ຊາວການາດາຄົນນຶ່ງ ຖືກປະຫານຊີວິດ ໂດຍ ພວກຫົວຮຸນແຮງ ຢູ່ພາກໃຕ້ ຟິລິບປີນ

ຕຳຫລວດແຫ່ງຊາດຟິລິບປີນ ນາຍພົນ Ricardo Marquez ອ່ານຖະແຫລງການຮ່ວມ ຂອງຕຳຫລວດ ແລະທະຫານ ກ່ຽວກັບການຕັດຫົວຊາວກາດາດາ ທ່ານ John Ridsdel.

ນາຍົກລັດຖະມົນ​ຕີ​ກາ​ນາ​ດາ ທ່ານ Justin Trudeau ​ໄດ້​ໃຫ້ການ​ຢືນ​ຢັນກ່ຽວ ກັບ​ການ ​ຕັດ​ຫົວ​ຂອງ​ຊາວກາ​ນາ​ດາ​ຄົນ​ນຶ່ງ ທີ່​ຖືກ​ຈັບເປັນ​ໂຕ​ປະກັນຢູ່​ໃນ​ພາກໃຕ້​ ​ຟິລິບ​ປີນ​ ​ໃນ​ປີ ​ແລ້​ວນີ້ ​ແລະ​ຮຽກຄ່າໄຖ່ 21 ລ້ານ​ໂດ​ລາ ໂດຍ​ພວກ​ຫົວ​ຮຸນ​ແຮງ​ທີ່ເປັນ​ເຄືອ​ຂ່າ​ຍຂອງ​ກຸ່ມ al-Qaida.

ທ່ານ Trudeau ກ່າວ​ໃນ​ວັນ​ຈັນ​ວານ​ນີ້ ​ດ້ວຍ​ນໍ້າສຽງອັນ​ໂກດ​ແຄ້ນ​ຕໍ່ການ​ສັງ ທ່ານ John Ridsdel ທີ່​ອອກ​ກິນເບ້​ຍບຳນານ​ແລ້ວ ​ໂດຍ​ຮ້ອງການ​ສັງຫານ​ນີ້ວ່າ “​ເປັນ​ການ​ຕາຍ​ທີ່ ບໍ່​ຈຳ​ເປັນ ​ເປັນ​ການ​ສັງຫານ​ແບບ​ເລືອດ​ເຢັນ.”

ທ່ານ Ridsdel ​ແມ່ນ​ນຶ່ງໃນ​ຊາວ​ກາ​ນາ​ດາ​ສອງ​ຄົນ ທີ່​ໄດ້​ຖືກ​ຈັບ​ພ້ອມ​ດ້ວຍ ຜູ້​ບໍລິຫານ ​ບ່ອນ​ຕາກ​ອາກາດທີ່​ເປັນ​ຊາວນໍ​ເວ ໃນ​ເດືອນກັນຍາ​ປີ​ກາຍ​ນີ້ ຢູ່​ທ່າ​ຈອດ ເຮືອ​ໃນເກາະ Mindanao ທາງ​ພາກ​ໃຕ້​ຂອງ​ປະ​ເທດ. ຫລາຍ​ອາທິດ​ຕໍ່​ມາ ພວກ​ມື​ປືນ​ຂອງ​ກຸ່ມ Abu Sayyaf ​ໄດ້ນຳ​ອອກ​ເຜີຍ​ແຜ່ ວີ​ດີ​ໂອ ຂອງບັນດາໂຕ​ປະກັນ ​ເພື່ອຮຽກຄ່າ​ໄຖ່ 21 ລ້ານ ໂດລາ​ ສຳລັບການ​ປ່ອຍ​ໂຕ​ຂອງແຕ່ລະຄົນ ທີ່​ຖືກ​ຈັບ​.

ຜູ້ຖືກ​ຈັບ​ໄດ້​ເຫັນ​ຢູ່​ໃນ​ຮູບ​ວີ​ດີ​ໂອ ຮ້ອງ​ຂໍ​ຊີວິດ​ເຂົາ​ເຈົ້າ. ວີີ​ດີ​ໂອທີ່​ເຫັນ​ຫວ່າງ​ມໍ່ໆ​ມາ​ນີ້ສະ​ ແດງ​ໃຫ້​ເຫັນ​ ທ່ານ Ridsdel ທີ່ກ່າວ​ວ່າ ທ່ານ​ຈະ​ຖືກ​ຂ້າ​ໃນ​ວັນ​ທີ 25 ​ເມສານີ້ ຖ້າ​ຫາກບໍ່​ ຈ່າຍ​ເງິນ​ຄ່າ​ໄຖ່​ໃຫ້.

ນັກທ່ອງທ່ຽວການາດາ ທ່ານ John Ridsdel ອາຍຸ 68 ຜູ້ທີ່ຖືກລັກພາໂຕ ໂດຍພວກພວກມືປືນ ໃນວັນທີ 21 ກັນຍາ ຢູ່ທີ່ເກາະ Samal.

ຄຳ​ຖະ​ແຫລ​ງຂອງ​ທ່ານ Trudeau ​ໄດ້​ມີ​ຂຶ້ນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫລັງ​ຈາກຕຳ​ຫຼວດ​ຢູ່​ເກາະ Jolo ທີ່​ໝັ້ນ​ອັນ​ແຂງ​ແຮງ​ຂອງກຸ່ມ Abu Sayyaf ກ່າວ​ວ່າ ມີສອງ​ຄົນ​ທີ່ເຈົ້າໜ້າ​ທີ່​ບໍ່​ຮູ້​ວ່າ​ແມ່ນ​ໃຜໄດ້​ຂີ່​ລົດຈັກ​ມາ​ຖີ້ມຫົວ​ທີ່​ຖືກ​ຕັດ​ຫໍ່​ໃສ່​ຖົງ​ປລາສຕິກຢູ່ໃກ້​ກັບ​ໂຮງການ​ລັດຖະ​ບານ​ແຫ່ງນຶ່ງ.

ຍັງ​ບໍ່​ມີ​ຂ່າວ​ຄາວ​ໃດໆ ກ່ຽວ​ກັບ​ຊາຕາ​ກຳ​ຂອງ​ບັນດາ​ໂຕ​ປະກັນ​ທີ່​ຍັງ​ເຫລືອ​ຢູ່​ນັ້ນ.

​ໃນ​ວັນ​ທີ 8 ​ເມສາຜ່ານ​ມານີ້ ກຳລັງ​ລັດຖະບານ ​ທີ່​ປະຕິບັດ​ງານຊອກຄົ້ນ​ຫາເພື່ອ​ຈະ​ປ່ອຍ​ໂຕ​ປະກັນ ​ໄດ້​ທຳ​ການ​ສູ້​ລົບ​ຫລາຍ​ຊົ່ວ​ໂມງ​ກັບກຸ່ມ Abu Sayyaf ຢູ່​ແຂວງ Basilan​ ທີ່​ຕັ້ງຢູ່​ໃກ້​ຄຽງ. ຖະ​ແຫລ​ງການ​ທະຫານ​ສະ​ບັບນຶ່ງ ກ່າວ​ວ່າ ທະ​ຫານ 18 ຄົນ​ໄດ້​ເສຍ​ຊີວິດ ​ແລະຄົນ​ອື່ນໆ​ຫລາຍ​ກວ່າ 50 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ສູ້​ລົບດັ່ງກ່າວ ພ້ອມ​ດ້ວຍພວກ​ຫົວ​ຮຸນ​ແຮງຢ່າງ​ໜ້ອຍຫ້າ​ຄົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ