ປະຊາຊົນລາວທີ່ຖືກກະທົບຈາກໂຄງການຍົກຍ້າຍເທດສະບານ ແຂວງຜົ້ງສາລີມາຕັ້ງ
ທີ່ເມືອງບຸນເໜືອ ນັບແຕ່ປີ 2010 ເປັນຕົ້ນມານັ້ນ ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍທີ່ດິນຖືກ
ເວນຄືນຈົນເຖິງປັດຈຸບັນນີ້ ຊຶ່ງຊົງລິດ ໂພນເງິນ ມີງາຍງານຈາກບາງກອກ.
Your browser doesn’t support HTML5
ເຊີນຟັງລາຍການເມືອງລາວໃນປັດຈຸບັນ
ເຈົ້າໜ້າທີ່ໃນ ອຳນາດການປົກຄອງແຂວງຜົ້ງສາລີ ເປີດເຜີຍວ່າການຍົກຍ້າຍເທດສະ
ບານແຂວງ ຈາກເມືອງຜົ້ງສາລີ ມາຕັ້ງໃໝ່ທີ່ເຂດເມືອງບຸນເໜືອ ແຂວງພົງສາລີ ຊຶ່ງ
ເປັນການປະຕິບັດຕາມການອະນຸມັດ ຂອງຄະນະລັດຖະບານລາວນັບຕັ້ງແຕ່ປີ 2010
ເປັນຕົ້ນມາຈົນເຖິງປັດຈຸບັນນີ້ ກໍຍັງມີບັນຫາຄົງຄ້າງທີ່ບໍ່ສາມາດປະຕິບັດໃຫ້ສຳເລັດ
ໄດ້ເລີຍ ກໍຄືການຈ່າຍເງິນຊົດເຊີຍຄ່າທີ່ດິນຂອງປະຊາຊົນ ທີ່ຖືກເວນຄືນມາເປັນທີ່ຕັ້ງ
ຂອງເຂດເທດສະບານໃໝ່ດັ່ງກ່າວ ຊຶ່ງຈະຕ້ອງໄດ້ຊົດເຊີຍໃຫ້ປະຊາຊົນຄິດເປັນມູນ
ຄ່າລວມຫຼາຍກວ່າ 60 ຕື້ກີບ ຫາກແຕ່ອຳນາດການປົກຄອງແຂວງຜົ້ງສາລີ ມີງົບປະ
ມານພຽງ 3 ຕື້ກີບເທົ່ານັ້ນ ຈຶ່ງບໍ່ສາມາດຈ່າຍຄ່າຊົດເຊີຍໃຫ້ກັບປະຊາຊົນ ທີ່ຖືກກະ
ທົບໄດ້ເລີຍຈົນເຖິງປັດຈຸບັນ ດັ່ງທີ່ເຈົ້າໜ້າທີ່ຂອງລາວຢືນຢັນວ່າ:
“ວຽກໂຕນີ້ແມ່ນການຈັດຕັ້ງປະຕິບັດກະຫຍຸ້ງຍາກສົມຄວນເນື່ອງຈາກວ່າພໍ່ແມ່ປະຊາ
ຊົນນີ້ກະຮຽກຮ້ອງຄ່າຊົດເຊີຍນີ້ກະສູງ ແຕ່ວ່າເບື້ອງຫລັກເຮົານີ້ ກະແມ່ນທີ່ຫຍຸ້ງຍາກນີ້
ແມ່ນການຕອບສະໜອງເງິນຊົດເຊີຍນີ້ ພວກເຮົາບໍ່ສາມາດຕອບສະໜອງໄດ້ ແຕ່ໂດຍ
ລວມແລ້ວ ປະຊາຊົນເຂົາເຈົ້າກະເຫັນດີເຫັນພ້ອມຕາມ ທິດທາງພັດທະນາການຍົກ
ຍ້າຍເທດສະບານຂອງແຂວງຂອງລັດຖະບານ ແຕ່ວ່າບັນຫາທີ່ພວກເຮົາຫຍຸ້ງຍາກກະ
ແມ່ນບັນຫາການຕອບສະໜອງທຶນຮອນໃນການຊົດເຊີຍ.”
ໂດຍບັນຫາດຽວກັນນີ້ກໍຍັງໄດ້ເກີດຂຶ້ນກັບປະຊາຊົນລາວ ໃນແຂວງຜົ້ງສາລີທີ່ໄດ້ຮັບ
ຜົນກະທົບຈາກໂຄງການເຄື່ອນໄຟຟ້ານ້ຳອູ 4 ແລະ 7 ດ້ວຍເຊັ່ນກັນ ເນື່ອງຈາກພວກ
ເຂົາເຈົ້າກຳລັງຜະເຊີນກັບບັນຫາທີ່ຫຍຸ້ງຍາກໃນຊີວິດປະຈຳວັນຫລາຍຂຶ້ນນັບມື້ ເຖິງ
ແມ່ນວ່າຈະໄດ້ຮັບການຈັດສັນທີ່ຢູ່ອາໄສ ແລະທີ່ດິນທຳກິນຈາກກຸ່ມຜູ້ລົງທຶນໃນໂຄງ
ການແລ້ວກໍຕາມ.
ຫາກແຕ່ວ່າພວກເຂົາເຈົ້າ ກໍຍັງບໍ່ມີຄວາມໝັ້ນຄົງໃນການຄອງຊີບແຕ່ຢ່າງໃດ ເພາະ
ພວກເຂົາເຈົ້າຍັງບໍ່ມີເງື່ອນໄຂສະດວກໃນການຜະລິດໃນທີ່ດິນ ທີ່ໄດ້ຮັບການຈັດ
ສັນນັ້ນ.
ສ່ວນທ່ານຄຳມະນີ ອີນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະບໍ່ແຮ່
ຍອມຮັບວ່າການເກັບກຳຂໍ້ມູນກ່ຽວກັບປະຊາຊົນລາວ ທີ່ຖືກກະທົບຈາກໂຄງການ
ເຂື່ອນນ້ຳອູໃນລະຍະຜ່ານມາ ຍັງເຮັດໄດ້ບໍ່ດີ ໂດຍສະເພາະແມ່ນການປະເມີນຄ່າ
ເສຍຫາຍ ທີ່ຈະຕ້ອງຊົດເຊີຍໃຫ້ປະຊາຊົນທີ່ຖືກເວນຄືນທີ່ດິນ ແລະສິ່ງປູກສ້າງນັ້ນ
ຍັງຈະຕ້ອງເກັບກຳຂໍ້ມູນຢ່າງລະອຽດຕື່ມອີກ ເພາະຍັງມີຫາງສຽງຈາກປະຊາຊົນທີ່
ຖືກກະທົບວ່າພວກເຂົາເຈົ້າ ຍັງບໍ່ໄດ້ຮັບການຊົດເຊີຍຢ່າງເປັນທຳ ຊຶ່ງເຮັດໃຫ້ກະ
ຊວງພະລັງງານ ແລະບໍ່ແຮ່ ພ້ອມດ້ວຍອຳນາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ
ຈະຕ້ອງຮ່ວມກັນປະເມີນຄ່າຊົດເຊີຍໃຫ້ຖືກຕ້ອງຕາມລະບຽບກົດໝາຍຕໍ່ໄປ ດັ່ງທີ່
ທ່ານຄຳມະນີໃຫ້ການຢືນຢັນວ່າ:
“ໃນນາມກະຊວງພະລັງງານ ແລະບໍ່ແຮ່ນັ້ນ ເປັນຜູ້ທີ່ຕິດຕາມ ແລະບັງຄັບໃຊ້ບັນ
ດານິຕິກຳຕ່າງໆຂອງສັນຍາທີ່ພວກເຮົາໄດ້ເຊັນກັບຜູ້ລົງທຶນ ຜູ້ພັດທະນາ ໂຄງ
ການ ແລະເອົາໃຈໃສ່ທີ່ສຸດ ແຕ່ແນນອນບາງອັນກະຍັງບໍ່ທັນໄດ້ລະອຽດບາງບ່ອນ
ຊຶ່ງພວກເຮົາກະໄດ້ເອົາໃຈໃສ່ສຸດຂີດ ຊຶ່ງປັດຈຸບັນນີ້ກະໃຫ້ລົງໄປກວດກາຄືນ ບ່ອນ
ຈຳນວນໂຄງການທີ່ສຳຫຼວດເສັດແລ້ວ ປະເມີນວ່າປະຊາຊົນເຮົາໄດ້ຮັບຜົນກະທົບ
ແນວໃດແດ່ ຈຳນວນນຶ່ງກະໄດ້ມີຜົນກະທົບເພີ້ມຂຶ້ນ ຊຶ່ງເຈົ້າຂອງໂຄງການທີ່ພັດທະ
ນາໂດຍທາງການນັ້ນກໍຕ້ອງໄດ້ມີການແກ້ໄຂ.”
ໂດຍຈາກການສຳຫຼວດ ແລະເກັບກຳຂໍ້ມູນໃນລະຍະກ່ອນໜ້ານີ້ພົບວ່າ ມີປະຊາຊົນ
ລາວ 2,000 ກວ່າຄົວເຮືອນ ຫຼື 10,000 ກວ່າຄົນໃນ 28 ບ້ານທີ່ຖືກກະທົບຈາກເຂື່ອນ
ໄຟຟ້ານ້ຳອູ ທັງ 7 ໂຄງການ ຊຶ່ງທີ່ຜ່ານມາກໍມີລາຍງານວ່າ ກຸ່ມຜູ້ລົງທຶນໃນໂຄງການ
ໄດ້ຈ່າຍເງິນຊົດເຊີຍຄ່າທີ່ດິນ ແລະສິ່ງປູກສ້າງໃຫ້ກັບປະຊາຊົນລາວ ທີ່ຖືກກະທົບ
ຈາກໂຄງການເຂື່ອນນ້ຳອູ 2, 5 ແລະ 6 ແລ້ວ ແຕ່ຈາກການສຳຫຼວດ ແລະເກັບກໍາຂໍ້
ມູນ ໂດຍອົງການແມ່ນ້ຳສາກົນ (International Rivers) ກັບພົບວ່າຈະມີປະຊາຊົນ
ລາວໃນ 89 ບ້ານ ທັງໃນແຂວງພົງສາລີ ອຸດົມໄຊ ແລະຫຼວງພະບາງ ທີ່ໄດ້ຮັບຜົນກະ
ທົບຈາກໂຄງການເຂື່ອນນ້ຳອູນັ້ນ ສ່ວນໃຫຍ່ຍັງບໍ່ທັນໄດ້ຮັບການຊົດເຊີຍແຕ່ຢ່າງໃດ.
ທາງດ້ານກຸ່ມບໍລິສັດ Power China ຈຳກັດ ຈາກຈີນ ລາຍງານວ່າການກໍ່ສ້າງເຂື່ອນ
ໄຟຟ້ານໍ້າອູ ທັງ 7 ໂຄງການຈະແລ້ວເສັດພາຍໃນປີ 2020 ດ້ວຍເງິນລົງທຶນລວມ
2,800 ລ້ານໂດລາສະຫະລັດ ໂດຍທັງ 7 ໂຄງການຈະມີກຳລັງຕິດຕັ້ງລວມ 1,272
ເມກກາວັດ ໂດຍຈະຂາຍໃຫ້ລັດວິສາຫະກິດໄຟຟ້າລາວ (EDL) ໃນຕະຫຼອດລະຍະ
ສຳປະທານ 29 ປີ ນັບຈາກປີກໍ່ສ້າງແລ້ວເສັດເປັນຕັ້ນໄປ ໂດຍມາເຖິງປັດຈຸບັນ ກໍໄດ້
ກໍ່ສ້າງເສັດແລ້ວ 3 ໂຄງການຄືເຂື່ອນນ້ຳອູ 2, 5 ແລະ 6 ສ່ວນເຂື່ອນນ້ຳອູ 1, 3, 4
ແລະ 7 ກໍຈະກໍ່ສ້າງ ສໍາເລັດໃນປີ 2020 ຊຶ່ງຈະເຮັດໃຫ້ເຂື່ອນນ້ຳອູທັງ 7 ໂຄງການ
ຜະລິດໄຟຟ້າໄດ້ກວ່າ 2,590 ລ້ານກິໂລວັດ/ໂມງຕໍ່ປີ.