ຟີລິບປິນ ກ່າວວ່າ 'ກອງກໍາລັງທາງທະເລຂອງຈີນ' ແລ່ນຕໍາເຂົ້າໃສ່ຂະບວນເຮືອປະມົງ

ກໍາປັ່ນຍາມຝັ່ງຂອງຈີນ (ຂວາ) ແລ່ນຜ່ານກໍາປັ່ນຍາມຝັ່ງຂອງຟີລິບປິນ BRP Cape Engaño (ຊ້າຍ), ເປັນຮູບພາບທີ່ຖ່າຍໄດ້ໃນລະຫວ່າງພາລະກິດສະໜອງອາຫານຢູ່ຫາດ ຊາບິນາ ໃນບໍລິເວນນ່ານນໍ້າຂົງເຂດທະເລຈີນໃຕ້ທີ່ມີຂໍ້ພິພາດກັນ, ວັນທີ 26 ສິງຫາ 2024. (Photo by Jam Sta Rosa)

ກົມ​ການ​ປະມົງ​ຂອງ​ຟີ​ລິບ​ປິນກ່າວ​ວ່າ ກຳ​ປັ່ນຂອງ “ກອງກໍາລັງທະຫານເຮືອ ຂອງຈີນ” ລຳ​ນຶ່ງ ຕັ້ງໃຈທີ່ຈະຕຳ​ກໍາ​ປັ່ນ​ນຶ່ງ​ໃນ​ສອງ​ລຳ​ຂອງ​ຕົນ​ທີ່​ລາດຕະ​ເວນ​ໃກ້​ກັບ​ເກາະ ທີຕູ (Thitu) ​ຢູ່ບໍລິເວນ​ຫ​ນ່ານ​ນ້ຳ​ທີ່ມີ​ຂໍ້ພິພາດກັນໃນຂົງເຂດ​ທະ​ເລ​ຈີນ​ໃຕ້ເມື່ອ​ວັນ​ສຸກ​ທີ່ຜ່ານມາ.

ກົມ​ການ​ປະມົງ ​ແລະ ຊັບພະຍາກອນນ້ຳ ຫຼື BFAR ກ່າວ​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ທີ່ເຜີຍແຜ່​ອອກມາ​ໃນ​ຕອນ​ແລງ​ວັນ​ຈັນ​ວານ​ນີ້ວ່າ ກໍາປັ່ນ ໄດ້ຮັບ ຄວາມເສຍຫາຍຢູ່ຫົວເຮືອເບື້ອງຂວາ.

ຈີນ ​ແລະ ​ຟີ​ລິບ​ປິນ ມີການ​ປະ​ທະ​ກັນ​ຢ່າງ​ຕໍ່​ເນື່ອງ​ໃນ​ບໍລິເວນທີ່​ມີ​ຂໍ້​ຂັດ​ແຍ້ງ​ກັນ​ຢູ່ຂົງເຂດ​ທະ​ເລ​ຈີນ​ໃຕ້. ລັດ​ຖະ​ບານ ມະນີລາ ກ່າວຫາໜ່ວຍຍາມຝັ່ງຂອງ ຈີນ ວ່າ ທໍາການຮຸກຮານ, ແລະ ປັກກິ່ງ ໄດ້ກ່າວອ້າງໃນອັນທີ່ຕົນຮ້ອງວ່າ ເປັນ ການເກາະຜິດ ແລະບຸກລຸກດິນແດນຊ້ຳແລ້ວຊ້ຳອີກ.

ຟີ​ລິບ​ປິນ ​ຍັງ​ໄດ້​ກ່າວ​ໂທດ​ ຈີນ ​ກ່ຽວ​ກັບ​ການ​ຮັກ​ສາ​ກອງ​ທະ​ຫານ​ທະ​ເລ​ເພື່ອ​ສົ່ງເສີມການ​ມີ​ໜ້າ​ຢູ່​ໃນ​ເສັ້ນ​ທາງ​ນ້ຳ​ທີ່​ສຳ​ຄັນ. ປັກ​ກິ່ງ​ກ່າວ​ວ່າ ພວກເຂົາ​ເຫຼົ່ານັ້ນ ​ແມ່ນ​ກຳ​ປັ່ນ​ພົນລະ​ເຮືອນ.

ວີດີໂອທີ່ແບ່ງປັນໃຫ້ໂດຍຫ້ອງການຂອງຟີລິບປິນ ສະແດງໃຫ້ເຫັນເຮືອຂອງ ຈີນ ທີ່ມີຫົວເຮືອໝາຍເລກ 00108 ເຂົ້າມາໃກ້ກໍາປັ່ນ BRP Datu Cabaylo ຂອງຕົນ, ໂດຍເຄື່ອນເຂົ້າໄປໃກ້ໆ ແລ້ວໄດ້ເຂົ້າມາຕຳໃສ່.

ຫ້ອງການການປະມົງກ່າວ “ເຖິງວ່າຈະມີເຫດການດັ່ງກ່າວນີ້, ແຕ່ກໍາປັ່ນ BFAR ກໍຍັງຄົງຮັກສາຕໍາແໜ່ງຂອງຕົນ ແລະສາມາດສືບຕໍ່ພາລະກິດ ຂອງຕົນໄດ້ຕໍ່ໄປ.”

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານນາງ ໝາວ ໜິງ ກ່າວ​ວ່າ ກຳ​ປັ່ນ​ຂອງ ​ຟີ​ລິບ​ປີນ “ໄດ້​ແລ່ນ​ຢູ່​ໃນ​ເຂດຫ​ນ່ານ​ນ້ຳຢູ່ຂົງ​ເຂດ​ປົກຄອງຂອງ​ຈີນ​ຢ່າງ​ອັນຕະລາຍ ​ແລະ​ໄດ້​ປະ​ທະ​ກັບ​ກຳ​ປັ່ນ​ຫາ​ປາ​ຂອງ​ຈີນ ທີ່ກໍາລັງຫາປາຕາມ​ປົກກະຕິ​ໃນ​ບໍລິເວນນ່ານນ້ຳດັ່ງກ່າວ.”

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

MANILA, Oct 15 (Reuters) - The Philippines' Bureau of Fisheries said a "Chinese maritime militia" boat deliberately sideswiped one of its two vessels that were patrolling near Thitu island in the contested waters of the South China Sea on Friday.

The vessel sustained dents in its starboard bow, the Bureau of Fisheries and Aquatic Resources (BFAR) said in a statement issued late on Monday.

China and the Philippines have been at loggerheads over a succession of confrontations in disputed parts of the South China Sea. Manila has accused China's coast guard of aggression and Beijing has complained of what it calls repeated provocations and territorial incursions.

The Philippines has also accused China of maintaining a maritime militia to bolster its presence in the key waterway. Beijing says they are civilian ships.

Video shared by the Philippines' bureau showed a Chinese boat with bow number 00108 approaching its vessel, BRP Datu Cabaylo, moving in close and then colliding with it.

"Despite the incident, the BFAR vessel maintained its position and was able to continue with its... mission," the fisheries bureau said.

Mao Ning, a Chinese foreign ministry spokesperson, said the Philippine ship "sailed dangerously in waters under China's jurisdiction and collided with a Chinese fishing boat operating normally in the waters".