປັນພາສາລາວ:

Your browser doesn’t support HTML5

ຟີລິບປິນ ຢາກໃຫ້ ນັກທ່ອງທ່ຽວຕ່າງຊາດ ໄປໃຊ້ຈ່າຍເງິນ ທີ່ກາຊີໂນໃໝ່ຂອງຕົນ

ເວລາ​ພວກ​ນັກ​ທ່ອງ​ທ່ຽວ​ນາໆ​ຊາດ ​ເດີນທາງໄປຮອດ​ນະຄອນຫຼວງຂອງຟີ​ລິບ​ປິນ ພວກ​ເຂົາ​ເຈົ້າ​ບໍ່​ຕ້ອງ​ເດີນທາງ​ໄປ​ໄກ ​ເພື່ອ​ໄປ​ຫຼິ້ນ​ກາ​ຊີ​ໂນ.

​ສະຖານ​ທີ່​ຫຼິ້ນ​ກາ​ຊີ​ໂນ ທີ່​ເອີ້ນວ່າ Entertainment City ​ຫລື​ເມືອງ​ບັນ​ເທິງ ແມ່ນຕັ້ງ​ຢູ່​ຕິດກັນ​ກັບ​ສະໜາມ​ບິນ​ລະຫວ່າງຊາດ. ໃນ​ຈຳນວນ ກາ​ຊີ​ໂນ 4 ​ແຫ່ງ​ທີ່​ມີ​ການວາງ​ແຜນ​ໄວ້​ວ່າຈະ​ສ້າງ​ນັ້ນ ເວລາ​ນີ້ ສອງແຫ່ງແມ່ນເປີດ​ແລ້ວ. ອັນ​ນີ້​ແມ່ນ​ຮວມທັງ​ສະຖານ​ທີ່​ຕາກອາກາດ​ໃໝ່ ທີ່​ເອີ້ນ​ວ່າ The City of Dreams ຫຼື​ເມືອງ​ແຫ່ງຄວາມ​ຝັນ​.

​ເວລາ​ສະຖານ​ທີ່​ແຫ່ງ​ນີ້ ​ໄຂ​ຂຶ້ນໃນ​ເດືອນ​ກຸມພານັ້ນ ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ວົງ​ການ​ພະນັນ ກ່າວ​ວ່າ ​ໂຮງ​ແຮມ​ແລະ​ບ່ອນ​ຫລິ້ນກາ​ຊີ​ໂນແຫ່ງ​ນີ້ ​ຈະ​ຊ່ອຍ​ຫັນປ່ຽນ​ ມາ​ນີລາ ​ເປັນ​ ມາ​ເກົາ​ແຫ່ງຕໍ່​ໄປ. ມາ​ເກົາ​ແມ່ນໄດ້ ເປັນ​ສູນ​ກາງຫຼິ້ນ​ການພະນັນ​ຂອງ​ເອ​ເຊຍ ​ມາ​ຕັ້ງ​ແຕ່​ດົນ​ນານ​.

ທ່ານ Carlo Velasco ນັກ​ຂຽນ​ຂ່າວ​ການ​ເດີນທາງ ທີ່​ມີ​ຫ້ອງການ​ຕັ້ງ​ຢູ່​ໃນ​ນະຄອນຫຼວງ​ມາ​ນີລາ ກ່າວ​ວ່າ ​ເມືອ​ງຂອງ​ທ່ານຍັງ​ຈະ​ຕ້ອງ​ໄດ້​ພັດທະ​ນາ​ອີກ​ຫລາຍ​ຢູ່ ກ່ອນ​ມັນ​ຈະເປັນ​ໄປ​ໄດ້​. ​ແຕ່​ທ່ານ​ກ່າວ​ວ່າ ການ​ມີ​ກາ​ຊີ​ໂນຫຼາຍ​ຂຶ້ນ ສາມາດ​ເປັນ​ສິ່ງ​ທີ່​ດີ​ຂຶ້ນ​ໄດ້​ສຳຫລັບເສດຖະກິດ​ ​ທ້ອງ​ຖິ່ນ.

ທ່ານ Velasco ກ່າວ​ວ່າ “ພວກ​ເຮົາ​ມີ​ຄວາມຕ້ອງການ​ ເພື່ອ​ສ້າງ ຫຼື​ເຮັດ​ໃຫ້ການ​ທ່ອງ​ທ່ຽວ​ຂອງ​ພວກ​ເຮົາ​ ມີຫຼາຍ​ຮູບ​ແບບໃນ​ມະນີລາ. ຄື​ທ່ານ​ເຫັນ​ຫັ້ນ​ແຫລະ ​ມາ​ນີລາ ​ໃນ​ຖານະ​ເປັນ​ຈຸດໝາຍ​ປາຍທາງ​ຂອງ​ການທ່ອງທ່ຽວ​ນັ້ນ ​ແມ່ນ​ມີ​ຂໍ້​ຈຳກັດ ​ເມື່ອ​ເວົ້າ​ເຖິງ​ຄວາມ​ດຶງ​ດູດສຳຫລັບ ຕະຫຼາດສາກົນ.”

ທ່ານ Velasco ກ່າ​ວວ່າ ແລະ​ເພື່ອທີ່​ຈະ​ເຮັດ​ໃຫ້​ອຸດສາຫະກຳ​ການ​ພະນັນຂອງ​ມາ​ນີລາ ປະສົບ​ຄວາມ​ສຳ​ເລັດ​ນັ້ນ ພວກນັກ​ການ​ພະນັນ​ຕ່າງ​ຊາດ​ນັ້ນ ​ແມ່ນ​ຈຳ​ເປັນ​ທີ່​ສຸດ.

ທ່ານ Carlo Velasco ກ່າວ​ຕື່ມ​ວ່າ “ພວກ​ກາ​ຊີ​ໂນ​ໃນ​ຟີ​ລິບ​ປິນ ຕ້ອງ​ເປັນ​ທີ່​ດຶງ​ດູດ​ຈິດ​ໃຈ​ ຂອງພວກ​ນັກ​ການ​ພະນັນ​ທີ່​ມັກ​ຫຼິ້ນຫຼາຍ ​ແລະ​ສ່ວນໃຫຍ່​ແມ່ນມາ​ຈາກ​ຕະຫຼາດ​ນາໆ​ຊາດ ​ໂດຍ​ສະ​ເພາະ​ແມ່ນ​ມາ​ຈາກ​ຈີນ​.”

ພວກ​ນັກ​ທ່ອງທ່ຽວຈີນ ​ໄດ້​ເປັນ​ຄົນ​ຕ່າງ​ຊາດ​ ຈຳນວນ​ຫຼາຍ​ ອັນດັບ 4 ທີ່​ໄປ​ທ່ອງ​ທ່ຽວ​ໃນ​ຟີ​ລິບ​ປິນ​ໃນ​ປີ 2014 ຜ່ານ​ມາ​ນີ້. ​ນັກ​ສັງ​ເກດ​ການ​ບາງ​ຄົນ ກ່າວ​ວ່າ ຈີນ​ແມ່ນ ​ເປັນ​ຕະຫຼາດ​ທີ່​ຟີ​ລິບ​ປິນບໍ່​ສາມາດ​ທີ່​ຈະ​ຂ້າມ​ຜ່ານ​ໄປ​ໄດ້.

ທ່ານ Edieser De La Santa ອາ​ຈາ​ສອນ​ຢູ່​ສະ​ຖາ​ບັນ​ການທ່ອງທ່ຽວ​ເອ​ເຊຍ ທີ່​ມະຫາວິທະຍາ​ໄລ​ຟີ​ລິບ​ປິນ ກ່າວ​ວ່າ:

“ພວກ​ນັກ​ທ່ອງ​ທ່ຽວ​ຈີນ​ ເດີນທາງ​ໄປເປັນໝູ່ໃຫຍ່ ພວກ​ເຂົາ​ເຈົ້າ​ໃຊ້​ຈ່າຍ​ເງິນ​
ຢ່າງ​ຫຼວງ​ຫຼາຍ ​ແລະ​ອົງການ​ທ່ອງ​ທ່ຽວ​ໂລກ ທຳນາຍ​ວ່າ ​ຊາວຈີນ​ແມ່ນເປັນ
ຕະຫຼາດ​ທ່ອງ​ທ່ຽວນ້ຳ​ເບີ​ໜຶ່ງ​ ຂອງໂລກ.”

​ແຕ່​ວ່າ ນັບ​ແຕ່​ປັກ​ກິ່ງ ​ໄດ້​ອອກ​ຄຳ​ເຕືອນ​ກ່ຽວ​ກັບ​ການ​ເດີນທາງ​ໄປ​ຍັງ​ຟີ​ລິບ​ປິນ​ໃນ​ທ້າຍ​ປີ​ແລ້ວ​ນີ້​ເປັນ​ຕົ້ນ​ມາ ຈຳນວນ​ນັກ​ທ່ອງ​ທ່ຽວ​ຈາກ​ຈີນ ກໍໄດ້​ຫລຸດ​ລົງ. ທ່ານ De La Santa ກ່າວ​ວ່າ ນັ້ນ​ເບິ່ງຄື​ວ່າ​ ຈະ​ເປັນ​ການ​ແກ້​ແຄ້ນ​ ຕໍ່​ບັນຫາ​ຂັດ​ແຍ້​ງ ກັບ​ມາ​ນີລາ ​ເລື້ອງ​ເຂດ​ນ້ຳ​ແດນ​ດິນ ​ ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້​ນັ້ນ.

ທ່ານ De La Santa ກ່າວ​ວ່າ “ຕະຫຼາດ​ຈີນ ​ໄດ້​ສະ​ແດງ​ປະຕິກິລິຍາ​ ໃນ​ທາງ​ລົບ​
ຕໍ່​ສະຖານະ​ການ​ດັ່ງກ່າວ ​ເພາະວ່າຕະຫຼາດ​ຈີນ ​ແມ່ນຖືກ​ຊຸກຍູ້ ໂດຍ​ພວກ​ກຸ່ມ​
ທ່ອງທ່ຽວ.”

​ແຕ່​ປາກົດ​ວ່າ​ ກາ​ຊີ​ໂນ ​ເມືອງ​ແຫ່ງ​ຄວາມ​ຝັນ ບໍ່​ເປັນ​ຫ່ວງ​ນຳ​ເລື້ອງ​ກຸ່ມ​ນັກ​ທ່ອງ​ທ່ຽວຈີນ ​ທີ່​ຫລຸດ​ຈຳນວນ​ລົງ​ນັ້ນ. ​ເຈົ້າ​ໜ້າ​ທີ່​ກາ​ຊີ​ໂນ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ກຳລັງ​ເພ່ງ​ເລັງ​ໃສ່​ຕະຫຼາດ
​ໃນ​ທ້ອງ​ຖິ່ນ ​ແລະ​ດຶງ​ດູດ​ເອົາ​ພວກ​ນັກ​ການ​ພະນັນ​ ຈາກ​ເຂດ​ອື່ນໆ​ຂອງເອ​ເຊຍ​.