ປະທານາທິບໍດີ ຟີລິບປິນ ຕຳໜິ ພວກທີ່ວິຈານ ເລື່ອງການປາບປາມ ຢາເສບຕິດ ຂອງທ່ານ

ສົບຂອງຊາຍຄົນໜຶ່ງ ຜູ້ທີ່ຕຳຫຼວດ ໄດ້ກ່າວວ່າ ຖືກຂ້າຕາຍ ໃນລະຫວ່າງ ປະຕິບັດການທັບມ້າງ ຢາເສບຕິດ "Shabu" ຫຼື (Meth), ແມ່ນສາມາດເຫັນໄດ້ ຢູ່ໃນ ນະຄອນຫຼວງ ມານີລາ ຂອງ Philippines, ວັນທີ 18 ສິງຫາ 2016.

ສະມາຊິກສະພາສູງຂອງຟີລິບປິນທ່ານ​ນຶ່ງ ໄດ້ປະຕິຍານວ່າ ຈະສືບຕໍ່ທຳ​ການ​ສືບສວນ ຢ່າງເປັນທາງການ ກ່ຽວ​ກັບ​ການ​ປຸກລະດົມຕໍ່ຕ້ານຄ້າຢາເສບຕິດ ທີ່ກໍ່ໃຫ້ເກີດຄວາມ ບໍ່ສະຫງົບ ຂອງປະທານາທິບໍດີ Rodrigo Duterte ເຖິງແມ່ນວ່າ ທ່ານໄດ້ກ່າວຫາ ແລະຂົ່ມຂູ່ຕໍ່ທ່ານນາງກໍຕາມ.

ທ່ານນາງ Leila de Lima ສະມາຊິກສະພາສູງ ໄດ້ເອີ້ນ ການໂຈມຕີຂອງທ່ານ Duterte ນັ້ນ ວ່າ “ເປັນການໃຊ້ອຳນາດບໍລິຫານ ເກີນຂອບ​ເຂດ ແລະໃນທາງທີ່ບໍ່ຖືກຕ້ອງ” ໃນລະຫວ່າງການກ່າວຄຳປາໄສ ​ເລີ້ມການ​ສືບສວນ​ຂອງ​ທ່ານ​ນາງ ໃນວັນພະຫັດມື້ນີ້ ຢູ່ທີ່ນະຄອນຫຼວງ ມະນີລາ. ທ່ານນາງ de Lima ໄດ້ລິເລີ້ມການສືບສວນ ຂອງ​ສະພາ ກ່ຽວ​ກັບການຄາດຕະກຳ ພວກທີ່ຖືກສົງໄສວ່າລັກລອບຄ້າຢາເສບຕິດ ຢ່າງນ້ອຍ 1,000 ຄົນ ນັບຕັ້ງແຕ່ ທ່ານ Duterte ໄດ້ເຂົ້າຮັບຕຳແໜ່ງ ໃນເດືອນມິຖຸນາ ເປັນຕົ້ນມາ ໂດຍ ທີ່ທ່ານໄດ້ຊະນະການເລືອກຕັ້ງ ດ້ວຍການໃຫ້ຄຳສັນຍາ ວ່າ ຈະກວດລ້າງພວກຄ້າ ຢາເສບຕິດທີ່ຜິດກົດໝາຍ ແລະ ພວກອາຊະຍາກອນ ອອກໄປຈາກປະເທດເກາະ ດອນແຫ່ງນີ້.

ສະມາຊິກສະພາສູງທ່ານນີ້ ​ເວົ້າວ່າ ການກ່າວຫາຂອງທ່ານ Duterte ຊຶ່ງ​ມີຂຶ້ນ ໃນລະ ຫວ່າງ ການກ່າວຄຳປາໄສ ເມື່ອວັນພຸດວານນີ້ ຊຶ່ງເປັນຂີດໝາຍວັນຄົບຮອບ 115 ປີ ​ ໃນການ​ສ້າງຕັ້ງ ກຳລັງຕຳຫຼວດຂອງປະເທດ ທີ່ໄດ້ເຮັດໃຫ້ທ່ານນາງ ທົບ​ທວນເບິ່ງ ຈຸດຢືນຂອງທ່ານນາງ ຄືນ​ໃໝ່. ທ່ານນາງ ໄດ້ກ່າວວ່າ “ມັນເປັນທີ່ຈະແຈ້ງແລ້ວວ່າ ສິ່ງທີ່ໄດ້ເຮັດຕໍ່ຂ້າພະເຈົ້ານັ້ນ ແມ່ນເປັນສິ່ງທີ່ຈະເກີດຂຶ້ນຕໍ່ຜູ້ໃດຜູ້ໜຶ່ງ ທີ່ບໍ່ປະຕິ ບັດຕາມ ຄວາມປະສົງຂອງປະທານາທິບໍດີ.”

ປະທານາທິບໍດີ Duterte ຍັງໄດ້ກ່າວຫາອົງການສະຫະປະຊາຊາດ ຢູ່ໃນຄຳປາໄສ ຂອງທ່ານ ເມື່ອວັນພຸດວານນີ້ ໂດຍ​ເວົ້າວ່າ ອົງການໂລກ ດັ່ງກ່າວ ໄດ້ຕັ້ງ “ຂໍ້ສະເໜີ ທີ່ໂງ່ຈ້າທີ່ສຸດ” ໃນການຕຳ​ໜິ ຄວາມພະຍາ ຍາມຂອງຂ້າພະເຈົ້າ. ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki-moon ໄດ້ປະນາມ ການສັງຫານ​ແບບຮວບ ຮັດຕັດຕອນ ຂອງທ່ານ Duterte ໂດຍເອີ້ນມັນວ່າ “ເປັນການລະເມີດຕໍ່​ສິດ ທິພື້ນຖານ ແລະອິດສະຫຼະພາບ ຂອງມະນຸດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ