ຟີລິບປິນ ນໍາໃຊ້ຫຼອດໄຟ ຮັບແສງຕາເວັນ ທີ່ເຮັດຈາກ ແກ້ວນໍ້າອັດລົມ

  • ກິ່ງສະຫວັນ ປະຖຳມະວົງ

ນາງ Sheila Royeras ດີໃຈກັບຫຼອດໄຟໃໝ່ຮັບແສງຕາເວັນ ທີ່ເຮັດຈາກແກ້ວນໍ້າອັດລົມປລາສຕິກ ທີ່ຕິດຕັ້ງ ໃສ່ເຮືອນຂອງນາງ ຢູ່ຄຸ້ມຄົນທຸກ ໃນເຂດຊານເມືອງຂອງກຸງມະນີລາ (18 ພະຈິກ 2011)

ເຮືອນນ້ອຍຫຼາຍໆພັນຫຼັງຢູ່ທີ່ຄຸ້ມຄົນທຸກໃນເຂດນະຄອນຫຼວງມະນີລາ ຂອງຟີລິບປິນໄດ້ຮັບ ຫຼອດໄຟທີ່ມີປະສິດທິຜົນທາງດ້ານພະລັງງານລາຄາຖືກສຸດໃນສັບປະດາແລ້ວນີ້. ການຕິດຕັ້ງ ດັ່ງກ່າວແມ່ນພາກສ່ວນນຶ່ງຂອງການຊຸກຍູ້ໃນຂອບເຂດທີ່ກວ້າງຂວາງ ເພື່ອໃຫ້ມີການຕິດຕັ້ງ ຫຼອດໄຟ ທີ່ເຮັດຈາກແກ້ວນໍ້າອັດລົມ ທີ່ເປັນປລາສຕິກ ໃສ່ເຮືອນ 1 ລ້ານຫລັງ ພາຍໃນປີ 2012. ນາງ Simone Orendain ມີລາຍງານກ່ຽວກັບເລື່ອງນີ້ຈາກກຸງມະນີລາ.

ນາງ Sheila Royeras ກ່າວວ່າ ນາງເອງພ້ອມດ້ວຍຜົວ ແມ່ຂອງນາງແລະລູກອີກສອງ
ຄົນໄດ້ໃຊ້ເວລາສ່ວນໃຫຍ່ຢູ່ກັບຄວາມມືດ ເຖິງແມ່ນໃນຕອນກາງເວັນກໍດີ. ເຮືອນນ້ອຍໆ
ຂອງພວກເຂົາເຈົ້າ ແມ່ນຕັ້ງຫ່າງຈາກອາຄານ 2 ຊັ້ນຫຼັງນຶ່ງ ທີ່ພວມຢູ່ໃນລະຫວ່າງການກໍ່
ສ້າງ ແລະໃນບໍລິເວນທີ່ມີການປຸກເຮືອນແບບໃກ້ໆ ແລະແອອັດກັນຢູ່. ແສງຕາເວັນຕາມ
ທຳມາຊາດ ໄດ້ຜ່ານເຂົ້າມາໃນເຮືອນ ໂດຍປະຕູທາງໜ້າທີ່ນ້ອຍໆທໍ່ນັ້ນ. ພວກເຂົາເຈົ້າບໍ່
ມີປັນຍາທີ່ຈະໃຊ້ແສງສະຫວ່າງຈາກຫຼອດໄຟຟ້າໄດ້ໃນຕອນກາງເວັນ.

ໃນຕອນເຊົ້າມື້ນຶ່ງເມື່ອໄວໆມານີ້ ພວກຄົນງານອາສາສະມັກ ໄດ້ມາຕິດຕັ້ງໃສ່ເຮືອນນາງ
Royeras ຫຼອດໄຟທີ່ຮັບແສງຈາກຕາເວັນ ຊຶ່ງເຮັດຈາກແກ້ວນໍ້າອັດລົມປລາສຕິກ ທີ່ໃຊ້
ແລ້ວພ້ອມກັບນໍ້າບໍລິສຸດແລະນໍ້າຢາຟອກເຄື່ອງໃຫ້ຂາວ.

ພວກຄົນງານໄດ້ເຈາະຮູມົນ ທີ່ມີລວງກວ້າງທໍ່ກັນກັບຂະໜາດຂອງແກ້ວ ໃສ່ເທິງຫຼັງຄາທີ່
ເປັນໂລຫະ. ແກ້ວທີ່ມີຂະໜາດໃຫຍ່ນຶ່ງລິດ ບັນຈຸນໍ້າເຕັມ ແລະໃສ່ນໍ້າ ຢາຟອກເຄື່ອງໃຫ້
ຂາວລົງໄປສອງຝາເພື່ອເຮັດໃຫ້ນໍ້າສະອາດ ແລະໃສດີນັ້ນ ໄດ້ຖືກນຳໄປສອດໃສ່ຮູທີ່ເຈາະ
ໄວ້ເທິງຫຼັງຄາ ແລ້ວກໍເອົາຢາມາຈອດບໍ່ໃຫ້ນໍ້າຝົນຮົ່ວລົງມາແລະແຜ່ນໂລຫະນ້ອຍໄດ້ຖືກ ຕອກໃສ່ຫຼັງຄາເພື່ອບໍ່ໃຫ້ແກ້ວຕົກ. ນໍ້າທີ່ຢູ່ຂ້າງໃນໄດ້ສະທ້ອນແສງຕາເວັນທີ່ໄດ້ຮັບແລະ
ກະຈາຍແສງສະຫວ່າງລົງໄປໃສ່ເຮືອນທີ່ຢູ່ທາງລຸ່ມປະມານ 55 ວັດ. ຫຼອດໄຟດັ່ງກ່າວນີ້
ມີອາຍຸຍືນປະມານ 5 ປີ.

ໃນຕອນທ້າຍຂອງການຕິດຕັ້ງຫຼອດໄຟນັ້ນ ເຮືອນທີ່ມີຂະໜາດ 15 ຫາ 20 ແມັດມົນ
ທົນກໍໄດ້ຮັບແສງສະຫວ່າງຈາກຫຼອດໄຟ 3 ດອກ. ໃນການກ່າວເປັນພາສາຕາກາລອັກ
ນາງ Royeras ເວົ້າວ່າ ການໄດ້ໃຊ້ໄຟລ້າຈະເຮັດໃຫ້ນາງປະຢັດເງິນໄດ້ຢ່າງຫຼວງຫຼາຍ.

ນາງ Royeras ເວົ້າວ່າ ນາງມີຄວາມດີໃຈຫຼາຍຍ້ອນຄາດວ່າຄ່າໄຟຟ້າເທື່ອໜ້າຈະຖືກ
ລົງຢ່າງຫຼວງຫຼາຍ. ນາງຫົວຍິ້ມ ແລະເວົ້າຕື່ມວ່າ ນາງຈະສາມາດ ຊື້ອາຫານໄດ້ເພີ່ມຂຶ້ນ
ສຳລັບຄອບຄົວຂອງນາງ.

ສ່ວນນາຍ Illac Diaz ຫົວໜ້າມູນນິທິ MyShelter ທີ່ບໍ່ຫວັງຜົນກຳໄລ ເປັນຜູ້ກຳກັບ
ນຳພາໃນໂຄງການຕິດຕັ້ງຫຼອດໄຟແສງຕາເວັນ. ທ່ານກ່າວວ່າ ໃນເຂດຮ້ອນເອົ້າຄຸ້ມຄົນ
ທຸກນີ້ ຜູ້ຄົນໄດ້ພາກັນອາໄສຢູ່ໃນສະພາບທີ່ແອອັດ ມືດແລະກໍຖືກຕັດຂາດຈາກຝົນແລະ
ແສງຕາເວັນທີ່ຮ້ອນເອົ້າ. ທ່ານ Diaz ກ່າວວ່າປະຊາຊົນຄວນຫັນມາໃຊ້ຫຼອດໄຟຊະນິດ
ນີ້ ແທນທີ່ຈະກາງຕໍ່ແຕ່ນໍາທຽນໄຂຫຼືສິ່ງທີ່ອາດພາໃຫ້ເກີດອັກຄີໄພອື່ນໆ.

ທ່ານ Diaz ເວົ້າວ່າ “ມັນປອດໄພກວ່າ ມັນບໍ່ເປັນອັນຕະລາຍຕໍ່ສຸຂະພາບ ມັນ
ແຈ້ງກວ່າ ແລະສິ່ງທີ່ໜ້າຢາກຫົວກໍຄືຫຼອດໄຟຊະນິດນີ້ທີ່ຈິງແລ້ວແມ່ນມາຈາກ
ບ່ອນທີ່ພວກເຮົາຄາດຄິດໄວ້ໜ້ອຍທີ່ສຸດ ຊຶ່ງໄດ້ແກ່ຖັງຂີ້ເຫຍື້ອ. ດັ່ງນັ້ນມັນຈຶ່ງ
ເປັນຫຼອດໄຟລາຄາຖືກທີ່ສຸດໃນໂລກ.”

ເຈົ້າໜ້າທີ່ລັດຖະບານກ່າວວ່າ ຟີລິບປິນເປັນປະເທດທີ່ມີອັດຕາຄ່າໃຊ້ໄຟຟ້າແພງທີ່ສຸດໃນ
ເອເຊຍ. ທ່ານ Diaz ເວົ້າວ່າທາງເລືອກໃນການນຳໃຊ້ຫຼອດໄຟເທັກໂນໂລຈີຕໍ່າທີ່ປະຢັດ
ໄຟດັ່ງກ່າວຈະເຮັດໃຫ້ພວກຜູ້ໃຊ້ທັງຫຼາຍປະຢັດເງິນຄ່າໄຟຟ້າ ສະເລ່ຍແລ້ວ 10 ໂດລາຕໍ່
ເດືອນ.

ໂຄງການຕິດຕັ້ງຫຼອດໄຟລາຄາຖືກທີວ່ານີ້ ແມ່ນເພື່ອຊ່ອຍພວກຄົນທຸກໃຫ້ມີວຽກການ
ເຮັດຄືກັນ. ປັດຈຸບັນມູນນິທິດັ່ງກ່າວໄດ້ຈ່າຍເງິນຄ່າທຳນຽມຖືກໆໃຫ້ແກ່ພວກເກັບແກ້ວ ພວກປະກອບແລະຕິດຕັ້ງຫຼອດໄຟ. ທ່ານ Diaz ເວົ້າວ່າ ບາງຄົນກໍພວມເຮັດທຸລະກິດ
ກ່ຽວກັບເລື່ອງນີ້.

ທ່ານ Diaz ກ່າວວ່າ “ເມື່ອພວກເຮົານໍາເຜີຍແຜ່ເທັກໂນໂລຈີ ໃຫ້ແກ່ທຸລະກິດ
ຮາກຫຍ້າເພື່ອຜະລິດຫຼອດໄຟເຫຼົ່າແລ້ວມັນກໍບໍ່ມີຂີດຈຳກັດເລີຍວ່າ ເທັກໂລ
ໂລຈີທີ່ວ່ານີ້ຈະໄປໃສ.”

ທ່ານ Diaz ເວົ້າວ່າ ທ່ານໄດ້ຊ່ອຍໃນການຈັດຕັ້ງໂຮງການຂຶ້ນ ທີ່ປະເທດເມັກຊິໂກ ໂຄ-
ລອມເບຍແລະອິນເດຍບ່ອນທີ່ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານອື່ນໆໄດ້ເລີ່ມໂຄງການ
ຕິດຕັ້ງຫຼອດໄຟລາຄາຖືກນີ້ແລ້ວ.