34 ຄົນເສຍຊີວິດ ຍ້ອນລົດເມ ຕົກຈາກພູ ລົງໄປໃນແມ່ນໍ້າ (ວີດິໂອ)

Your browser doesn’t support HTML5

ພາບຖ່າຍອອກວີດິໂອ ສະແດງໃຫ້ເຫັນລົດເມຄັນນຶ່ງຕົກ ຈາກທາງດ່ວນຢູ່ເທິງພູ ລົງໄປໃນນໍ້າ

ເຈົ້າໜ້າທີ່ເປຣູເວົ້າວ່າ ຢ່າງໜ້ອຍ 34 ຄົນເສຍຊີວິດ ເວລາ
ລົດເມຄັນນຶ່ງ ຕົກຈາກທາງດ່ວນຢູ່ເທິງພູ ລົງໄປໃນແມ່ນໍ້າ.

ອຸປະຕິເຫດດັ່ງກ່າວ ແມ່ນເກີດຂຶ້ນໃນວັນເສົາວານນີ້ ຢູ່ເສັ້ນ
ທາງໂຄ້ງທີ່ລະອິດ ລະອ້ຽວ ໃນເຂດ Andean La Libertad ໃນພາກຕາເວັນຕົກສຽງເໜືອຂອງເປຣູ.

ຕໍາຫລວດປະຈໍາທາງດ່ວນໃນເປຣູເວົ້າວ່າ ສາເຫດທີ່ພາໃຫ້ລົດຕົກຍັງບໍ່ທັນ ຈະແຈ້ງໃນ
ທັນທີນີ້ເທື່ອ ແຕ່ວ່າມີຝົນຕົກໜັກ ຢູ່ໃນເຂດນັ້ນ ທີ່ຢູ່ຫ່າງຈາກນະຄອນຫລວງ Lima ໄປ
ທາງເໜືອ ປະມານ 1,000 ກິໂລແມັດ.

ມີຄົນໂດຍສານ 43 ຄົນ ຢູ່ໃນລົດເມຄັນດັ່ງກ່າວ ເວລາມັນແລ່ນອອກຈາກ ເມືອງ Huamanchuco ມຸ້ງໜ້າໄປຍັງ Trujillo ເມືອງຫລວງຂອງຂົງເຂດນັ້ນ.

ອຸປະຕິເຫດໃນການຈາລະຈອນ ແມ່ນເກີດຂຶ້ນເປັນປະຈໍາໃນທ້ອງຖະໜົນຂອງເປຣູ ຊຶ່ງໄດ້
ເອົາຊີວິດໄປຫລາຍພັນຄົນ ໃນຊຸມປີມໍ່ໆມານີ້.