100 ກວ່າຄົນ ເສຍຊີວິດ ຫຼັງຈາກ ໄຕ້ຝຸ່ນ Haiyan ຖະຫຼົ່ມ ພາກກາງ ຟີລິບປິນ (ສະໄລດ໌/ວີດີໂອ)

ຜູ້ຊາຍຄົນນຶ່ງ ນັ່ງຢູ່ເທີງກອງຊາກຫັກພັງ ທີ່ໄດ້ຮັບຄວາມເສຍຫາຍ ຫຼັງຈາກໄຕ້ຝຸ່ນ Haiyan ພັດຖະຫຼົ່ມ ໃນມື້ວັນສຸກວານນີ້ ທີ່ເມືອງ Tacloban ໃນເຂດພາກກາງ ຂອງຟິລິບປິນ (9 ພະຈິກ 2013)

ຟີລິບປິນພວມຊັ່ງຊາເບິ່ງຄວາມເສຍຫາຍທີ່ໄດ້ຮັບຈາກລົມໄຕ້ຝຸ່ນ
ຂະໜາດແຮງ Haiyan ໃນວັນສຸກວານນີ້ ຊຶ່ງເປັນທີ່ຮູ້ກັນວ່າເຮັດ ໃຫ້ມີຜູ້ເສຍຊີວິດແລ້ວຫຼາຍກວ່າ 100 ຄົນຂະນະທີ່ໄດ້ທຳລາຍໃນ ຂອບເຂດທີ່ກວ້າງຂວາງທົ່ວເຂດພາກກາງຂອງຟີລິບປິນ.

ເປັນທີ່ຄາດກັນວ່າ ຈຳນວນຜູ້ເສຍຊີວິດຈະມີເພີ້ມຂຶ້ນຕື່ມເຖິງແມ່ນ
ວ່າຂອບເຂດໃນຄວາມເສຍຫາຍທັງໝົດແລະໂຕເລກຂອງຜູ້ບາດ
ເຈັບລົ້ມຕາຍ ຍັງຈະບໍ່ເປັນທີ່ຮູ້ ກັນໃນອີກໄລຍະນຶ່ງກໍຕາມ.

ໄຕ້ຝຸ່ນ Haiyan ຊຶ່ງເປັນນຶ່ງໃນບັນດາລົມໄຕ້ຝຸ່ນເທົ່າທີ່ເຄີຍມີກາ
ບັນທຶກກັນມາ ໄດ້ພັດເຂົ້າຖະຫລົ່ມ ເຂດພາກກາງຂອງຟີລິບປິນ
ໂດຍໄດ້ເຮັດໃຫ້ສາຍໄຟຟ້າແລະສາຍໂທລະສັບຂາດຂະນະທີ່ເຮັດໃຫ້ເຮືອນຊານບ້ານຊ່ອງ
ເພພັງ ຕົ້ນໄມ້ໂຄ່ນ ເຮັດໃຫ້ປະຊາຄົມບາງແຫ່ງ ໄດ້ຖືກນໍ້າຖ້ວມແລະພາໃຫ້ເກີດດິນເຈື່ອນ.

ໄຕ້ຝຸ່ນ Haiyan ພັດຖະຫຼົ່ມ ຟີລິບປິນ



ໄຕ້ຝຸ່ນ Haiyan ໄດ້ພັດຂຶ້ນຝັ່ງທີ່ເກາະ Leyte ແລະ Samar ໂດຍເຮັດໃຫ້ທະເລມີຟອງສູງ
ເຖິງ 5 ແມັດຢູ່ໃນບາງແຫ່ງ ຂອງປະເທດຟີລິບປິນ.

ມີການຍົກຍ້າຍປະຊາຊົນ ເກືອບ 800,000 ຄົນ ໄປຈາກເຮືອນຊ້ານບ້ານຊ່ອງຂອງພວກ ເຂົາເຈົ້າກ່ອນທີ່ລົມພາຍຸຫົວນີ້ທີ່ຮູ້ກັນໃນພາສາຟີລິບປິນວ່າ Yolanda ນັ້ນຈະພັດໄປເຖິງ.

ໄຕ້ຝຸ່ນ Haiyan ມີຜົນປະທົບຕໍ່ປະຊາຊົນຫລາຍກວ່າ 4 ລ້ານຄົນຢູ່ໃນ 36 ແຂວງ. ໄຕ້ຝຸ່ນ Haiyan ມີລົມແຮງ 300 ກວ່າກິໂລແມັດຕໍ່ຊົ່ວໂມງ ໃນຂະນະທີ່ລົມພາຍຸຫົວນີ້ ພັດເຂົ້າຖະ ຫຼົ່ມຟີລິບປິນ.

Your browser doesn’t support HTML5

Typhoon Haiyan



ໄຕ້ຝຸ່ນ Haiyan ໄດ້ອ່ອນແຮງລົງເປັນບາງສ່ວນ ເວລາພັດອອກສູ່ທະເລ ແຕ່ອາດຈະມີກຳ ລັງເພີ້ມຂຶ້ນຂະນະທີ່ພັດມຸ່ງໜ້າໄປສູ່ຫວຽດນາມຊຶ່ງຄາດວ່າຈະໄປຮອດທີ່ນັ້ນໃນວັນອາທິດ ມື້ອື່ນນີ້.

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານ John Kerry ໄດ້ອອກຖະແຫຼງການສະບັບ
ນຶ່ງເພື່ອແຈ້ງໃຫ້ພວກເຈົ້າໜ້າທີ່ຟີລິບປິນຊາບວ່າ ສະຫະລັດພ້ອມແລ້ວທີ່ຈະໃຫ້ຄວາມຊ່ອຍ ເຫຼືອຕໍ່ປະເທດດັ່ງກ່າວ.

Your browser doesn’t support HTML5

Year's Strongest Storm Makes Landfall in Central Philippines