ນາຍ Peyton Manning ຜູ້ແກວ່ງບານ ຫຼື quarterback
ຂອງທີມ Denver Broncos ໄດ້ສ້າງສະຖິຕິໃໝ່ຂອງສະມາ
ຄົມ ຟຸດບອນແຫ່ງຊາດຂອງສະຫະລັດ ໃນແກວ່ງບານໄປ
touchdown ໃນການແຂ່ງຂັນລະຫວ່າງ ທີມ Broncos ກັບ
ທີມ San Francisco 49ers ທີ່ Broncos ຊະນະໄປ 42
ຕໍ່ 17 ໃນແລງວັນອາທິດວານນີ້.
ການແກວ່ງບານໄລຍະສັ້ນໆຂອງນາຍ Manning ໃຫ້ຜູ້ຮັບ
ບານຂອງທີມ ຄືນາຍ Demaryius Thomas ພາແລ່ນໄປ
ເຂົ້າໂກລ ໃນຕອນທ້າຍຂອງຊ່ວງທີສອງຂອງການແຂ່ງຂັນ
ແມ່ນເປັນການແກວ່ງບານໄປ touchdown ຄັ້ງທີ 509 ເທື່ອ
ຂອງນາຍ Manning ໂດຍໄດ້ທຳລາຍສະຖິຕິຂອງນາຍ Brett Favre ທີ່ຈະໄດ້ເຂົ້າເປັນສະມາຊິກ ຫໍກຽດຕິຍົດ ຫຼື Hall of Fame ຂອງສະມາຄົມ football ແຫ່ງຊາດ NFL ໃນອະນາຄົດນັ້ນ.
ນາຍ Manning ເອງ ທີ່ກໍແນ່ນອນວ່າ ຈະໄດ້ເປັນສະມາຊິກຂອງ Hall of Fame ຄືກັນນັ້ນ ໄດ້ທຳສະຖິຕິເທົ່າກັນກັບນາຍ Favre ກ່ອນໜ້ານັ້ນບໍ່ດົນ ເວລາລາວແກວ່ງບານໃນໄລຍະ 39 yards ໃຫ້ຜູ້ຮັບບານນາຍ Wes Welker.
ຄືນສ້າງປະຫວັດສາດຂອງນາຍ Manning ມີຂຶ້ນ ໃນເວລາພຽງ 3 ປີ ຫຼັງຈາກຜູ້ກ່ຽວຈຳເປັນຕ້ອງຢຸດຫຼິ້ນ ໝົດລະດູໃນປີ 2011 ຜ່ານມາ ຫຼັງຈາກໄດ້ເຂົ້າຜ່າຕັດຕິດຕໍ່ກັນມາຫຼາຍຄັ້ງ ເພື່ອປົວແປງລຳຄໍທີ່ໄດ້ຮັບບາດເຈັບ ຊຶ່ງໄດ້ເຮັດໃຫ້ອາຊີບການຫຼິ້ນ football ຂອງລາວ ຕົກຢູ່ໃນຄວາມສ່ຽງນັ້ນ.
Your browser doesn’t support HTML5
usnflmanningrecord20october14
ນາຍ Peyton Manning ໄວ 38 ປີ ທີ່ເປັນລູກຊາຍຂອງ Archie Manning ອະດີດຜູ້ແກວ່ງບານເຊັ່ນກັນ ໄດ້ຖືກເລືອກເປັນນັກກີລາທີ່ມີຄຸນຄ່າຫຼາຍທີ່ສຸດມາ 5 ຄັ້ງ ໃນການຫລິ້ນກີລາ football ອາຊີບມາໄດ້ 16 ປີ ຊຶ່ງ 4 ຄັ້ງແມ່ນໃນລະຫວ່າງທີ່ຫຼິ້ນໃຫ້ທີມ Indianapolis Colts. ລາວໄດ້ນຳພາທີມ Colts ເຂົ້າແຂ່ງຂັນຊີງແຊັມຫຼາຍຄັ້ງໃນທ້າຍລະດູ football ຮວມທັງໄດ້ຄອງແຊັມ Super Bowl ໃນປີ 2007 ໂດຍຊະນະທີມ Chicago Bears.