ທ່ານ Duterte ​ປ່ຽນທິດ​ທາງ​ ໃນ​ນະ​ໂຍບາຍ ​​ກ່ຽວ​ກັບ​ຈີນ ​ແລະ​ສະຫະລັດ

ທ່ານ Rodrigo Duterte, ກາງ, ຍົກມືຄຳນັບທະຫານ ກັບທ່ານ Ricardo Visaya ຜູ້ບັນຊາການກອງທັບ ກ່ອນອອກເດີນທາງໄປຢ້ຽມຢາມຍີ່ປຸ່ນ, ທີ່ມະນີລາ, ຟິລິບປີນ, 25 ຕຸລາ, 2016.

ປະທານາທິບໍດີ​ຟິລິບ​ປີນ ທ່ານ Rodrigo Duterte ໄດ້​ປ່ຽນທິດ​ທາງ​ໃນ​ນະ​ໂຍບາຍກ່ຽວ​ ກັບ​ຈີນ ​ແລະ​ສະຫະລັດ ຊຶ່ງ​ມັນ​ໄດ້​ເພີ່ມ​ຊັ້ນ​ໃໝ່ອີກຊັ້ນ​ນຶ່ງ​ ໃສ່​ຄວາມ​ບໍ່ແນ່ນອນ ຕໍ່​ສະມາ ຄົມ​ບັນດາ​ປະຊາ​ຊາດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນອອກສຽງ​ໃຕ້​ຫລື​ອາ​ຊຽນ. ​

ກຸ່ມ​ທີ່​ມີ​ສະມາຊິກ 10 ປະ​ເທດດັ່ງກ່າວ ​ແມ່ນ​ກຳລັງ​ຕຽມ​ຕົວ​ສະຫຼອງ​ວັນ​ຂີດ​ໝາຄົບຮອບ 50 ປີ ​ໃນ​ປີໜ້າ​ນີ້ ​ໂດຍ​ມີປະ​ເທດ ຟິລິບ​ປີນເປັນ​ປະທານ ​ຊຶ່ງ​ໃນ​ເວລາ​ນີ້​ພວມ​ປະ​ເຊີນ​ກັບ ​ການ​ແບ່ງ​ແຍກ​ທີ່​ເພັ່ງ​ເລັງ​ໃສ່​ການ​ມີ​ອິດ​ທິພົນເພື່ມຂຶ້ນ​ຂອງ​ຈີນ​ແລະບົດບາດ​ຂອງແຜນ​ຍຸດ​ທະ​ສາດສະຫະລັດຕໍ່​ຂົງ​ເຂດດັ່ງກ່າວ.

​ໃນລະຫວ່າງ​ການ​ຢ້ຽມຢາມ​ນະຄອນຫຼວງ​ປັກ​ກິ່ງ ຢ່າງ​ເປັນ​ທາງ​ການເມື່ອ​ໄວໆ​ມານີ້​ ທ່ານ Duterte ​ໄດ້​ປະກາດແຍກ​ທາງ ກັບສະຫະລັດ ​ຊຶ່ງ​ເປັນຄູ່​ພາຄີ​ທາງ​ດ້ານ​ຍຸດ​ທະ​ສາດມາ​ເປັນເວລາ​ດົນ​ນານ ເພື່ອ​ໄປ​ນິຍົມ​ຈີນ ​ແຕ່​ໄດ້​ຖອນ​ຈາກ​ທ່າ​ທີ​ດັ່ງກ່າວ ເວລາທ່ານເດີນທາງ​ກັບຄືນປະ​ເທດ.

ທ່ານ Rodrigo Duterte, ຊ້າຍ, ເດີນຮ່ວມກັບທ່ານ Xi Jinping ປະທານປະເທດຈີນໃນພິທີຕ້ອນຮັບ ຂ້າງນອກສາລາປະຊາຊົນໃນກຸງປັກກິງ, ຈີນ, 20 ຕຸລາ, 2016.

“ຂ້າພະ​ເຈົ້າໄດ້ກ່າວວ່າ ການ​ແຍກ​ທາງນັ້ນ ​ຊຶ່ງ​ໃນ​ຄຳ​ເວົ້າທີ່​ແທ້​ຈິງ​ແລ້ວ​ແມ່ນການ
ທາງ​ກ່ຽວ​ກັບ​ນະ​ໂຍບາຍການ​ຕ່າງປະ​ເທດ. ​ໃນ​ອະດີດ ​ແລະ​ຈົນ​ກ​ວ່າ​ຂ້າພະ​ເຈົ້າ​ເປັນ​ປະທາ ນາທິບໍດີ ພວກ​ເຮົາ​ແມ່ນ​ມີ​ແຕ່ເຮັດຕາມສິ່ງ​ທີ່​ສະຫະລັດ​ຈະ​ສະ​ເໜີ​ໃຫ້. ການ​ແຍກ​ທາງ​ໃນນະ​ໂຍບາຍ ການ​ຕ່າງປະ​ເທດນັ້ນ​ ແມ່ນ​ວ່າ​ບໍ່​ຈຳ​ເປັນ ​ແບບໝຸດຫົວ​ຈົມ​ທ້າຍ​ກັບ​ນະ​ໂຍບາຍການ​ຕ່າງປະ​ເທດຂອງ​ສະຫະລັດ, ນັ້ນ​ລະ​ຄື​ສິ່ງ​ທີ່​ຂ້າພະເຈົ້າ​ໝາຍ​ເຖິງ.
ການ​ປະຕິບັດກໍ​ຄື​ການແຍກ​ທາງ ຊຶ່ງ​ເປັນ​ວິທີ​ການ​ນຶ່ງ​ຂອງ​ການ​ປະຕິບັດ​,”
ນັ້ນຄື​ຄຳ​ເວົ້າ ຂອງທ່ານ Duterte.

ລັດຖະມົນຕີການຕ່າງປະເທດຟິລິບປີນ ທ່ານ Perfecto Yasay, ຊ້າຍ, ໃນກອງປະຊຸມສຸດຍອດ ASEAN-U.S.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຟິລິບ​ປີນ ທ່ານ Perfecto Yasay ​ໄດ້​ເອົາ​ບາດກ້າວ
ເພື່ອ​ຄ້ຳປະກັນປະຊາ​ຄົມນາ​ໆ​ຊາດ ​ໂດ​ຍ​ໄດ້​ກ່າວ​ຕໍ່​ທ່ານ Daniel Russel ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດຮັບຜິດຊອບ​ກ່ຽວ​ກັບຂົງເຂ​ດເອ​ເຊຍ​ ຕາ​ເວັນ​ອອກ​ແລະ​ປາຊິ​ຟິກ ທີ່​ກຳລັງ​ຢ້ຽມຢາມ​ຟີ​ລິບ​ປິນນັ້ນວ່າທ່ານ Duterte ​ແມ່ນ​ວ່າ​ໄດ້
​ຖອນ​ຄືນ​ຄວາມ​ເຫັນ​ທີ່​ທ່ານ​ໄດ້​ເຄີຍ​ກ່າວ​ໄປ​ນັ້ນ​ແລ້ວ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Your browser doesn’t support HTML5

Philippiness Duterte