ໃນຂະນະທີ່ການແຂ່ງຂັນເລືອກຕັ້ງປະທານາທິບໍດີຟິລິບປີນ ກຳລັງເຂົ້າຮູບຮອຍທີ່ຈະເປັນການແຂ່ງຂັນຜູ້ທີ່ມີຄວາມນິຍົມຄັ້ງໃຫຍ່ ລະຫວ່າງຜູ້ສະໝັກທີ່ສຳຄັນສີ່ຄົນ ກ່ຽວກັບເຕີບ ໂຕດ້ານເສດຖະກິດ ຄວາມໝັ້ນຄົງກັບບັນດາພັນທະມິດ ແລະນະໂຍບາຍຕ່າງປະເທດ ຂອງລັດຖະບານປັດຈຸບັນ ແມ່ນຍັງຢູ່ໃນສະພາບທີ່ບໍ່ແນ່ ນອນວ່າຈະຈົບລົງແບບໃດ.
ຜູ້ສະໝັກປະທານາທິບໍດີ ແລະເຈົ້າເມືອງ Davao ທ່ານ Rodrigo 'Digong' Duterte ກຳລັງໂຄສະນາຫາສຽງ.
ຢູ່ໃນການສຳຫລວດຫາງສຽງທົ່ວປະເທດໃນໄລຍະສອງອາທິດທີ່ຜ່ານມາ ທ່ານ Rodrigo Duterte ເຈົ້າຄອງກຳແພງເມືອງ Davao ທີ່ເປັນບັນຫາໂຕ້ແຍ້ງໄດ້ມີຄະແນນນຳໜ້າ ຫລາຍກວ່າສິບເປີເຊັນ ລື່ນບັນດາຄູ່ແຂ່ງ ຊຶ່ງທັງໝົດແມ່ນມີຄະແນນຫ່າງກັນ ລະຫວ່າງນຶ່ງຫາຫ້າເປີເຊັນ ຕະຫລອດລະຍະການໂຄສະນາຫາສຽງສາມເດືອນ ກ່ອນການເລືອກຕັ້ງ ໃນວັນທີ 9 ເດືອນພຶດສະພານີ້.
ເຮືອຫາປາຟິລິບປີນ ທີ່ເຄີຍໃຊ້ ຢູ່ໃນເກາະ Scarborough ບ່ອນທີ່ມີການໂຕ້ແຍ້ງກັນ ໃນທະເລຈີນໃຕ້.
ໃນຕອນແລງວັນອັງຄານມໍ່ໆມານີ້ ຢູ່ໃນຫ້ອງຫລິ້ນກິລາຂອງໂຮງຮຽນທີ່ແອອັດບໍ່ມີກາດ ໃນເຂດນະຄອນຫລວງມະນິລານັ້ນ ທ່ານ Duterte ທີ່ປາກບໍ່ມ່ວນອາຍຸ 71 ປີໄດ້ຂຶ້ນໄປ ເທິງເວທີແລະໄດ້ເລີ້ມກ່າວໂຈມຕີ. ທ່ານກ່າວຕໍ່ຕ້ານການສໍ້ລາດບັງຫລວງ ແລະໄດ້ຮັບການຕົບມືຢ່າງນອງສະໜັ່ນເວລາໃດທ່ານໄດ້ດ່າອອກມາ.
ບັນດາຜູ້ສະນັບສະໜູນພາກັນຍື່ນມືຫາກທ່ານ Grace Poe ລະຫວ່າງການໂຄສະນາຫາສຽງ.
ທ່ານ Duterte ສາລະພາບຕົນເອງວ່າ ເປັນຜູ້ສັງຫານພວກກໍ່ອາຊະຍາກຳ ໄດ້ລົງສະໝັກ ໂດຍໃຫ້ຄຳໝັ້ນສັນຍາວ່າ ຈະກຳຈັດພວກກໍ່ອາຊະຍາກຳ ພາຍໃນ ຫົກເດືອນຫລັງຈາກ ໄດ້ເຂົ້າກຳຕຳແໜ່ງ. ແລະທ່ານໄດ້ຮວບຮວມພວກສະໜັບ ສະໜູນທັງຫລາຍຈາກບັນດາ ຜູ້ມີສິດປ່ອນບັດທີ່ຕ້ອງການໃຫ້ນຳໃຊ້ໂທດປະຫານ ຊີວິດຄືນອີກ.
ຄວາມນິຍົມຊົມຊອບຂອງທ່ານບໍ່ໄດ້ຫລຸດລົງ ຫລັງຈາກທ່ານໄດ້ຮ້ອງພະສັນຕະ ປາປາວ່າ “ຊາດຊົ່ວ” ຫລືຫລັງຈາກການໃຫ້ຄວາມເຫັນທີ່ວ່າ ທ່ານປາດຖະໜາວ່າ ທ່ານໄດ້ເປັນຜູ້ທຳອິດຢູ່ໃນຖັນແຖວການຂົ່ມຂືນ ຂອງນັກແຜ່ຜາຍສາສະໜາອອກສເຕຣເລຍທີ່ຖືກຂ້າຕາຍ ລະຫວ່າງເກີດການຈາລະຈົນຢູ່ໃນຄຸກເມືອງ Davao ໃນປີ 1989.
ບັນດາຜູ້ສະໝັກປະທານາທິບໍດີ ພາກັນຮ້ອງເພງຊາດຟິລິບປິນ.
ການໃຫ້ຄວາມເຫັນຂອງທ່ານໄດ້ຖືກຕິຕຽນຈາກທັງເອກອັກຄະລັດຖະທູດອອສເຕຣເລຍ ແລະສະຫະລັດ ຕໍ່ຟິລິບປີນ.