ເຈົ້າໜ້າທີ່ ທະຫານ ສະຫະລັດ ແລະ ຟິລິບປີນ ຫາລື ກ່ຽວກັບ ຄວາມເຄັ່ງຕຶງ ຢູ່ ທະເລຈີນໃຕ້

ຜູ້ບັນຊາການທະຫານສູງສຸດ ຟິລິບປີນ ນາຍພົນ Hernando Iriberri (ຂວາ) ແລະພົນເຮືອເອກ Harry Harris ຜູ້ບັນຊາການ ທະຫານ ເຂດປາຊິຟິກ ຂອງສະຫະລັດ.

ບັນດາ​ເຈົ້າ​ໜ້າ​ທີ່ທະຫານ​ຂັ້ນ​ສູງ ຂອງສະຫະລັດ ແລະ​ຟິລິບ​ປີນ
ໄດ້​ພົບ​ປະກັນ​ທີ່ນະຄອນມະນີ​ລາ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ຈະ​
ຂະຫຍາຍ ຄວາມ​ສຳພັນ​ດ້ານ ປ້ອງ​ກັນ​ປະ​ເທດ ​ໃນ​ຂະນະ​ທີ່
ຄວາມ​ເຄັ່ງ​ຕຶງ ຫ້ອມລ້ອມ​ການ​ອ້າງ​ເອົາດິນ​ແດນ​ທີ່ເປັນບັນຫາ
ໂຕ້​ຖຽງ​ ໃນ​ທະ​ເລ​ຈີນ​ໃຕ້ ກຳລັງຊຸດ​ໂຊມ​ລົງ.

ຜູ້​ບັນຊາ​ການ​ທະຫານ​ສະຫະລັດໃນເຂດ​ປາຊິ​ຟິກ ພົນ​ເຮືອ​ເອກ
Harry Harris ​ໄດ້​ຖືກຕ້ອນຮັບ​ຢ່າງສົມກຽດທາງ​ທະ​ຫາ​ນ ​ໃນ​
ວັນ​ພຸດ​ມື້​ນີ້ ຢູ່​ທີ່ກອງ​ບັນຊາ​ການ​ ທະຫານ​ຟິລິບ​ປີນ.

ພົນເຮືອເອກ Harris ​ແລະ​ຄູ່​ຕຳ​ແໜ່​ງຝ່າຍຟິລິບ​ປີນ ນາຍ​ພົນ
Hernando Iriberri ​ໄດ້ຫາລືກັນກ່ຽວກັບ​ບັນຫາຄວາມ​ປອດ​ໄພ ຮວມທັງ​ທະ​ເລ​ຈີນ​ໃຕ້ ​ອີງ​ຕາມ​ໂຄສົກ​ກອງທັບ ຟິລິບປີນ ທ່ານ Restituto Padilla.

ທ່ານກ່າວວ່າ “ສິ່ງທີ່ໄດ້ເກີດ​ຂື້ນ​ລະຫວ່າງ​ການ​ສົນ​ທະນາ ​ແມ່ນການໂອ້ລົມກັນ ​ຢ່າງກົງ​ໄປ
​ກົງ​ມາ ​ແລະແລກ​ປ່ຽນ​ຄວາມຄິດຄວາມເຫັນຢ່າງຈິງໃຈ ກ່ຽວກັບ​ການ​ທ້າ​ທາຍດ້ານ​ຄວາມ
​ໝັ້ນຄົງຢູ່​ໃນ​ຂົງ​ເຂດ ອັນ​ເປັນ​ຜົນເນື່ອງ​ມາ​ຈາກ​ໄພ​ພິບັດທຳ​ມະ​ຊາດ ​ແລະ​ບັນຫາ​ທີ່​ພົວພັນ​
ກັບທະ​ເລ​ ທາງພາກ​ຕາ​ເວັນ​ຕົກ​ຂອງ ຟິລິບ​ປີນ ​ແລະ​ທະ​ເລ​ຈີນ​ໃຕ້”

ພົນ​ເຮືອ​ເອກ Harris ຍັງ​ໄດ້​ພົບ​ປະ​ກັບ​ບັນດາ​ຜູ້ນຳ​ຂັ້ນ​ສູງ​ຄົນອຶ່ນໆ ຮວມທັງ ປະທານາທິ
ບໍດີ Benigno Aquino ​ແລະ​ບັນດາ​ເຈົ້າໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ຫລາຍໆທ່ານ.

ໜຶ່ງໃນການພົບປະນັ້ນ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດຟີລິບປິນ ທ່ານ Voltaire Gazmin
​ໄດ້​ຮ້ອງ​ຂໍ​ໃຫ້​ເຮືອບິນລາດຕະ​ເວນກອງທັບອາກາດສະຫະລັດ ຊ່ວຍ ອາລັກຂາ​ ບັນດາ
ເຮືອບັນທຸກ ຢູ່ໃນເຂດທີ່ມີການຂັດແຍ້ງໃນທະ​ເລ​ຈີນໃຕ້ ອີງ​ຕາມອົງການຂ່າວເອພີ. ການ
​ຮ້ອງ​ຂໍ​ດັ່ງກ່າວ​ ຍັງບໍ່​ສາມາດ​ຢືນຢັນ​ໄດ້.​