ຟິລິບປີນ ລະມັດລະວັງໃນການຕ້ານ ສະຫະລັດ ເລື້ອງສິດທິມະນຸດ

ລັດຖະມົນນຕີຕ່າງປະເທດ ຟິລິບປີນ ທ່ານ Perfecto Yasay, ຊ້າຍ, ຜູ້ຕາງໜ້າ ປະທານາທິບໍດີ ຟິລິບປີນ ທ່ານ Rodrigo Duterte, ທີ່ກອງປະຊຸມອາຊຽນສຸດຍອດ ທີ່ ນະຄອນຫລວງວຽງຈັນ ປະເທດລາວ.

ຫົວໜ້າ​ນັກ​ການ​ທູດ​ຟີ​ລິບ​ປິນ​ ເຕືອນ​ສະຫະລັດ ​ບໍ່​ໃຫ້​ສັ່ງສອນ​ລັດຖະບານ​ຂອງ​ທ່ານ ​ກ່ຽວ​ກັບ​ເລື້ອງສິດທິ​ມະນຸດ ຊຶ່ງ​ໃນ​ທັນທີ​ຫຼັງຈາກ​ນັ້ນ​ ​ໂຄສົກ​ຂອງທຳນຽບຂາວ​ກໍຮຽກຮ້ອງ​ໃຫ້​ທຸກໆ​ປະ​ເທດ​ ໂດຍ​ສະ​ເພາະ​ປະ​ເທດ​ພັນທະ​ມິດ ​ໃຫ້ສົ່ງ​ເສີມສິດທິ​ມະນຸດ​ສາກົນ.

​ໃນ​ການຖ​ະ​ແຫຼງ ທີ່​ນະຄອນຫຼວງ​ວໍ​ຊິງຕັນ​ໃນ​ວັນ​ພະຫັດ​ວານ​ນີ້ ທ່ານ Perfecto Yasay ລັດຖະມຸນຕີ​ການ​ຕ່າງປະ​ເທດ​ຟີ​ລິບ​ປິນຮຽກຮ້ອງ​ໃຫ້​ເຄົ​າລົບ​ຊຶ່ງ​ກັນ​ແລະ ກັນ ລະຫວ່າງ​
ປະ​ເທດ​ຂອງ​ທ່ານ ​ແລະ​ສະຫະລັດ​ຊຶ່ງ​ຜູ້​ປົກຄອງ​ໃນ​ສະ​ໄໝ​ອານານິຄົມ ​ໂດຍ​ກ່າວ​ວ່າ
ຟີ​ລິບ​ປິນບໍ່​ແມ່ນ little brown brother ຊຶ່ງ​ເປັນ​ຄຳ​ສັບ​ທີ່ໝາຍ​ເຖິງ​ຄົນ​ຟີ​ລິບ​ປິນ​
ໃນ​ສະ​ໄໝ​ຫົວ​ເມືອງ​ຂຶ້ນ ຂອງ​ອາ​ເມຣິກາ​ອີກ​ຕໍ່​ໄປ​ແລ້ວ.

​ແຕ່​ແນວ​ໃດ​ກໍ​ຕາມ ທ່ານ Yasay ກໍ​ໃຫ້ການ​ຄ້ຳປະກັນ​ຕໍ່​ກຸ່ມ ທີ່​ສູນກາງ​ຍຸດ​ທະ​ສາດ​ແລະ​ການ​ສຶກສາ​ນາໆ​ຊາດວ່າ ຟີ​ລິບ​ປິນ​ ແມ່ນ​ມີຄວາມ​ໝັ້ນໝາຍ ​ຕໍ່​ການ​ມີ​ຄວາມ​ສຳພັນ ​ໃນ​ທາງ​ບວກ​ກັບ​ສະຫະລັດ.

ການ​ປາກົດ​ຕົວ​ຂອງ​ທ່ານ Yasay ມີ​ຂຶ້ນຫລັງ​ຈາກ​ທີ່ປະທາ​ນາ​ທິບໍດີຄົນ​ໃໝ່​ຂອງ ​ຟີ​ລິນ​ປິນ ທ່ານ Rodrigo Duterte ​ໄດ້ກ່າວຖະ​ແຫຼງທີ່​ເປັນ​ບັນຫາ​ຈຳນວນ​ນຶ່ງ.

ທ່ານ Duterte ຮຽກຮ້ອງ​ໃຫ້​ປະ​ທາ​ນາ​ທິບໍ​ດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ບໍ່​ໃຫ້​ມີ​ຄຳ​ຖາມ​ໃດໆ​ກ່ຽວ​ກັບ​ການ​ສັງຫານ​ແບບ​ຮວບ​ຮັດ​ຕັດ​ຕອນ​ຂອງ​ທ່ານ ຫຼືບໍ່​ດັ່ງນັ້ນ​ແລ້ວ ທ່ານ​ເຕືອນ​ວ່າ ຂ້ອຍຈະ​ຮ້ອງ​ເຈົ້າວ່າ​ລູກ​ໂສ​ເພນີ.

ຫລັງ​ຈາກ​ທ່ານ Duterte ​ເວົ້າ​ເຊັ່ນ​ນັ້ນ​ແລ້ວ​ ປະທານາທິບໍດີ​ໂອ​ບາ​ມາ​ກໍ​ໄດ້​ຫາ ລື​ກັບ​ທີ່​ປຶກສາ​ຂອງ​ທ່ານ​ ເພື່ອ​ພິຈາລະນາເ​ບິ່ງ​ວ່າໝາຍ​ກຳນົດ​ພົບ​ປະ​ກັບ​ປະທາ ນາທິບໍດີ Duterte ທີ່​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊ່ຽນຢູ່​ນະຄອນ​ວຽງ​ຈັນ ປະ​ເທດ​ລາວ ​ໃນ​ອາທິດ​ແລ້ວນີ້ຈະ​ໃຫ້ດອກ​ອອກ​ຜົນ​ຫຼືບໍ່. ທຳນຽບຂາວ​ໄດ້​ຍົກ​ເລີກ​ໝາຍ ກຳນົດ​ການ​ພົບ​ປະ​ດັ່ງກ່າວ ​ແຕ່​ຜູ້ນຳ​ທັງ​ສອງ​ກໍ​ໄດ້​ໂອ້ລົມ​ກັນ​ແບບ​ມ່ວນ​ຊື່ນ ​ໃນ ລະຫວ່າງ​ການ​ພົບ​ປະ​ເປັນ​ເວລາ​ສັ້ນໆ ທີ່​ງານ​ລ້ຽງ​ຮັບຮອງ​ອາຫານ​ຄ່ຳ ​ຂອງ​ອາ
ຊ່ຽນ​ນັ້ນ.

ປະທານາທິບໍດີ​ໂອ​ບາ​ມາ ​ໄດ້​ກ່າວ​ໃນ​ເວລາ​ຕໍ່​ມາ​ວ່າ ຄຳເວົ້າຂອງ​ທ່ານ Duterte ບໍ່​ໄດ້​ມີ​ຜົນ​ກະທົບ​ໃດໆ​ຕໍ່​ຄວາມ​ສຳພັນ​ລະຫວ່າງ​ປະ​ເທດ​ພັນທະ​ມິດ​ທັງ​ສອງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ