ທຳນຽບຫ້າແຈ ບໍ່ໄດ້ຢືນຢັນ ຕໍ່ລາຍງານຂ່າວທີ່ວ່າ ມີກຳລັງພິເສດສະຫະລັດ ຢູ່ໃນໄຕ້ຫວັນ

ຮູບຈາກພະແນກຂ່າວກອງທັບໄຕ້ຫວັນ ສະແດງໃຫ້ເຫັນ ການຍິງປືນໃຫຍ່ ໃນລະຫວ່າງການຊ້ອມລົບ ທີ່ເມືອງ Taichung ເມື່ອວັນທີ 16 ກັນຍາ 2021.

ເຈົ້າໜ້າທີ່ກະຊວງປ້ອງກັນປະເທດຂອງສະຫະລັດໄດ້ປະຕິເສດທີ່ຈະໃຫ້ການຢືນຢັນຕໍ່ລາຍງານຂ່າວທີ່ວ່າ ມີກຳລັງທະຫານອາເມຣິກັນ ຢູ່ໃນໄຕ້ຫວັນ ເພື່ອໃຫ້ການຝຶກແອບ ທະຫານໄຕ້ຫວັນແບບລັບໆ ສຳລັບກະກຽມພວກເຂົາເຈົ້າ ໃນກໍລະນີທີ່ເກີດການໂຈມຕີຈາກຈີນ.

ໜັງສືພິມວອລສຕຣີດເຈີໂນລ (Wall Street Journal) ລາຍງານໃນວັນພະຫັດວານນີ້ວ່າ ທຳນຽບຫ້າແຈມີໜ່ວຍປະຕິບັດງານພິເສດປະມານ 20 ກວ່າຄົນເຮັດວຽກຢູ່ກັບກົມກອງຕ່າງໆ ທີ່ຖືກຄັດເລືອກຂອງກອງທັບໄຕ້ຫວັນ ໃນຂະນະທີ່ທະຫານມາຣີນຂອງສະຫະລັດ ອີກຈຸນຶ່ງ ໃຫ້ການຝຶກແອບກຳລັງຂອງໄຕ້ຫວັນ ກ່ຽວກັບກົນລະຍຸດທາງທະເລ.

ເຈົ້າໜ້າທີ່ສະຫະລັດກ່າວຕໍ່ໜັງສືພິມວອລສຕຣີດເຈີໂນລ ໂດຍຂໍສະຫງວນຊື່ວ່າ ກຳລັງທະຫານອາເມຣິກັນ ແມ່ນພົວພັນກັບການຝຶກແອບ ໃນການປະຕິບັດງານມາໄດ້ຢ່າງໜ້ອຍໃນປີທີ່ແລ້ວ.

ເຈົ້າໜ້າທີ່ທຳນຽບຫ້າແຈ ໃນວັນພະຫັດວານນີ້ບໍ່ຍອມທີ່ຈະໃຫ້ການຢືນຢັນຕໍ່ລາຍງານຂ່າວ ແຕ່ໂຄສົກກໍເວົ້າວ່າ ຄວາມສຳພັນລະຫວ່າງ ສະຫະລັດ ກັບໄຕ້ຫວັນ “ຍັງສືບຕໍ່ການເປັນພັນທະມິດ ຕ້ານໄພຂົ່ມຂູ່ ທີ່ມີຂຶ້ນຈາກສາທາລະນະລັດປະຊາຊົນຈີນ.”

ຮູບຈາກກະຊວງປ້ອງກັນປະເທດຂອງໄຕ້ຫວັນ ສະແດງໃຫ້ເຫັນເຮືອບິນລົບອາຍພົ່ນ J-16 ຂອງຈີນ ພວມບິນຢູ່ໃນເຂດທີ່ບໍ່ໄດ້ມີການລະບຸໃຫ້ຊາບ.

ທ່ານຈອນ ຊັບໂປ (John Supple) ໂຄສົກຂອງກະຊວງປ້ອງກັນປະເທດສະຫະລັດກ່າວຕໍ່ວີໂອເອຢ່າງເປັນລາຍລັກອັກສອນວ່າ “ສປ ຈີນ (ສາທາລະນະລັດປະຊາຊົນຈີນ) ພວມເພີ້ມການດຳເນີນຄວາມພະຍາຍາມເພື່ອຂົ່ມຂູ່ແລະກົດດັນໄຕ້ຫວັນ ພ້ອມທັງພັນທະມິດ ແລະພາຄີປະເທດອື່ນໆ ຮວມທັງເພີ້ມການເຄື່ອນໄຫວທາງດ້ານທະຫານ ຢູ່ໃກ້ໆກັບໄຕ້ຫວັນ ໃນທະເລຈີນຕາເວັນອອກ ແລະທະເລຈີນໃຕ້ ທີ່ພວກເຮົາເຊື່ອວ່າພວມສ້າງຄວາມບໍ່ທຸ່ນທ່ຽງ ແລະເພີ້ມຄວາມສ່ຽງໃນການຄາດຄະເນທີ່ຜິດພາດ.”

ທ່ານຊັບໂປກ່າວຕື່ມວ່າ “ສະຫະລັດມີຜົນປະໂຫຍດມາເປັນເວລາຊ້ານານ ຕໍ່ການມີສັນຕິພາບ ຄວາມໝັ້ນຄົງແລະສະຖຽນລະພາບຢູ່ໃນເຂດອິນໂດປາຊີຟິກ ຮວມທັງຢູ່ໃນບໍລິເວນຊ່ອງແຄບໄຕ້ຫວັນນຳດ້ວຍ. ພວກເຮົາຂໍຮຽກຮ້ອງໃຫ້ປັກກິ່ງປະຕິດບັດຕາມພັນທະຂອງຕົນ ໃນຄວາມໝັ້ນໝາຍຕໍ່ການແກ້ໄຂການມີຄວາມເຫັນ ທີ່ແຕກຕ່າງກັນຂ້າມຊ່ອງແຄບ ແບບສັນຕິວິທີ ດັ່ງທີ່ໄດ້ອະທິບາຍໄວ້ຢູ່ໃນຖະແຫຼງການທັງສາມ.”

ເມື່ອມີການຖາມກ່ຽວກັບລາຍງານຂອງໜັງສືພິມ Wall Street Journal ຫ້ອງການຜູ້ຕາງໜ້າຂອງໄຕ້ຫວັນຢູ່ໃນສະຫະລັດ ກ່າວຕໍ່ວີໂອເອວ່າ ຕົນບໍ່ມີຄວາມເຫັນກ່ຽວກັບເລື້ອງນີ້.

ສະມາຊິກສະພາຂອງສະຫະລັດຫຼາຍໆທ່ານ ໃນວັນພະຫັດວານນີ້ ກ່າວວ່າ ຕົນກໍບໍ່ສາມາດໃຫ້ການຢືນຢັນໄດ້ວ່າມີກຳລັງພິເສດຂອງສະຫະລັດໃຫ້ການຝຶກແອບຢູ່ໃນໄຕ້ຫວັນຫຼືບໍ່ ແຕ່ແນວໃດກໍຕາມ ພວກທ່ານໄດ້ສະແດງການສະໜັບສະໜຸນຕໍ່ລາຍງາການປະຕິບັດງານດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ