ທໍານຽບຫ້າແຈ ສືບສວນ ການບຸກໂຈມຕີຄ້າຍ ພວກຫົວຮຸນແຮງ ໃນເຢເມນ

ປະທານາທິບໍດີ Donald Trump ກຳລັງຂີ່ເຮືອບິນ ເຮລິຄອບເຕີ Marine One ໄປໄວ້ອາໄລ ໃຫ້ທະຫານໜ່ວຍກ້າ ຕາຍ ທີ່ເສຍຊີວິດໃນລະຫວ່າງການປະຕິບັດງານ ຢູ່ເຢເມນ.

ໂຄສົກ​ຂອງ​ລັດ​ຖະບານ​ທ່ານ​ທຣຳ ກ່າວ​ວ່າ ການ​ບຸກ​ໂຈມ​ຕີ​ກຸ່ມ​ຫົວ​ຮຸນ​ແຮງ​ອາລ ກາ​ອີ​ດາ ຂອງ​ສະຫະລັດ ທີ່​ປະ​ເທດ​ເຢ​ເມນ ​ໃນ​ວັນ​ອາທິດ​ແລ້ວນີ້ ​ແມ່ນ​ຍາກ​ທີ່ ຈະ​ເອີ້ນ​ໄດ້​ວ່າ ປະສົບ​ກັບ​ຄວາມ​ສຳ​ເລັດ ຍ້ອນ​ວ່າ​ໄດ້​ມີ​ການ​ສູນ​ເສຍ​ຊີວິດ​ຫລາຍ ກວ່າ​ສິບ​ຄົນ ຮວມທັງ​ພົນລະ​ເຮືອນ​ຊາວ​ເຢ​ເມນແລະ​ທະຫານ​ອາ​ເມຣິກັນ​ຄົນ​ນຶ່ງ.

ທ່ານ Sean Spicer ກ່າວ​ຕໍ່​ພວກ​ນັກ​ຂ່າວ​ ໃນ​ວັນ​ພະຫັດ​ວານ​ນີ້ວ່າ ການ​ບຸກ​ໂຈມຕີ​ແມ່ນ​ໄດ້​ມີ​ການວາງ​ແຜນ​ເປັນ​ຢ່າງ​ດີ ທີ່​ປະທານາທິບໍດີໄດ້​ໃຫ້ການ​ອະນຸມັດ​ຢ່າງ​ເປັນ​ລາຍ​ລັກ​ອັກສອນ​ໃນ​ວັນ​ທີ 26 ມັງກອນ. ທ່ານ Spicer ກ່າວ​ວ່າ ຂັ້ນຕອນ​ກ່ຽວ​ກັບ​ກຳນົດ​ການ​ໃນ​ການ​ບຸກ​ໂຈມ​ຕີ​ເລີ້ມຂຶ້ນ​ເມື່ອ​ວັນ​ທີ 7 ພະ​ຈິກ​ປີ ກາຍ​ ນຶ່ງ​ມື້ກ່ອນການ​ເລືອກ​ຕັ້ງປະທານາທິ
ບໍດີ​ສະຫະລັດ ​ໃນ​ຂະນະ​ທີ່​ທ່ານ​ໂອ ບາ​ມາ​ຍັງ​ເປັນ​ປະທານາທິບໍດີ​ຢູ່.

ທ່ານ Spicer ກ່າວ​ຢ້ຳວ່າ “ນີ້​ແມ່ນ​ການວາງ​ແຜນ ​ແລະ​ການ​ດຳ​ເນີນ​ຄວາມ​ພະ ຍາ​ຍາມ​ໃນ​ການ​ປະຕິບັດ​ໂຕ​ຈິງ​ທີ່​ດີ​ຫຼາຍ.”

ນອກ​ນັ້ນ​ແລ້ວ ​ໃນ​ວັນ​ພະຫັດ​ວານ​ນີ້ ກອງ​ບັນຊາ​ການ​ກຳລັງ​ສະຫະລັດ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ກໍ​ກ່າວ​ວ່າ ຕົນ​ກຳລັງ​ສືບ​ສວນ​ກ່ຽວ​ກັບ​ການ​ບຸກ​ໂຈມ​ຕີ​ດັ່ງກ່າວ ​ແລະ​ໃຫ້ການ​ຢືນຢັນ​ວ່າ ມີ​ພົນລະ​ເຮືອນ ຮວມທັງ​ພວກ​ເດັກນ້ອຍ​ຈຳນວນ​ນຶ່ງ​ປາ ກົດ​ວ່າ​ໄດ້​ເສຍ​ຊີວິດ.​ໂຄສົກ​ຂອງ​ທຳນຽບຫ້າ​ແຈ​ກ່າວວ່າ ພົນລະ​ເຮືອນ​ອາດ​ຖືກ​ລູກປືນ​ທີ່​ຍິງ​ມາ​ຈາກ​ເຮືອບິນ​ຂອງ​ສະຫະລັດ.

ທ່ານ Jeff Davis ​ໂຄສົກ​ຂອງ​ທຳນຽບຫ້າ​ແຈ ​ໃຫ້ການ​ຢືນຢັນ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ​ແມ່ຍິງ​ແມ່ນ​ຮວມຢູ່​ໃນ​ພວກ​ທີ່​ທຳ​ການ​ສູ້​ລົບ ​ໃນ​ລະຫວ່າງ​ອັນ​ທີ່​ທ່ານ ​ເອີ້ນວ່າ “ການ​ຍິງ​ຕໍ່ ສູ້​ກັນ​ຢ່າງ​ຮ້າຍ​ແຮງ” ທີ່​ບັງຄັບ​ໃຫ້​ກຳລັງ​ສະຫະລັດ​ຕ້ອງ​ໄດ້ ຮ້ອງ​ຂໍ​ການ​ສະ​ໜັບສະ​ໜຸນ​ ໃນ​ການ​ລະດົມ​ຍິງ​ຈາກ​ທາງ​ອາກາດ. ທ່ານ Davis ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ໄດ້​ເລືອກ​ເອົາ​ການ​ຍິງ​ຕອບ​ໂຕ້ ຢູ່​ໃນ​ເຂດ​ທີ່​ເຮັດ​ໃຫ້ ພົນລະ​ເຮືອນ​ຕົກ​ຢູ່​ໃນ​ອັນຕະລາຍ.

ໂຄສົກປະຈຳທຳນຽບຂາວ ທ່ານ Sean Spicer ລາຍງານປະຈຳວັນຕໍ່ບັນດານັກຂ່າວ.

ນອກ​ນັ້ນ ທ່ານ Davis ຍັງ​ເວົ້າວ່າ ກຳລັງ​ສະຫະລັດ​ໄດ້​ທຳ​ການ​ບຸກ​ໂຈມ​ຕີ​ເພື່ອ ຍາດ​ເອົາ​ ຂໍ້​ມູນ​ລັບ ກ່ຽວ​ກັບ​ການ​ປະຕິບັດ​ງານ​ທີ່​ອາດ​ມີ​ຂຶ້ນ ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ອາລກາ​ອີ​ດາ ຕໍ່
ສະຫະລັດ.

ທ່ານ Davis ກ່າວ​ວ່າ ​ແຜນການ​ຕົ້ນຕໍ​ແມ່ນ​ເຂົ້າ​ໄປ ບຸກ​ໂຈມ​ຕີ ​ເອົາຂໍ້​ມູນ​ແ​ລ້ວ ກໍ​ຖອນ​ອອກ​ມາ.

ສົບ​ຂອງ​ໜ່ວຍ​ກ້າ​ຕາຍ Navy SEAL ຂອງ​ສະຫະລັດ ທ້າວ Ryan Owens ​ໄດ້​ຖືກ​ສົ່ງ​ມາ​ເຖິງຖານ​ທັບ​ອາ​ກາດ Dover ບ່ອນ​ທີ່​ປະທານາທິບໍດີ​ດໍ​ໂນ​ລ ທຣຳ ​ໄດ້​ໄປ​ມີໜ້າ​ເພື່ອ ​ສະ​ແດງ​ຄວາມ​ເຄົາລົບ​ໂດຍ​ບໍ່​ມີ​ການ​ປະກາດ​ລ່ວງ​ໜ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ