ຟີລິບປິນກ່າວວ່າ ຕົນໄດ້ຮຽກໂຕທູດຂອງຈີນໃຫ້ເຂົ້າພົບ ກ່ຽວກັບ 'ການກະທໍາທີ່ເປັນການຮຸກຮານ' ຢູ່ນອກຊາຍຝັ່ງແນວຫິນປະກາລັງ

ຮູບພາບທີ່ໄດ້ມາຈາກວີດີໂອຖ່າຍທາງອາກາດ ແລະເຜີຍແຜ່ອອກມາໃນວັນທີ 23 ມີນາ 2024 ໂດຍໜ່ວຍຍາມຝັ່ງຂອງຟີລິບປິນ, ສະແດງໃຫ້ເຫັນຂະບວນເຮືອຂອງຈີນ ແລ່ນອ້ອມຮອບກໍາປັ່ນຍາມຝັ່ງຂອງຟີລິບປິນ ໃກ້ກັບເກາະໂທມາສທີສອງ ຂອງນ່ານນໍ້າທີ່ມີຂໍ້ຂັດແຍ້ງກັນໃນຂົງເຂດທະເລຈີນໃຕ້.

ຟີ​ລິບ​ປິນກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຕົນ​ໄດ້ຮຽກຕົວທູດ​ພິເສດຂອງຈີນ​ຄົນ​ນຶ່ງ​ໃຫ້ເຂົ້າພົບ ກ່ຽວ​ກັບເລື້ອງ "ການ​ກະທຳ​ທີ່ເປັນການ​ຮຸກ​ຮານ" ຂອງ​ໜ່ວຍ​ຍາມ​ຝັ່ງ​ທະ​ເລ​ຈີນ ​ແລະບັນດາຂະບວນ​ເຮືອລຳ​ອື່ນໆ ໃກ້​ກັບ​ຫີນ​ປະ​ກາ​ລັງເຂດ​ນອກຊາຍ​ຝັ່ງ​ທະ​ເລ​ຂອງ​ປະ​ເທດ​ເອເຊຍ​ຕາ​ເວັນ​ອອກສຽງ​ໃຕ້ແຫ່ງນີ້, ອີງຕາມລາຍງານຂອງອົງການຂ່າວ AFP.

ປັກກິ່ງ ແລະ ມະນິລາ ມີປະຫວັດຄວາມເປັນມາອັນຍາວນານກ່ຽວກັບຂໍ້ຂັດແຍ້ງທາງທະເລຢູ່ໃນທະເລຈີນໃຕ້ ແລະໄດ້ມີການປະເຊີນໜ້າກັນຊ້ຳແລ້ວຊ້ຳອີກລະຫວ່າງກຳປັ່ນຂອງພວກເຂົາເຈົ້າ ໃກ້ກັບແນວຫິນປະກາລັງທີ່ມີຄວາມຂັດແຍ້ງກັນໃນຊ່ວງບໍ່ເທົ່າໃດເດືອນທີ່ຜ່ານມາ.

ເຫດການຫຼ້າສຸດເກີດຂຶ້ນໃນວັນເສົາແລ້ວນີ້ ໃກ້ກັບຫາດໂທມັສທີສອງ ຫຼື Second Thomas Shoal ໃນໝູ່ເກາະສແປຣດລີ (Spratly) ລະຫວ່າງການປະຕິບັດໜ້າທີ່ຕາມປົກກະຕິຂອງຟີລິບປິນ ເພື່ອສະໜອງເຄື່ອງສະບຽງຈໍາເປັນໃຫ້ແກ່ກອງທະຫານຟີລິບປິນທີ່ຕັ້ງຄ້າຍຢູ່ກຳປັ່ນ BRP Sierra Madre ເຊິ່ງເປັນກຳປັ່ນລົບຂອງກອງທັບເຮືອທີ່ຈອດຕິດຄ້າງຢູ່ຫາດດັ່ງກ່າວ.

ຟີ​ລິບ​ປິນ​ກ່າວ​ວ່າ ໜ່ວຍຍາມຝັ່ງທາງ​ທະ​ເລຂອງ​ຈີນ ​ໄດ້​ຂັດຂວາງ​ກໍາປັ່ນ​ສະ​ໜອງສະບຽງ​ຂອງ​ຕົນ ແລະ​ໄດ້ເຮັດໃຫ້ເກີດ​ຄວາມ​ເສຍ​ຫາຍ​ດ້ວຍການສີດ​ນ້ຳດ້ວຍທໍ່ຂະໜາດໃຫຍ່, ເຊິ່ງເຮັດໃຫ້ທະ​ຫານ 3 ຄົນໄດ້ຮັບ​ບາດ​ເຈັບ.

ເຈົ້າ​ໜ້າ​ທີ່​ຍາມ​ຝັ່ງຂອງ​ຈີນ​ ໄດ້​ກ່າວ​ປ້ອງ​ກັນ​ການ​ກະທຳ​ຂອງ​ຕົນ, ​ໂດຍອະທິບາຍ​ວ່າ ​ເປັນ "ກົດລະບຽບບັງຄັບໃຊ້ທາງ​ກົດໝາຍ ໃນການຂັດຂວາງ ​ແລະ​ຂັບ​ໄລ່" ຕໍ່​ກຳ​ປັ່ນ​ຕ່າງປະ​ເທດ​ທີ່ "ພະຍາຍາມ​ບຸກລຸກເຂົ້າ​ໄປ​ໃນ​ເຂດ​ນ່ານນ້ຳ​ຂອງ​ຈີນ."

ຫາດໂທມັສທີສອງ ມີໄລຍະຫ່າງຈາກເກາະປາລາວານ (Palawan) ທີ່ຕັ້ງຢູ່ທາງທິດຕາເວັນຕົກຂອງຟີລິບປິນປະມານ 200 ກິໂລແມັດ, ແລະມີໄລຍະຫ່າງຫຼາຍກວ່າ 1,000 ກິໂລແມັດຈາກເກາະໄຫໜານ (Hainan), ເຊິ່ງເປັນເກາະຂະໜາດໃຫຍ່ຂອງຈີນທີ່ມີໄລຍະໃກ້ທີ່ສຸດ.

ໃນວັນຈັນມື້ນີ້ ມານີລາ ໄດ້ຖ່າຍທອດຄວາມຮູ້ສຶກຂອງຕົນເຖິງ “ການປະທ້ວງຢ່າງແຂງຂັນຕໍ່ການກະທຳທີ່ຮາວີທີ່ດຳເນີນການໂດຍໜ່ວຍຍາມຝັ່ງຂອງຈີນ ແລະກຸ່ມທະຫານບ້ານທາງທະເລຂອງຈີນ ຕໍ່ພາລະກິດການໝູນວຽນກຳລັງແລະສະບຽງໂດຍຟີລິບປິນ ໃນຫາດຊາຍ ອາຢຸນຈິນ” ກະຊວງການຕ່າງປະເທດໄດ້ກ່າວ ໂດຍໃຊ້ຊື່ຂອງຫາດຊາຍທອມມັສທີສອງ ໃນພາສາຂອງຟີລິບປິນ.

ອ່ານຂ່າວນີ້ເປັນພາສາອັງກິດ