ການສູ້ລົບກັນ ໃນພາກໃຕ້ ຟີລິບປິນ ຍັງດຳເນີນ ຢູ່ຕໍ່ມາ (ວີດີໂອ)

Les membres de la Garde nationale tunisienne prennent position dans la banlieue d’Oued Ellil de Tunis où une fusillade a eu lieu, en Tunisie, le jeudi 23 octobre 2014.

ການສູ້ລົບກັນ ຢູ່ໃນພາກໃຕ້ຂອງຟີລິບປິນ ຍັງດຳເນີນຢູ່ຕໍ່ມາໃນ
ວັນອາທິດມື້ນີ້ ຂະນະທີ່ທະຫານລັດຖະບານທຳການບຸກໂຈມຕີ ເພື່ອເຂົ້າຢຶດເອົາທີ່ໝັ້ນຂອງພວກກະບົດມຸສລິມຄືນຫຼັງຈາກໄດ້
ມີການປະທະກັນເປັນເວລາ 7 ມື້.

ປະກົດວ່າ ການສູ້ລົບກັນໃນຮອບລ່າສຸດຫຼ້າສຸດນີ້ ໄດ້ເຮັດໃຫ້
ຂໍ້ຕົກລົງຢຸດຍິງທີ່ຮອງປະທານາທິບໍດີຟີລິບປິນທ່ານ Jejomar
Binay ກ່າວໃນຕອນແລງ ຂອງມື້ວັນສຸກຜ່ານມາວ່າ ທ່ານໄດ້
ບັນລຸ ກັບຜູ້ນຳຂອງກຸ່ມກະບົດ ທ່ານ Nur Misuari ນັ້ນ ແຕກ
ຫັກລົງ.

ກອງທັບຟີລິບປິນກ່າວວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 53 ຄົນ ໃນການສູ້ລົບດັ່ງກ່າວ ຊຶ່ງ 43 ຄົນໃນຈຳນວນນີ້ແມ່ນເປັນພວກກະບົດ.

ການປະເຊີນໜ້າໄດ້ເລີ້ມຂຶ້ນໃນມື້ວັນຈັນຜ່ານມາເວລາພວກກະບົດຂອງກຸ່ມແນວໂຮມປົດ
ປ່ອຍແຫ່ງຊາດ Moro ຫລື FNLF ບຸກໂຈມຕີເມືອງທ່າ Zamboanga ໂດຍໄດ້ຈັບພວກ ໂຕປະກັນຈຳນວນນຶ່ງ ທີ່ເຈົ້າໜ້າທີ່ເວົ້າວ່າ ພວກເຂົາຈະໃຊ້ເປັນເຄື່ອງກຳບັງນັ້ນ.

ເມືອງ Zamboanga ໄດ້ປິດໂຮງຮຽນ ແລະໂຮງການຕ່າງໆ ຂອງລັດຖະບານສ່ວນໃຫຍ່ກໍ ໄດ້ອັດລົງ ຂະນະທີ່ຖ້ຽວບິນທັງໄປຫາແລະອອກຈາກຂົງເຂດດັ່ງກ່າວຍັງມີການປິດຢູ່.

ແຕ່ແນວໃດກໍຕາມ ຫ້າທະນາຄານທີ່ຢູ່ຫ່າງໄກສົມຄວນ ຈາກບ່ອນທີ່ເກີດການປະທະກັນ
ໃນເມືອງ Zamboanga ຕົກລົງທີ່ຈະໄຂກິດຈະການຄືນໃນວັນອາທິດມື້ນີ້ຫຼັງຈາກໄດ້ປິດ ລົງເວລາການປະທະກັນເລີ້ມຂຶ້ນນັ້ນ.

ການສູ້ລົບກັນທີ່ວ່ານີ້ ໄດ້ເຮັດໃຫ້ປະຊາຊົນຫຼາຍກວ່າ 65 ຄົນຕ້ອງໄດ້ອົບພະຍົບຫລົບໜີ ແລະມີບ້ານເຮືອນຫລາຍໆຮ້ອຍຫຼັງໄດ້ຖືກຈູດເຜົາ.

Your browser doesn’t support HTML5

Philippines Rebels