ອະດີດ ປະທານາທິບໍດີ Arroyo ບໍ່ຍອມຮັບຜິດ ຕໍ່ຂໍ້ກ່າວຫາ

  • ສິງ ບູຣົມມະວົງ

ອະດີດປະທານາທິບໍດີ Gloria Macapagal Arroyo ໂບກມື ຕໍ່ຝູງຊົນຢູ່ນອກສານແຫ່ງນຶ່ງໃນກຸງມານີລາ, ຟີລິບປິນ. ວັນທີ 23 ກຸມພາ 2012.

ອະດີດ​ປະທານາທິບໍດີ Gloria Arroyo ​ແຫ່ງຟີ​ລິບ​ປິນບໍ່​ຍອມຮັບ​ຜິດ​ຕໍ່​ຂໍ້​ກ່າວ​ຫາຖານ​ທໍາ​ການ​ສໍ້​ໂກງ​ການ​ປ່ອນ​ບັດ​ເລືອກ​ຕັ້ງ ​ໃນ​ການ​ດໍາ​ເນີນ​ຄະດີລະດັບ​ສູງ​ທີ່ພວມ​ດໍາ​ເນີນ​ໄປ​ຢູ່​ໃນ​ກຸງ​ມາ​ນີລາ​ໃນ​ວັນ​ພະຫັດ​ມື້​ນີ້.

ທ່ານ​ນາງ Arroyo ​ໄວ 64 ປີ​ໄດ້​ໄປ​ປາກົດ​ໂຕ​ໃນ​ການ​ດໍາ​ເນີນຄະດີ ໃນ​ສານ​ເປັນ​ເວລາ​
ສັ້ນໆ ​ໂດຍ​ໃບ​ໜ້າ​ຫົວ​ຍິ້ມ​ແຍ້ມແລະ​ໃສ່ເຜືອກ​ໃສ່​ຄໍ​ສີຂາວ​ຍ້ອນ​ທ່ານ​ນາງ​ປວດ​ກະດູກ​ສັນ
ຫລັງ​ນັ້ນ.

ທ່ານ​ນາງ​ຖືກ​ກ່າວ​ຫາ​ຖານ​ຮວມຫົວ​ກັນກັບ​ຜູ້​ນໍາ​ທະຫານ​ທີ່​ມີ​ຊື່​ສຽງຄົນ​ນຶ່ງ​ໃນ​ປີ 2007 ​ໃນ​
ການ​ກໍ່​ຄວາມ​ປັ່ນ​ປ່ວນ​ຂຶ້ນ​ໃນ​ການ​ເລືອກ​ຕັ້ງເອົາ​ສະມາຊິກ​ສະພາ​ສູງ​ທີ່​ພັກ​ຂອງ​ທ່ານ​ນາງ
ສະໜັບສະໜຸນ​ນັ້ນ.

ທ່ານ Ferdinand Topacio ທະນາຍຄວາມ​ຂອງ​ທ່ານ​ນາງ Arroyo ກ່າວ​ຕໍ່​ບັນດາ​ນັກ
ຂ່າວຢູ່​ນອກ​ສານ​ວ່າ ທ່ານ​ມີ​ຄວາມ​ເຫັນ​ໃນແງ່​ດີ​ວ່າ​ລູກ​ຄວາມ​ຂອງ​ທ່ານ​ຈະ​ພົ້ນ​ຈາກ​ຂໍ້​ຫາ
ດັ່ງກ່າວ.

ອັນ​ນີ້​ແມ່ນ​ຂໍ້​ຫາ​ທໍາ​ອິດ​ຂອງ​ຂໍ້​ກ່າວ​ຫາ​ຫລາຍ​ກະທົງ​ທີ່​ມີ​ຕໍ່​ທ່ານ​ນາງ Arroyo ຈາກ​ປະທາ
ນາທິບໍດີ Benigno Aquino ທີ່​ຂຶ້ນ​ດໍາລົງຕໍາ​ແໜ່ງແທນ​ທ່ານ​ນາງ​ນັ້ນ.

ທ່ານ​ນາງ Arroyo ​ທີ່​ດໍາລົງ​ຕໍາ​ແໜ່​ງປະທານາທິບໍດີ​ຕັ້ງ​ແຕ່​ປີ 2001 ຫາ 2010 ນັ້ນ​
ກ່າວ​ວ່າການ​ກ່າວ​ຫາ​ເຫລົ່າ​ນີ້​ມີ​ການ​ເມືອງ​ແອບ​ແຝງ ແລະ​ມີ​ວັດຖຸ​ປະສົງ​ເພື່ອເສີມຂະຫຍາຍ
ຄວາມ​ນິຍົມໃຫ້​ທ່ານ Aquino.

ຢູ່ນອກ​ສານ ພວກ​ສະໜັບສະໜຸນ​ທ່ານ​ນາງ Arroyo ຈຸ​ນຶ່ງ​ນ້ອຍໆ​ພາກັນ​ຖື​ປ້າຍ​ຕ່າງໆ​
ແລະໂຮ​ຮ້ອງ​ຄໍາ​ຂວັນ​ໃຫ້ການ​ສະໜັບສະໜຸນຕໍ່ຄວາມ​ບໍລິສຸດ​ຂອງ​ທ່ານ​ນາງ.