ທ່ານ Benigno Aquino ປະທານາທິບໍດີຟິລິບປິນໄດ້ປະກາດເຕືອນໃນວັນອາທິດມື້ນີ້ວ່າ
ພວກເຈົ້າໜ້າທີ່ໄດ້ຄົ້ນພົບແຜນການຂອງພວກກໍ່ການຮ້າຍທີ່ຈະຂັດຂວາງທັບມ້າງຂະບວນ
ແຫ່ງານບຸນສາສະໜາປະຈໍາປີໃຫຍ່ໃນນະຄອນຫລວງມະນີລານັ້ນ.
ທ່ານອາຄີໂນ ບໍ່ໄດ້ບົ່ງບອກວ່າເປັນກຸ່ມກໍ່ການຮ້າຍຝ່າຍໃດ ແຕ່ກໍກ່າວໃນກອງປະຊຸມໃຫ້
ສໍາພາດຂ່າວວ່າ ມີການພົບເຫັນພວກກໍ່ການຮ້າຍຫລາຍຄົນ ເຄຶ່ອນໄຫວຢູ່ໃນເມືອງຫລວງ
ມະນິລາ ແລະວ່າເຈົ້າໜ້າທີ່ຕໍາຫລວດກໍາລັງ ພະຍາຍາມຈະຈັບໂຕພວກຕ້ອງສົງໄສແລະ
ຂັດຂວາງແຜນໂຈມຕີີໃດໆກໍຕາມ.
ປະທານາທິບໍດີຟິລິບປິນກ່າວວ່າ ການຮັກສາຄວາມໄພຈະແໜ້ນໜາທີ່ສຸດ ສໍາລັບຂະບວນ
ແຫ່ຮູບສະລັກຂອງພະເຍຊູ ທີ່ເອີ້ນກັນວ່າ the Black Nazarene ທີ່ແກະສະລັກດ້ວຍ
ໄມ້ທີ່ມີອາຍຸຫລາຍສັດຕະວັດ ໃນວັນຈັນມື້ອື່ນນີ້ ຄືເປັນງານບຸນປະຈໍາປີທີ່ມີພວກຜູ້ຊົມເຂົ້າ
ຮ່ວມຫລາຍຮ້ອຍພັນຄົນນັ້ນ.