ໂຕປະກັນສະວິດເຊີແລນ ຫລົບໜີຈາກ ຄົນຮ້າຍມາໄດ້ ທີ່ຟີລິບປີນ

ພວກທະຫານຢືນຍາມ ທີ່ຖະໜົນສາຍນຶ່ງ ໃນເຂດໝູ່ບ້ານແຫ່ງນຶ່ງ ທີ່ເກາະ Jolo, ພາກໃຕ້ຟີລິບປີນ, ວັນທີ 17 ຕຸລາ 2014.

ຜູ້​ຊາຍຄົນສະ​ວິດ​ເຊີ​ແລນຜູ້​ນຶ່ງ​ ທີ່​ຖືກ​ພວກ​ຫົວຮຸນ​ແຮງ​ລັດ​ອິສ
ລາມ​ລັກພາ​ໂຕ​ໄປ ​ໃນ​ພາກ​ໃຕ້​ຂອງ​ຟີ​ລິບ​ປີນ​ ​ເມື່ອ​ເກືອບ 3 ປີ
ຜ່ານມາ ​ໄດ້​ຖືກ​ຊ່ອຍ​ຊີວິດ ​ໃນ​ເກາະ ​ໂຮ​ໂລ ​ໃນ​ພາກ​ໃຕ້​ຂອງ​
ຟີ​ລິບ​ປີນ.

ພັນ​ເອກ Restituto Padilla ໂຄສົກ​ກອງທັບ​ຟີ​ລິບ​ປີນ ກ່າວ​
ວ່າ “ຈາກ​ຂ່າວ​ທີ່​ພວກ​ເຮົາ​ໄດ້​ຮັບ​ນັ້ນ ທ່ານ Vinciguerra ​
ໄດ້ມີ​ໂອກາດ​ ທີ່​ອຳນວຍໃຫ້​ທ່ານ​ໄດ້​ຍຶດ​ເອົາ​ອາວຸດຊະນິດ​
ນຶ່ງ ທີ່​ຄື​ກັນ​ກັບ​ພ້າ​ໃຫຍ່​ດວງ​ນຶ່ງ​ ຈາກ​ພວກ​ຈັບ​ກຸມລາວ ​
ແລະ​ກໍ​ໄດ້ໃຊ້​ພ້າດ​ວງນີ້​ໂຈມ​ຕີ​ ​ຄົນ​ຍາມ​ລາວ ​ເຮັດ​ໃຫ້​ຄົນ
​ຍາມ​ໄດ້​ຮັບ​ບາດ​ເຈັບຊຶ່ງ​ອຳນວຍ​ໃຫ້ລາວ ແລ່ນ​ໜີໄປ​ຍັງ
ບ່ອນ​ທີ່ປອດ​ໄພໄດ້.”

ທ່ານ Lorenzo Vinciguerra ​ແລ່ນ​ໜີ​ຈາກ​ພວກ​ຫົວ​ຮຸນ​ແຮງ​ກຸ່ມ Abu Sayyaf ​ໃນ​ວັນ
ເສົາ​ວານ​ນີ້ ​ໃນ​ລະຫວ່າງ​ການ​ຍິງ​ປືນ​ຕໍ່ສູ້​ກັນ​ກັບ​ພວກ​ທະຫານ​ຟີ​ລິບ​ປີນ. ລາວໄດ້​ຮັບ​ບາດ
ເຈັບ ​ໃນ​ການ​ແລ່ນ​ຫລົບໜີ​ຈາກ​ພວກ​ຫົວ​ຮຸນ​ແຮງນັ້ນ ​ແລະ​ຕໍ່​ມາ​ພວກ​ທະຫານ​ຟີ​ລິບ​ປີນ ​
ໄດ້​ພົບ​ເຫັນ​ລາວ.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ທ່ານ Viciguerra ໄດ້​ຖືກ​ນຳ​ໄປ​ພັກຜ່ອນຢູ່​ໂຮງໝໍ ​ເພື່ອ​ປິ່ນປົວ​
ບາດ​ແຜ​ ທີ່ບໍ່​ຮ້າຍ​ແຮງ​ເຖິງ​ຂັ້ນ​ອັນຕະລາຍ​ຕໍ່​ຊີວິດ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຄົນ Netherlands ຄົນ​ນຶ່ງ ​ຄື​ທ່ານ Ewold Horn ທີ່​ໄດ້​ຖືກ​ລັກ
ພາ​ໂຕ​ໄປ​ພ້ອມ​ກັນ​ກັບ​ທ່ານ Vinciguerra ນັ້ນ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຊ່ອຍ​ຊີວິດ​ໄວ້​ເທື່ອ
​ແຕ່​ກໍ​ບໍ່​ມີ​ຂ່າວ​ຄາວ​ໃດໆ ກ່ຽວ​ກັບ​ທ່ານ ໃນ​ເວລາ​ນີ້.

Your browser doesn’t support HTML5

philippineshostage7december14