ລະບົບການສຶກສາກ່ຽວກັບວິຊາການຢາຢູ່ໃນສະຫະລັດ ເປັນອີກວິຊານຶ່ງທີ່ລາຍໆຄົນຢາກເຂົ້າສຶກສາຮໍ່າຮຽນ ແຕ່ກໍ່ບໍ່ງ່າຍທີ່ຈະເຂົ້າສຶກສາຕໍ່ວິຊາດັ່ງກ່າວໄດ້ ຖ້າບໍ່ຜ່ານມາດຕະຖານຂອງວິຊາດັ່ງກ່າວນັ້ນ. ທິບສຸດາ ມີລາຍງານສໍາພາດກັບ ດຣ. ການຢາຜູ້ໜຸ່ມນ້ອຍ ທີ່ປະສົບຄວາມສໍາເລັດ ແລະກາຍມາເປັນທ່ານໝໍການຢາ ຜູ້ສ້າງຄວາມພາກພູມໃຈໃຫ້ກັບພໍ່ແມ່ ແລະຜູ້ຄົນຢູ່ໃນຊຸມຊົນຂອງລາວ.
Your browser doesn’t support HTML5
ເມື່ອຄາວຍັງນ້ອຍ ດຣ. ວິກເຕີ້ ກໍເປັນດັ່ງເດັກນ້ອຍໃນໄວຮຽນຄົນອື່ນໆທີ່ມີກິດຈະກໍາ ຄຽງຄູ່ກັບການຮຽນຂອງຕົນເອງ ໂດຍສະເພາະກິລາບານເຕະ, ແຕ່ລາວກ່າວວ່າ ການມີເປົ້າໝາຍໄວ້ໃນສິ່ງທີ່ຕົນເອງຕ້ອງການທີ່ຈະເປັນ ແມ່ນສິ່ງທີ່ສໍາຄັນທີ່ສຸດ.
ດຣ. ວິກເຕີ້ ທັນທະແພງໄຊ, ອາຍຸ 27 ປີ, ເກີດ ແລະອາໄສຢູ່ໃນລັດ ອາຄັນຊໍ ຈົນສໍາເລັດການສຶກສາ ແລະເຮັດວຽກຢູ່ໃນລັດດັ່ງກ່າວ. ປັດຈຸບັນ ດຣ. ວິກເຕີ້ ອາໄສຢູ່ເມືອງ ໂຣເຈີ (Rogers) ໃນພາກເໜືອຂອງລັດອາເຄັນຊໍ ແລະເຮັດວຽກຢູ່ໃນຮ້ານຢາມາເປັນເວາ 1 ປີແລ້ວລຸນຫຼັງທີ່ລາວຮຽນຈົບ.
“ຂະນ້ອຍບໍ່ຮູ້ແທ້ໆວ່າ ເມື່ອໃດທີ່ຊີວິດຂອງຂະນ້ອຍຕ້ອງມາຄິດອອກວ່າ ໂອ! ຂະນ້ອຍຢາກເປັນແພດການຢາ, ຂະນ້ອຍຮູ້ແຕ່ວ່າ ຕົນເອງຢາກເປັນຫຍັງບາງຢ່າງໃນວິຊາທານງການແພດ, ຂະນ້ອຍຄິດວ່າ ຄືຊິແມ່ນຊ່ວງເຂົ້າຊັ້ນມັດທະຍົມປາຍໃໝ່ໆ, ຂະນ້ອຍມີລຸງທີ່ເປັນແພດການຢາ ແລະຂະນ້ອຍກໍເຫັນເຖິງຜົນທີ່ລາວເຮັດນໍາຊີວິດຂອງຄົນອື່ນ, ຂະນ້ອຍເຫັນລາວເຮັດວຽກໜັກປານໃດ, ແລະຂະນ້ອຍກໍໄດ້ລົມນໍາລາວໜ້ອຍນຶ່ງ ເລີຍຄິດວ່າ ແພດການຢາຄືອາຊີບທີ່ດີທີ່ສຸດ, ນັ້ນ ບໍໄດ້ໝາຍຄວາມວ່າຂະນ້ອຍຈະເຮັດເພື່ອຄອບຄົວ ຫຼືໂຕຂະນ້ອຍເອງ ແຕ່ຂະນ້ອຍຍັງສາມາດຊ່ວຍເຫຼືອຄົນອື່ນໄດ້ ແລະເຮັດໃຫ້ໝັ້ນໃຈວ່າ ຂະນ້ອຍສາມາດຊ່ວຍໄດ້.”
ດຣ. ວິກເຕີ້ ກ່າວວ່າ ສໍາລັບແນວຄິດຂອງຕົນແລ້ວ ການຮຽນເພື່ອມາເປັນແພດການຢານີ້ ແມ່ນບໍ່ຍາກເລີຍ ພຽງແຕ່ມີເປົ້າໝາຍ ມີການວາງແຜນ ແລະການເອົາໃສ່ຕໍ່ສິ່ງທີ່ຕົນເອງຕັ້ງເປົ້າໄວ້ໃຫ້ດີ.
“ແມ່ນ ມັນເປັນວິຊາທີ່ຫຍຸ້ງຍາກ, ເຊິ່ງເຈົ້າຕ້ອງເລີ້ມມັນແຕ່ຊັ້ນມັດທະຍົມປາຍ, ຮຽນມະຫາວິທະຍາໄລ 4 ປີ ຫຼື ປະລິນຍາໂທ, ບາງຄົນພັດຮຽນສອງປີກໍຈົບ ແຕ່ຂະນ້ອຍໄດ້ປະລິນຍາຢູ່ມະຫາວິທະຍາໄລ, ຂະນ້ອຍຮຽນ 4 ປີຢູ່ທີ່ນັ້ນດ້ວຍປະລິຍາຕີທາງດ້ານວິທະຍາສາດ ແລະດ້ານຊີວະວິທະຍາ ພ້ອມດ້ວຍວິຊາເລກ, ແລະຂະນ້ອຍກໍໄປຕໍ່ໂຮງຮຽນວິທະຍາສາດການແພດຕື່ມອີກ 4 ປີ, ເວົ້າລວມແລ້ວ ຫຼັງຈາກຈົບຊັ້ນມັດທະຍົມປາຍ ຂະນ້ອຍໃຊ້ເວລາຮຽນກ່ຽວກັບແພດການຢາທັງໝົດແມ່ນ 8 ປີ, ຂະນ້ອຍຕ້ອງເສັງເຂົ້າ ແລະຖືກສໍາພາດເຂົ້າ, ແມ່ນລະ ມັນເປັນຫຼັກການທົ່ວໄປທີ່ຕ້ອງໄດ້ປະຕິບັດຕາມແບບນັ້ນ.”
ດຣ. ວິກເຕີ້ ກ່າວວ່າ ເຖິງແມ່ນຈະໃຊ້ເວລາຫຼາຍໃນການສຶກສາ ແລະຄົ້ນຄວ້າ, ແຕ່ກໍຕ້ອງຈັດຕັ້ງເວລາໃຫ້ເໝາະສົມ ແລະພຽງພໍ. ແນວໃດກໍຕາມ ລາວບອກວ່າ ສະພາບແວດລ້ອມ ແລະຄອບຄົວ ກໍເປັນນຶ່ງໃນແຮງຜັກດັນ ທີ່ເຮັດໃຫ້ລາວໄດ້ກ້າວມາເຖິງຈຸດນີ້ ໂດຍສະເພາະ ພໍ່-ແມ່, ແລະ ໝູ່ເພື່ອນ.
“ຂະນ້ອຍຄິດວ່າ ສິ່ງທີ່ເຮັດໃຫ້ຂະນ້ອຍ ເປັນຂະນ້ອຍໃນທຸກມື້ນີ້ ແມ່ນພໍ່-ແມ່ຂອງຂະນ້ອຍ ພວກເພິ່ນເສຍສະຫຼະເພື່ອຂະນ້ອຍຫຼາຍ ເຊິ່ງມັນໄດ້ເຮັດໃຫ້ຂະນ້ອຍຮຽນຮູ້ສິ່ງທີ່ມີຄ່າຫຼາຍຢ່າງຈາກພວກເພິ່ນ, ພວກເພິ່ນສອນຂະນ້ອຍຫຼາຍຢ່າງ, ແລະໄດ້ເຫັນວ່າພວກເພິ່ນເຮັດວຽກໜັກຫຼາຍປານໃດ ເຊິ່ງມັນໄດ້ສະແດງໃຫ້ຂະນ້ອຍເຫັນ ຖ້າຂະນ້ອຍຢາກສໍາເລັດອັນໃດນຶ່ງ ພວກເພິ່ນຈະສະແດງທິດທາງທີ່ເປັນບວກອອກມາສະເໝີວ່າ ຂະນ້ອຍຕ້ອງຮຽນຫຼາຍກວ່າເກົ່າໜ້ອຍນຶ່ງ ຫຼືຮຽນເດິກກວ່າເກົ່າໜ້ອຍນຶ່ງ, ຖ້າຂະນ້ອຍຢາກສໍາເລັດອັນໃດອັນນຶ່ງ ຂະນ້ອຍຕ້ອງເຮັດໃຫ້ມັນຈິງຈັງ, ດັ່ງນັ້ນ ການຮຽນຮູ້ວິທີດໍາເນີນງານຈາກພວກເພິ່ນ ມັນໄດ້ຊ່ວຍໃຫ້ຂະນ້ອຍເຂົ້າໃຈແທ້ໆວ່າ ອະນາຄົດຂອງຂະນ້ອຍແມ່ນຈໍາເປັນຫຼາຍ ແລະຂະນ້ອຍຕ້ອງເສຍສະຫຼະບາງຢ່າງເພື່ອໃຫ້ປະສົບຜົນສໍາເລັດຕາມເປົ້າໝາຍເຊັ່ນ ການມາເປັນທ່ານໝໍການຢາ.”
ດຣ. ວິກເຕີ້ ຮຽນຈົບປະລິນຍາຕີດ້ານວິທະຍາສາດຊີວະວິທະຍາ ແລະວິຊາເລກ ຢູ່ທີ່ University of Central Arkansas, ຈາກນັ້ນ ກໍຮຽນຕໍ່ແພດການຢາ ຈົນຈົບປະລິນຍາເອກຢູ່ທີ່ University of Arkansas for Medical Science, ໃນເດືອນພຶດສະພາ ປີ 2023. ປັດຈຸບັນ, ລາວກໍາລັງເຮັດວຽກຢູ່ທີ່ຮ້ານຂາຍຢາແຫ່ງນຶ່ງໃກ້ກັບເມືອງທີ່ລາວອາໄສຢູ່.
“ຂະນ້ອຍເຮັດວຽກຢູ່ຮ້ານຂາຍຢາອິດສະຫຼະທີ່ໃຫ້ຄວາມສໍາຄັນເປັນພິເສດຕໍ່ການເບິ່ງແຍງຄົນໄຂ້, ເຊິ່ງບໍ່ພຽງແຕ່ເພື່ອສ້າງໂຕເລກເທົ່ານັ້ນ ແຕ່ເພື່ອເຮັດໃຫ້ໝັ້ນໃຈວ່າ ທຸກຄົນໄດ້ຮັບການເບິ່ງແຍງ, ແລະເຮັດໃຫ້ແນ່ໃຈວ່າ ເຮົາໃຫ້ລໍາດັບຄວາມສໍາຄັນຕໍ່ສຸຂະພາບຂອງຄົນໄຂ້ຊໍ່າໃດ, ແລະນັ້ນແມ່ນສິ່ງສໍາຄັນເມື່ອຂະນ້ອຍຮຽນຈົບອອກຈາກມະຫາວິທະຍາໄລແພດການຢາ ໂດຍເຮັດໃຫ້ໝັ້ນໃຈວ່າ ຂະນ້ອຍບໍ່ພຽງແຕ່ເຮັດວຽກເພື່ອໃຫ້ໄດ້ເງິນຫຼາຍເທົ່າທີ່ຈະຫຼາຍໄດ້ ແຕ່ເຮັດໃນສິ່ງທີ່ແຕກຕ່າງ ແລະສ້າງຮາກຖານໃຫ້ໝັ້ນຄົງຢູ່ໃນຊຸມຊົນ ພ້ອມທັງເຮັດໃຫ້ຄົນໄຂ້ທີ່ມາຮ້ານຢາແຫ່ງນັ້ນເຫັນໃບໜ້າທີ່ເປັນມິດ ແລະເຊື່ອໝັ້ນພວກເຮົາໄດ້.”
ສໍາລັບການເຮັດວຽກ, ບໍ່ວ່າຊິເປັນໜ້າທີ່ໃດ ຫຼືອາຊີບໃດ ແນ່ນອນສິ່ງທີ່ຄ້າຍຄືກັນແມ່ນການເຮັດວຽກເປັນທີມ, ແລະເຮັດວຽກຮ່ວມກັບຄົນອື່ນ ແຕ່ເນື່ອງຈາກຄວາມຮັບຜິດຊອບຂອງຕົນຕໍ່ຊີວິດຂອງຜູ້ອື່ນມັນສູງ, ການປັບໂຕເອງໃຫ້ເໝາະສົມ ແລະເບິ່ງບັນຫາຂອງສະຖານະການນັ້ນ ຄືສິ່ງທີ່ ດຣ. ວິກເຕີ້ ໃຫ້ຄວາມສໍາຄັນ.
“ແນ່ນອນວ່າ ທຸກໆວຽກມັນກໍຕ້ອງມີຊ່ວງເວລາທີ່ເຮັດໃຫ້ເກີດຄວາມກົດດັນຢ່າງຖ້ວມລົ້ນ, ຄືກັບຂະນ້ອຍເວົ້າຫັ້ນລະ ຂະນ້ອຍໂຊກດີທີ່ ພໍ່ແມ່ ແລະທຸກຄົນທີ່ຢູ່ໃກ້ຄຽງສະໜັບສະໜູູນຂະນ້ອຍ, ແມ່ນແຕ່ຫົວໜ້າຂະນ້ອຍ ແລະຜູ້ຄົນທີ່ຂະນ້ອຍເຮັດວຽກໃຫ້, ຂະນ້ອຍພະຍາຍາມຄິດໄປໃນທາງບວກ ແລະຂະນ້ອຍກໍເປັນຄົນມອງໂລກໃນແງ່ດີ, ຂະນ້ອຍມັກຈະຄິດສະເໝີວ່າ ສະຖານະພາບຂອງວຽກຂະນ້ອຍ, ການດໍາລົງຊີວິດຂອງຂະນ້ອຍ, ຊີວິດໂດຍລວມຂອງຂະນ້ອຍ ເຊິ່ງຂະນ້ອຍຈະພະຍາຍາມຄິດໄປໃນທິດທາງບວກສະເໝີ.”
ປັດຈຸບັນ, ດຣ. ວິກເຕີ້ ອາໄສຢູ່ທີ່ເຮືອນຂອງຕົນເອງທີ່ຫາກໍຊື້ສອງເດືອນທີ່ຜ່ານມາ ເຊິ່ງມັນສະແດງໃຫ້ເຫັນເຖິງຄວາມສໍາເລັດ ແລະຄວາມພາກພູມໃຈ ທີ່ຕົນເອງມາເຖິງຈຸດນີ້ ເຊິ່ງຖືວ່າ ເປັນຈຸດເລີ້ມຕົ້ນນ້ອຍໆແຫ່ງຄວາມສໍາເລັດອັນນຶ່ງ.
“ຂະນ້ອຍຄິດວ່າ ຂະນ້ອຍເອງເປັນນຶ່ງໃນຈໍານວນຄົນທີ່ໂຊກດີທີ່ສຸດໃນໂລກ, ສະພາບການຂອງຊີວິດຂະນ້ອຍ ມັນເປັນມາແນວໃດ, ຂະນ້ອຍຖືກລ້ຽງມາແບບໃດ ເພື່ອເບິ່ງວ່າພໍແມ່ຂອງຂະນ້ອຍນັ້ນເຮັດວຽກໜັກຊໍ່າໃດ ແລະເຮັດເພື່ອຂະນ້ອຍຊໍ່າໃດ, ຂະນ້ອຍບໍ່ຢາກຄິດພຽງແຕ່ວ່າ ມັນເປັນຄວາມສໍາເລັດຂອງຂະນ້ອຍຄົນດຽວ, ແຕ່ຂະນ້ອຍມັກຈະຄິດສະເໝີເຖິງທຸກຄົນທີ່ສະໜັບສະໜູນຂະນ້ອຍ, ພໍ່ແມ່ຂະນ້ອຍ, ເພື່ອນສະໜິດຂອງຂະນ້ອຍ, ພວກເຂົາທັງໝົດເຮັດບົດບາດຂອງພວກເຂົາເຈົ້າ ແລະບຸກຄົນທີ່ຜັກດັນໃຫ້ຂະນ້ອຍມາເຖິງຈຸດນີ້ ແລະກາຍມາເປັນດັ່ງທີ່ຂະນ້ອຍເປັນໃນທຸກມື້ນີ້.”
ແນວໃດກໍຕາມ, ອີງໃສ່ປະສົບການຂອງຕົນເອງແລ້ວ ດຣ. ວິກເຕີ້ ກ່າວວ່າ ການວາງແຜນ ການກະກຽມ ແລະການລົງມືປະຕິບັດ ພ້ອມທັງເດີນຕາມຄວາມຝັນຂອງຕົນເອງຢ່າງເດັດດ່ຽວ ຄືນຶ່ງໃນແຮງຂັບເຄື່ອນ ທີ່ເຮັດໃຫ້ຕົນເອງໄປເຖິງເປົ້າໝາຍ.