ຟິລິບປິນຮຽກຮ້ອງໃຫ້ນາຍໝໍ ເຊົາສູບຢາ

  • ທອງປານ ເທບວົງສາ

ພວກທີ່ບໍ່ສູບຢາ ແຕ່ຫາກຖືກເຜີຍແບໃສ່ຢາສູບ ຄືຢູ່ໃກ້ກັບຜູ້ທີ່ສູບຢາຫລາຍ ກໍສາມາດໄດ້ຣັບອັນຕະລາຍທາງສຸຂະພາບໄດ້ເຊ່ນກັນ.

ພວກນາຍໝໍທັງຫລາຍໃນປະເທດຟິລິບປິນ ກໍາລັງຖືກຮຽກ ຮ້ອງໃຫ້ເຊົາສູບຢາ ເພື່ອໃຫ້ເປັນຕົວຢ່າງແກ່ບັນດາຄົນ ເຈັບຂອງພວກເຂົາເຈົ້າ.

ສະມາຄົມການແພດຟິລິບປິນກ່າວວ່າ ຕົນກຳລັງສັ່ງຫ້າມ ພວກນາຍໝໍ ບໍ່ໃຫ້ສູບຢາ ໂດຍກ່າວວ່າພວກນາຍແພດ ທັງຫລາຍຄວນຈະປະພຶດຕົນ ໃຫ້ເປັນຕົວຢ່າງໃນເລື່ອງ ຕ່າງໆ ທີ່ກ່ຽວກັບສຸຂະພາບນັ້ນ.

ທ່ານ Oscar Tinio ປະທານສະມາຄົມການແພດ ໄດ້ ອອກຖະແຫລງການສະບັບນຶ່ງ​ໃນ​ວັນ​ເສົາ​ວານ​ນີ້ ເວົ້າວ່າ ຄໍາສັ່ງນີ້ຍັງຈະຮັບປະກັນບໍ່ໃຫ້ ພວກຄົນອື່ນໆ ໄດ້ຮັບຜົນ ກະທົບຈາກການເປັນຜູ້ສູບຢາມືສອງ ​ຍ້ອນຢູ່ໃກ້ພວກນາຍ ໝໍທີ່ສູບ​ຢາ​ນັ້ນ. ເມື່ອ​ຖືກອົງການຂ່າວຝະລັ່ງ ຖາມວ່າ ຖ້າຫາກພວກນາຍໝໍຖືກຈັບໄດ້ວ່າສູບຢາແລ້ວ ຈະມີຫຍັງ​ເກີດຂຶ້ນກັບພວກເຂົາເຈົ້າ? ທ່ານ Oscar Tinio ປະທານສະມາຄົມການ​ແພດ​ຟີ​ລິບ​ປີນ​ຕອບວ່າ ຍັງ​ບໍ່​ຮູ້ ​ແຕ່ທາງສະມາຄົມຈະເປັນຜູ້ຕັດສິນໃຈ ເມື່ອເກີດ​ເຫດການ​ເຊ່ນນັ້ນ.