ບົດລາຍງານການທົບທວນຄືນທຳນຽບຫ້າແຈ ພົບວ່າ ການກະທຳບໍ່ບົກຜ່ອງ ໃນການໂຈມຕີຜິດພາດຕໍ່ເປົ້າໝາຍໃນອັຟການິສຖານ

ພາບນີ້ຖ່າຍເມື່ອວັນທີ 29 ສິງຫາ 2021, ໃຫ້ເຫັນວ່າ ຊາວອັຟການິສຖານ ກວດເບິ່ງ ຄວາມເສຍຫາຍຕໍ່ເຮືອນຂອງຄອບຄົວທ່ານອາມາດີ ຫຼັງຈາກການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ຫຼືໂດຣນ ຂອງສະຫະລັດ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ.

ບົດລາຍງານທົບທວນຄືນທຳນຽບຫ້າແຈທີ່ເປັນອິດສະລະ ໄດ້ສະຫລຸບວ່າ ການໂຈມຕີຂອງເຮືອບິນບໍ່ມີຄົນຂັບຫຼືໂດຣນຂອງສະຫະລັດ ທີ່ໄດ້ສັງຫານພວກ ພົນລະເຮືອນແລະເດັກນ້ອຍໃນນະຄອນຫຼວງກາບູລ ເມື່ອບໍ່ເທົ່າໃດວັນສຸດທ້າຍ ກ່ອນ​ສົງຄາມອັຟການິສຖານສິ້ນ​ສຸດ​ລົງນັ້ນ ແມ່ນບໍ່ໄດ້ເກີດມາຈາກການ ກະທຳທີ່ຜິດພາດ ຫຼືການລະເລີຍແຕ່​ຢ່າງ​ໃດ ແລະບົດທົບທວນນີ້ບໍ່ໄດ້ແນະນຳ ໃຫ້ເອົາໂທດທາງວິໄນໃດໆ ອີງຕາມອົງການຂ່າວເອພີທີ່ໄດ້ຮູ້ເລື້ອງນີ້ມາ.

ບົດທົບທວນຄືນທີ່​ເຮັດໂດຍພົນໂທແຊມມີ ເຊດ (Sami Said) ຂອງກອງທັບ ອາກາດ ພົບວ່າມີການເຂົ້າໃຈຜິດໃນການສື່ສານກັນ ແລະມີ​ການ​ຂັດ​ຂ້ອງ ໃນ ຂັ້ນຕອນຂອງການລະບຸໂຕແລະຢັ້ງຢືນເປົ້າໝາຍຂອງການວາງລະເບີດ ອີງຕາມການກ່າວ ຂອງເຈົ້າໜ້າທີ່ອາວຸໂສໃນກະຊວງປ້ອງກັນປະເທດທີ່ ຮູ້ກ່ຽວ​ກັບບົດລາຍງານດັ່ງກ່າວດີ. ທ່ານເຊດ ໄດ້ສະຫລຸບວ່າ ຄວາມຜິດພາດໃນການ ໂຈມຕີໄດ້ເກີດຂຶ້ນ ເຖິງແມ່ນວ່າຈະມີມາດຕະການທີ່ຮອບຄອບໃນການ ປ້ອງກັນບໍ່ໃຫ້ມີການເສຍຊີວິດຂອງພົນລະເຮືອນຢູ່​ກໍຕາມ ດັ່ງທີ່ເຈົ້າໜ້າທີ່ທ່ານນີ້ ກ່າວທີ່ກ່າວໂດຍບໍ່​ປະ​ສົງ​ບອກ​ນາມ​ໃນ​ການສົນທະນາກ່ຽວກັບບົດລາຍງານ ທີ່ຍັງບໍ່ທັນໄດ້ຖືກເປີດເຜີຍເທື່ອ.

ໃນຖານະເປັນຜູ້ກວດກາຂອງກອງທັບອາກາດ ທ່ານເຊດ ກໍບໍ່ໄດ້ມີສ່ວນກ່ຽວ ຂ້ອງໂດຍກົງກັບປະຕິບັດການໃນອັຟການິສຖານ ແລະສະນັ້ນກໍຖືວ່າ ເປັນຜູ້ພິພາກສາທີ່ເປັນອິດສະລະກ່ຽວກັບເລື້ອງນີ້.

ບົດທົບທວນຄືນຂອງທ່ານເຊດ ໄດ້ກ່າວວ່າ ການໂຈມຕີຂອງເຮືອບິນໂດຣນ ຕ້ອງໄດ້ຮັບການພິຈາລະນາໂດຍ​ອີງ​ໃສ່ຊ່ວງເວລາຂອງສະພາບການນັ້ນ ຂະນະ ທີ່ກອງກຳລັງສະຫະລັດຢູ່ພາຍໃຕ້ຄວາມຕຶງຄຽດຢູ່ນັ້ນ ໂດຍທີ່ມີຂໍ້ມູນຫລັ່ງໄຫລ ເຂົ້າມາຕະ​ຫລອດ ກ່ຽວກັບໄພຂົ່ມຂູ່ຕໍ່ພວກທະຫານ ແລະພົນລະເຮືອນຢູ່ທີ່ ສະໜາມບິນກາບູລ ພຽງບໍ່ເທົ່າໃດວັນຫຼັງຈາກມີການໂຈມຕີລະເບີດສະຫຼະຊີບ. ຊາວອັຟການິສຖານຫຼາຍພັນຄົນໄດ້ພາກັນຫລັ່ງເຂົ້າໄປໃນສະໜາມບິນ ເພື່ອພະ ຍາຍາມທີ່ຈະໜີອອກຈາກປະເທດ ຫຼັງຈາກກຸ່ມຕາລີບານໄດ້ເຂົ້າກຳອຳນາດ.

ອີງຕາມເຈົ້າໜ້າທີ່ດັ່ງກ່າວແລ້ວ ທ່ານເຊດ ໄດ້ພົບເຫັນວ່າ ການສື່ສານທີ່ດີກວ່າ ເກົ່າລະຫວ່າງພວກຄົນທີ່ຕັດສິນໃຈທຳການໂຈມຕີ ແລະພວກພະນັກງານ ສະໜັບສະໜຸນຄົນອື່ນໆ ອາດພາໃຫ້ເກີດຄວາມສົງໄສຫຼາຍຂຶ້ນ ກ່ຽວກັບ ການໂຈມຕີດ້ວຍລະເບີດດັ່​ງ​ກ່າວ ແຕ່ໃນທີ່ສຸດແລ້ວ ມັນກໍອາດຈະບໍ່ສາມາດຫຼີກ ລ້ຽງໄດ້.

ທ່ານເຊດ ໄດ້ຖືກຮ້ອງຂໍໃຫ້ສືບສວນສອບສວນ ການໂຈມຕີດ້ວຍໂດຣນ ຕໍ່ລົດເກັງ Toyota ລຸ້ນ Corolla ສີຂາວ ເມື່ອວັນທີ 29 ສິງຫາ ຊຶ່ງໄດ້ສັງ ຫານ ທ່ານ ເຊເມີໄຣ ອາມາດີ (Zemerai Ahmadi) ແລະສະມາຊິກຄອບຄົວ 9 ຄົນ ທີ່ລວມມີເດັກນ້ອຍ 7 ຄົນ. ທ່ານອາມາດີ ອາຍຸ 37 ປີ ເປັນພະນັກ ງານຂອງອົງການມະນຸດສະທຳຂອງອາເມຣິການ ມາຍາວນານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ