ບັນດາເຈົ້າໜ້າທີ່ສືບສວນຂອງລັດຖະບານກາງ ໄດ້ເດີນທາງໄປ
ເຖິງນະຄອນ Philadelphia ທາງພາກຕາເວັນອອກຂອງສະຫະ
ລັດ ບ່ອນທີ່ລົດໄຟຜູ້ໂດຍ ສານໄດ້ຕົກລາງໃນຄືນແລ້ວນີ້ ເຮັດ
ໃຫ້ມີຜູ້ເສຍຊີວິດຫ້າຄົນແລະອີກຫລາຍສິບຄົນໄດ້ຮັບບາດເຈັບ.
ລົດໄຟ Amtrak ທີ່ແລ່ນປະຈຳໃນເຂດພາກຕາເວັນອອກສຽງ
ເໜືອໄດ້ບັນທຸກຜູ້ໂດຍສານ 243 ຄົນ ແລະພະນັກງານ ໄດ້ຕົກ
ລາງໃນ
ຕອນຄຳ່ວັນອັງຄານ ວານນີ້ ໃນຂະນະທີ່ເດີນທາງຈາກນະຄອນ
ຫລວງວໍຊິງຕັນ ໄປຫານະຄອນນິວຢອກ ຊຶ່ງເຮັດໃຫ້ພວກຜູ້ໂດຍ
ສານ ແລະຫີບເຄື່ອງຂອງຟົ້ງຂື້ນສູ່ອາກາດ ໃນຂະນະທີ່ຫົວເຄື່ອງຈັກລົດໄຟ ແລະຕູ້ຜູ້ໂດຍ
ສານຫົກຕູ້ປີ້ນຂວ້ຳ ແລະຕົກ ອອກຈາກລາງກາຍເປັນເສດເຫລັກບິດບ້ຽວນັ້ນ.
ທ່ານ Michael Nutter ເຈົ້າຄອງນະຄອນ Philadelphia ກ່າວໃນຂະນະທີ່ ທ່ານໄປຢ້ຽມ
ບ່ອນເກີດເຫດວ່າ “ມັນເປັນຄວາມເສຍຫາຍຮ້າຍແຮງ. ຂ້າພະເຈົ້າ ບໍ່ເຄີຍເຫັນແບບນີ້ມາ
ກ່ອນໃນຊີວິດຂ້າພະເຈົ້າ.”
ພວກດັບເພີງແລະບັນດາເຈົ້າໜ້າທີ່ຕຳຫລວດຫຼາຍກວ່າ 200 ຄົນ ໄດ້ພາກັນປະຕິບັດ
ງານຢູ່ໃນບ່ອນເກີດເຫດທ່າມກາງຄວາມມືດມົວ ໂດຍໃຊ້ໄຟສາຍຊອກຫາຜູ້ໂດຍສານທີ່
ຍັງຕົກຄ້າງຢູ່ຕາມຕູ້ລົດໄຟ. ເຈົ້າໜ້າທີ່ກ່າວວ່າ ມີຜູ້ໂດຍສານ 135 ຄົນຖືກສົ່ງໄປຮັບການ
ປິ່ນປົວຢູ່ຕາມໂຮງໝໍໃກ້ຄຽງແຫ່ງຕ່າງໆ ຮວມທັງຫົກຄົນທີ່ໄດ້ຮັບບາດເຈັບສາຫັດ.
ຜູ້ໂດຍສານຄົນນຶ່ງ ແມ່ນອະດີດຜູ້ແທນສະພາຕໍ່າ ທ່ານ Patrick Murphy ໄດ້ຖ່າຍຮູບ
ຂອງຊາກເພພັງ ແລະການປະຕິບັດງານກູ້ໄພ ແລ້ວກໍສົ່ງຜ່ານທາງ Twitter.
Your browser doesn’t support HTML5