ຟີລິບປິນ ຮຽກຮ້ອງ ໃຫ້ພວກກະບົດ ມຸສລິມ ຍອມຈຳນົນ (ສະໄລດ໌)

ທະຫານລັດຖະບານ ພວມຍິງປືນຄົກ ໂຈມຕີພວກກະບົດ (16 ກັນຍາ 2013)

ປະທານາທິບໍດີຟີລິບປິນ ທ່ານ Benigno Aquino ຮຽກຮ້ອງໃຫ້
ພວກກະບົດມຸສລິມ ທີ່ຍັງເຫລືອຢູ່ ໃນເມືອງ Zamboanga ທາງ
ພາກໃຕ້ຂອງປະເທດໃຫ້ທຳການຍອມຈຳນົນເພື່ອຫຼີກລ່ຽງຕໍ່ການ
ນອງເລືອດ.

ການຮຽກຮ້ອງຂອງທ່ານຕໍ່ພວກນັກລົບຂອງກຸ່ມກະບົດແນວໂຮມ
ປົດປ່ອຍຊາດ Moro ຫລື MNLF ມີຂຶ້ນ ໃນຂະນະທີ່ ການສູ້ລົບ ຮອບໃໝ່ເຮັດໃຫ້ພວກກະບົດ 8 ຄົນ ແລະທະຫານຄົນນຶ່ງເສຍຊີ
ວິດ. ມີຜູ້ເສຍຊີວິດໄປແລ້ວຫລາຍກວ່າ 100 ຄົນ ແລະອີກຫລາຍ
ກວ່າ 100,000 ຄົນ ຕ້ອງໄດ້ອົບພະຍົບຫຼົບໜີໄປຈາກເຮືອນຊານ
ບ້ານຊ່ອງຂອງພວກເຂົາເຈົ້າ.

ທ່ານ Aquino ທີ່ເວົ້າວ່າ ທ່ານຈະຢູ່ໃນເຂດດັ່ງກ່າວຈົນກວ່າວິກິດການສິ້ນສຸດລົງນັ້ນຍັງໄດ້ ປະກາດໃຫ້ເງິນຊ່ອຍເຫຼືອ 90 ລ້ານໂດລາເພື່ອເປັນກອງທຶນໃນການບູລະນະສ້າງສາເມືອງ Zamboanga.

ເຈົ້າໜ້າທີ່ກ່າວວ່າ ຊີວິດການເປັນຢູ່ເລີ້ມກັບຄືນເຂົ້າສູ່ສະພາບປົກກະຕິແລ້ວ ທັງໆທີ່ພວກ ທະຫານຍັງສືບຕໍ່ຕາມລ່າຫາໂຕພວກກະບົດມຸສລິມທີ່ບຸກໂຈມຕີເມືອງດັ່ງກ່າວໃນຕົ້ນເດືອນ
ນີ້.

ທຸລະກິດຫລາຍໆແຫ່ງ ຕະຫຼອດທັງທະນາຄານຕ່າງໆ ໃນເຂດໃຈກາງເມືອງ ເລີ້ມເປີດຄືນ ແລ້ວ ແລະໃນມື້ວັນພະຫັດວານນີ້ ສະໜາມບິນໃນເມືອງດັ່ງກ່າວກໍມີຖ້ຽວບິນໂດຍສານທຳ ອິດໄປລົງ ໃນໄລຍະຫຼາຍໆມື້.

ກຸ່ມກະບົດ MNLF ຮຽກຮ້ອງມາເປັນເວລາດົນນານແລ້ວເພື່ອຢາກໄດ້ສິດໃນການປົກຄອງ ຕົນເອງຫຼາຍຂຶ້ນຢູ່ໃນເຂດພາກໃຕ້ຂອງປະເທດທີ່ປະຊາຊົນສ່ວນໃຫຍ່ເປັນຊາວມຸສລິມນັ້ນ ບ່ອນທີ່ການກໍ່ກະບົດມາເປັນເວລາ 4 ທົດສະວັດເຮັດ ໃຫ້ມີຜູ້ເສຍຊີວິດໄປແລ້ວຢ່າງໜ້ອຍ 120,000 ຄົນ.

ພາບ ກ່ຽວກັບເຫດການ ຢູ່ເມືອງ Zamboanga ຟິລິບປິນ