ນັກໂທດເປຣູ 1,200 ຄົນ ເຕັ້ນອອກກໍາລັງກາຍ ເພື່ອສ້າງສະຖິຕິໂລກ (ວີດິໂອ)

ແຜນທີ່ປະເທດເປຣູ ໃນອາເມຣິກາໃຕ້

ພວກ​ນັກ​ໂທດຢູ່​ໃນຄຸກ​ທີ່ເຄ່ງ​ຄັດ​ທີ່​ສຸດຂອງ​ເປ​ຣູ ຈໍານວນ​ນຶ່ງ
ພາກັນ​ເຕັ້ນ ອອກກໍາລັງກາຍ ​ເພື່ອ​ສ້າງ​ປະຫວັດໄວ້​ ໃນ​ປື້​ມ
ບັນທຶກປະວັດ​ການ Guinness Book.

ນັກ​ໂທດ​ ​ປະມານ 1,200 ຄົນ ຢູ່​ທີ່​ຄຸກ Luriganacho ຊຶ່ງ​ເປັນ​ຄຸກ ທີ່​ມີ​ການ​ຄຸ້ມ​ກັນ​ໜາ​ແໜ້ນ​ທີ່​ສຸດ​ທີ່​ເມືອງຫຼວງ Lima ປະ​ເທດ​ເປຣູ ພາກັນເຕັ້ນ ​ທ່າ​ກາ​ຍະ​ກໍາ​ເມື່ອ​ວັນ​ສຸກຜ່ານ​ມາ​ນີ້ ​ເພື່ອ​ທໍາລາຍ​ສະຖິຕິ​ຂອງ​ການ​ມີ​ນັກໂທດຮ່ວມ​ກັນ​ເຕັ້ນ​ ຈໍານວນຫຼາຍທີ່​ສຸດ ​ຢູ່​ໃນ​ຄຸກ.

ປື້​ມ Guinness ຍັງ​ບໍ່​ໄດ້​ຢືນຢັນ​ການ​ເຕັ້ນ​ແບບ​ນີ້ ​ວ່າ​ເປັນ​ປະວັດ​ການ ​ເທື່ອ.

ແຕ່ພວກເຈົ້າໜ້າ​ທີ່​ຄຸກ ​ໄດ້ພາກັນຊົມ​ເຊີຍຄວາມ​ພະຍາຍາມ​ຂອງ​ພວກ​ນັກ​ໂທດດັ່ງກ່າວ​ວ່າ ​ເປັນ​ຜົນ​ສໍາ​ເລັດ ​ໂດຍ​ກ່າວ​ວ່າ ພວກ​ຄົນ​ສາມາດ​ປ່ຽນ​ແປງ​ໄປ ​ແລະ​ສ້າງ​ເປົ້າໝາຍ​ໄດ້ ​ເຖິງ​ແມ່ນ​ພວກ​ເຂົາ​ເຈົ້າ​ໄດ້​ສູນ​ເສຍເສລີ​ພາບ​ໄປ​ແລ້ວກໍ​ຕາມ.

Your browser doesn’t support HTML5

ນັກໂທດຈໍາຄຸກໃນປະເທດເປຣູ



Some of Peru's toughest prisoners are trying to dance their way into the Guinness Record book.

Around 1,200 inmates at the Lima's maximum security (Luriganacho) prison staged an aerobics-style dance Friday to break the record for the most people dancing in prison.

Guinness has yet to confirm the world record attempt.

Prison officials are already hailing their effort a success, saying it shows people can change and pursue goals even though they have lost their freedom.