ບໍລິສັດ Pfizer ແລະ Allergan ຈະບໍ່ຮວມກັນ ຫລັງຈາກ ມີການປ່ຽນ ກົດລະບຽບໃໝ່

ທຸງຂອງບໍລິສັດ Pfizer ປິວຢູ່ຕໍ່ໜ້າສຳນັກງານໃຫຍ່ ທີ່ນະຄອນນິວຢອກ.

ບໍລິສັດ​ຜູ້​ຜະລິດ​ຢາ Pfizer ​ແລະ Allergan ​ໄດ້ປະລະແຜນການ ທີ່​ຈະຮວມ​ບໍລິ​ສັດເຂົ້າ ກັນ ຫລັງ​ຈາກກະຊວງ​ການເງິນສະຫະລັດ​ໄດ້​ປະກາດ​ກົດ​ລະບຽບ​ໃໝ່ເພື່ອ​ຊ​ອກຫາຊ່ອງ ທາງ​ປ່ຽນ​ບ່ອນຕັ້ງສຳນັກງານ​ທີ່​ຈະ​ຫຼຸດຜ່ອນການເສຍ​ພາສີ​ຂອງ​ບໍລິ​ສັດໃຫ້ແກ່ສະຫະລັດ.

​ການ​ປະກາດ​ຢ່າງ​ເປັນ​ທາງ​ການ​ຄາດ​ວ່າ​ຈະ​ມີ​ຂຶ້ນ​ໃນ​ພຸດ​ມື້​ນີ້.

ທັງ​ສອງ​ບໍລິສັດໄດ້​ເຫັນ​ດີທີ່​ຈະ​ຮວມ​ເຂົ້າ​ກັນ​ໃນເດືອນ​ພະຈິກ​ທີ່​ຜ່ານ​ມາ ຊຶ່ງເປັນການ​ຕົກ ລົງໃນມູນ​ຄ່າ​ເຖິງ 160 ພັນ​ລ້ານ​ໂດ​ລາ. ຢູ່ໃນ​ເອກ​ກະສາ​ນ​ແລ້ວ ຈະມີ​ການຍ້າຍ​ບໍລິສັດ Pfizer ໄປຕັ້ງ​ຢູ່ Ireland ​ດັ່ງດຽວກັນ​ກັບ​ບໍລິສັດ Allergan ບ່ອນ​ທີ່ອັດ​ຕາ​ການ​ເສຍ​ພາ ສີບໍລິ​ສັດ​ແມ່ນຕໍ່າຫຼາຍແລະ​ການ​ໂຮມ​ບໍລິສັດ​ເຂົ້າກັນ​ຈະເປັນ​ການ​ປະຢັດ​ເງິນ​ໄດ້​ຫຼາຍ.

ພາຍ​ໃຕ້​ເງື່ອນ​ໄຂ​ຂອງຂໍ້​ຕົກລົງ​ຮວມ​ເຂົ້າ​ກັນນີ້ ບໍລິສັດ Pfizer ​ຈະ​ຕ້ອງ​ຈ່າຍໃຫ້ບໍລິສັດ Allergan 400 ລ້ານ​ໂດ​ລາ ​ເພື່ອ​ຍົກ​ເລີກ​ຂໍ້​ຕົກລົງດັ່ງກ່າວ.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ບໍ່​ໄດ້​ກ່າວຢ່າງ​ເປັນ​ການ​ເຈາະ​ຈົງ​ ເຖິງ​ແຜນ​ຂອງ​ບໍລິສັດ Pfizer ​ໃນ​ວັນ​ອັງຄານ​ວານ​ນີ້ ​ແຕ່ກໍ​ໄດ້ເວົ້າ​ວ່າ ການ​ຫລີ​ກຫລ່ຽງ ການ​ເສຍພາສີ ​ເປັນ “ບັນຫາອັນ​ໃຫຍ່​ຂອງ​ໂລກ.”

ທ່ານ​ກ່າວ​ວ່າ “ມີຫລາຍຢ່າງ​ເປັນ​ທີ່​ຖືກ​ກົດໝາຍ ​ແລະ​ນັ້ນ​ເປັນ​ບັນຫາ ​ເຂົາ​ເຈົ້າ​ຫລິ້ນ​ການ ​ພະນັນ​ກັບ​ລະບົບ. ຊ່ອງ​ຫວ່າງ​ຫລາຍຢ່າງ​ເກີດ​ຜົນ​ກະທົບ​ແກ່​ບັນດາ​ຄອບຄົວ ​ທີ່​ມີ​ລາຍ​ໄດ້​ລະດັບ​ກາງ. ນີ້​ເປັນ​ລາຍ​ໄດ້​ຂອງ​ເງິນ​ທັງ​ໝົດ​ທີ່​ເຫັນ​ຄວນ ​ໃຊ້​ຢູ່​ໃນ​ສະຫະລັດ” ​ເພື່ອ​ປັບປຸງ​ ຖະໜົນ​ຫົນທາງ ​ໂຮງຮຽນ ​ແລະ​ໂຄງການ​ລັດ ຖະບານ​ຕ່າງໆ.

ທ່າ​ນ Obama ຮ້ອງ​ໃຫ້​ພັກຣີ​ພັບ​ບລິ​ກັນ ທີ່​ຄວບ​ຄຸມ​ລັດຖະສະພາ ຫ້າ​ມບໍລິສັດ​ຢ່າງ​ຖາ ວອນໃນ​ການປ່ຽນ​ບ່ອນຕັ້ງສຳນັກງານ​ເພື່ອ​ເສຍ​ພາສີ​ຕ່ຳ.

ລັດຖະມົນ​ຕີ​ກະຊວງ​ເງິນ​ເງິນ ທ່ານ Jacob Lew ຍັງ​ກ່າວ​ວ່າ ​ໃນ​ທີ່​ສຸດ​ມັນ​ຂຶ້ນ​ຢູ່​ກັບ​ລັດ ຖະສະພາ ທີ່​ຈະ​ຮັບ​ຜ່ານ​ຮ່າງ​ກົດໝາຍ​ໃໝ່ ​ເພື່ອປ້ອງ​ກັນ​ບັນດາ​ບໍລິສັດ ຈາກ​ການ​ໃຊ້​ ພາກປະຕິບັດ​ດັ່ງກ່າວ. ທ່ານ​ກ່າວ​ວ່າຈົນ​ຮອດ​ເວລາ​ນັ້ນ ບັນນັກ​ບັນ ຊີ​ທີ່​ມີ​ຫົວໃສ​ຈະ​ຊອກ ​ຫາ​ທາງ​ໃໝ່​ເພື່ອ​ຫຼີກຫລ່ຽງການ​ເສຍ​ພາສີ​ໃຫ້​ແກ່ສະຫະລັດ.

Your browser doesn’t support HTML5

Pfitzer Allergan