ການ​ສຳ​ຫຼວດ ສະແດງໃຫ້ເຫັນວ່າ ຊາວອາເມຣິກັນ ມີຄວາມເຫັນ ແຕກຕ່າງກັນ ກ່ຽວກັບ ກຸ່ມ​ອິສລາມ​ຫົວ​ຮຸ​ນ​ແຮງຈັດ

ແມ່ຍິງຊາວມຸສລິມ ຖືປ້າຍປະທ້ວງ ທ່ານ Donald Trump ຜູ້ສະໝັກແຂ່ງຂັນ ເປັນຕົວແທນພັກ Republican ເພື່ອເປັນ ປະທານາທິບໍດີ. New York, 20 ທັນວາ, 2015.

ການ​ສຳ​ຫຼວດ​ໃໝ່​ສະ​ແດງ​ໃຫ້​ເຫັນ​ວ່າ ມີຄວາມ​ແຕກ​ຕ່າງກັນ
ຢ່າງ​ໃຫຍ່​ຫລວງ ລະຫວ່າງພັກ Democrats ​ແລະພັກ Repu-
blicans
ກ່ຽວ​ກັບ​ການ​ທີ່​ປະທາ​ນາ​ທິບໍດີ​ສະຫະລັດ​ຄົນ​ຕໍ່​ໄປ
ຄວນ​ຈັດ​ໃຫ້​ມີ​ການ​ສົນທະນາ​ກັນ​ເລື້ອງກຸ່ມ​ອິສລາມ​ຫົວ​ຮຸ​ນແຮງ
​ຈັດ​ແບບ​ໃດ.

ການ​ສຶກສາ​ຄົ້ນ​ຄວ້າ​ຂອງສູນ​ກາງ​ວິ​ໄຈ Pew ​ໄດ້ພົບ​ເຫັນວ່າ
65 ​ເປີ​ເຊັນ​ຂອງພັກ Republicans ຫຼື​ບໍ່ກໍ​ພວກທີ່​ອຽງ​ໄປ​ທາງ
ພັກ Republicans ຢາກ​ຈະ​ໃຫ້ຜູ້​ທີ່​ ຈະ​ເຂົ້າມາ​ຮັບ​ໜ້າທີ່ແທນ
ປະທາ​ນາ​ທິບໍດີ​ ບາຣັກ ​ໂອ​ບາ​ມາ ​ໃຫ້​ເວົ້າເລື້ອງກຸ່ມອິສລາມ​
ຫົວ​ຮຸ​ນ​ແຮງຈັດນີ້ ຢ່າງ​ເປີດ​ເຜີຍ ຕົງ​ໄປ​ຕົງ​ມາ ​ເຖິງ​ແມ່ນ​ວ່າ
​ການ​ໃຫ້​ຄວາມ​ເຫັນ​ດັ່ງກ່າວ ຈະ​ເປັນ​ການ​ຕຳ​ໜິຕຽນອິສລາມ ​ໂດຍ​ລວມກໍ​ຕາມ. ​ເຖິງ​ຢ່າງໃດ​ກໍ​ຕາມ 70 ຂອງພັກ Democrats ຫຼື​ບໍ່ກໍ​ພວກທີ່​ອຽງ​ໄປ​ທາງພັກ Democrats ຄິດ​ວ່າ ປະທາ​ນາ​ທິບໍດີຄົນ​ຕໍ່​ໄປ ຄວນ​ຈະ​ກ່າວ​ເຖິງ​ເລື້ອງ​ນີ້​ຢ່າງ​ລະມັດລະວັງ​ຕື່ມ​ຂຶ້ນ.

​ໂດຍ​ລວມ​ແລ້ວ, ​ເຄິ່ງນຶ່ງ​ຂອງ​ຊາວ​ອາ​ເມຣິກັນ ຕ້ອງການໃຫ້ປະທາ​ນາ​ທິບໍດີຄົນ​ຕໍ່​ໄປ ບໍ່​ໃຫ້​ປະນາມສາສະໜາອິສລາມ​ໂດຍ​ລວມ ​ໃນ​ຂະນະ​ທີ່​ກ່າວ​ເຖິງກຸ່ມ​ອິສລາມ​ຫົວ​ຮຸ​ນ​ແຮງຈັດ.

ການ​ສຳ​ຫຼວດ​ດັ່ງກ່າວ​ ຊຶ່ງ​ໄດ້​ຈັດ​ໃຫ້​ມີ​ຂຶ້ນ​ໃນ​ເດືອນ​ແລ້ວ​ນີ້ ຍັງ​ໄດ້​ພົບ​ເຫັນ​ວ່າ ​ເກືອ​ບວ່າ​ເຄິ່ງນຶ່ງ​ຂອງ​ພວກ​ທີ່​ຖືກ​ຖາມ​ນັ້ນເຊື່ອ​ວ່າ ​ຊາວມຸສລິ​ມ ຖື​ສັນ​ຊາດ​ອາ​ເມຣິກັນ​ ບາງຄົນ​ຍັງ​ມີ​ຄວາມ ຄິດ​ຄວາມ​ເຫັນ​ທີ່​ຕໍ່ຕ້ານອາ​ເມຣິກາຊຶ່ງ​ຮວມ​ທັງ 11 ​ເປີ​ເຊັນທີ່​ເຊື່ອ​ວ່າ​ “ສ່ວນ​ໃຫຍ່”
ຫຼື​ບໍ່ກໍ “​ເກືອບທັງ​ໝົດ” ຂອງ​ຊາວມຸສລິ​ມມຸສລິ​ມອາ​ເມຣິກັນນັ້ນ ແມ່ນຕໍ່ຕ້ານອາ​ເມຣິກາ.

ການ​ສຳ​ຫຼວດກ່ອນ​ໜ້າ​ນີ້ ຊຶ່ງ​ໄດ້​ຈັດ​ໃຫ້​ມີ​ຂຶ້ນ​ໃນ​ເດືອນ​ທັນວາ​ຜ່ານ​ມາ​ນີ້ ​ໂດຍສູນ​ກາງ​ວິ​ໄຈ Pew ພົບ​ວ່າ ຊາວອາ​ເມຣິກັນ​ເກືອບ​ວ່າ​ເຄິ່ງນຶ່ງ ຄິດ​ວ່າ ສາສະໜາ​ອິສລາມ​ແມ່ນ​ມີ​ທ່າ​ທາງ ​ວ່າ ຊຸກຍູ້ໃຫ້ມີ​ກໍ່​ຄວາມ​ຮຸ​ນແຮງຂຶ້ນຫຼາຍ​ກວ່າ​ສາສະໜາ​ອື່ນ​ໃດ​, ໂດຍ​ທີ່ໃນ​ຈຳ​ນວນ​ເກືອບ​ວ່າ​ເທົ່າໆ​ກັນ​ນັ້ນກ່າວ​ວ່າ ພວກ​ເຂົາ​ເຈົ້າ​ມີ​ຄວາມ ​“ເປັນ​ຫ່ວງ​ເປັນໃຍຢ່າງ​ສູງ” ກ່ຽວ​ກັບ​ ກຸ່ມ​ອິສລາມ​ຫົວ​ຮຸ​ນ​ແຮງຈັດ ມີ​ການ​ເຄື່ອນ​ໄຫວ​ເພີ້ມຂຶ້ນ ​ໃນ​ສະຫະລັດ.

​ແຕ່​ວ່າ ການ​ສຳ​ຫຼວດ​ໂດຍສູນ​ກາງ​ວິ​ໄຈ Pew ໃນ​ປະຈຸ​ບັນ ພົບ​ເຫັນ​ວ່າ ​ເກືອບ 2 ສ່ວນ 3 ຂອງ​ຊາວ​ອາ​ເມຣິກັນ​ເຊື່ອ​ວ່າ ບັນຫາ​ໃຫຍ່​ກວ່າ​ນັ້ນ ​ແມ່ນ​ວ່າ ສາສະໜາດັ່ງກ່າວໄດ້​ຖືກ​ນຳ​ມາ​ໃຊ້​ໂດຍ​ພວກ​ຫົວ​ຮຸ​ນ​ແຮງ ​ເພື່ອ​ເປັນ​ຂໍ້​ອ້າງ​ກ່ຽວ​ກັບ​ການ​ກະທຳ​ຂອງ​ພວກ​ກ່ຽວ.