25 ຄົນເສຍຊີວິດ ຍ້ອນໄພທຳມະຊາດ ຢູ່ຟີລິບປິນ

  • ໄພສານ ວໍຣະຈັກ

ແຜນທີ່ຟີລິບປິນ

ເຈົ້າໜ້າທີ່ຟີລິບປິນກ່າວວ່າ ມີ
25 ຄົນເສຍຊີວິດ ຍ້ອນໄພນໍ້າ
ຖ້ວມແລະດິນຖະຫຼົ່ມຢູ່ໃນຫຼາຍ
ເຂດຂອງປະເທດ.

ລາຍງານສະບັບນຶ່ງ ທີ່ນຳອອກ
ເຜີຍແຜ່ ໂດຍອົງການຄຸ້ມຄອງ
ໄພພິບັດແຫ່ງຊາດຂອງຟີລິບປິນ ໃນວັນພຸດມື້ນີ້ແຈ້ງວ່າ ມີຫຼາຍກວ່າ 85,000 ຄອບຄົວຫຼື
ເກືອບ 450,000 ຄົນໄດ້ຮັບຜົນກະທົບຢູ່ໃນຫຼາຍໆເຂດ ອັນເປັນຜົນເນື່ອງມາຈາກຝົນຕົກ
ໜັກເປັນເວລາຫຼາຍມື້ ນັບແຕ່ທ້າຍເດືອນທັນວາເປັນຕົ້ນມາ.

ອົງການຄຸ້ມຄອງໄພພິບັດແຫ່ງຊາດຂອງຟີລິບປິນເວົ້າວ່າຜູ້​ເຄາະ​ຮ້າຍສ່ວນໃຫຍ່​ແມ່ນເສຍຊີ
ວິດຍ້ອນຕາຍດຶກນໍ້າ ຫຼືຈົມນໍ້າຕາຍ ແລະຢ່າງນ້ອຍ 5 ຄົນເສຍຊີວິດ ຍ້ອນດິນຖະຫຼົ່ມ.

ພວກພະຍາກອນອາກາດເວົ້າວ່າຝົນຍັງຈະຕົກຕື່ມອີກໄປຈົນໝົດອາທິດຊຶ່ງເຮັດໃຫ້ມີຄວາມ
ສ່ຽງເພີ່ມຂຶ້ນໃນການທີ່ຈະເກີດໄພນໍ້າຖ້ວມແລະດິນຖະຫຼົ່ມຕື່ມ.