ຄະນະລັດຖະບານຂອງທ່ານທຣໍາ ໄດ້ຂໍໃຫ້ກອງທັບສະຫະລັດຊ່ວຍ ເອົາທີ່ພັກອາໄສໃຫ້
ແກ່ພວກຄົນເຂົ້າເມືອງ ທີ່ບໍ່ມີເອກະສານຫລາຍພັນຄົນ ຊຶ່ງລວມທັງ ເດັກນ້ອຍທີ່ໄດ້ຂ້າມ
ຊາຍແດນສະຫະລັດຢ່າງຜິດກົດໝາຍໂດຍບໍ່ມີຜູ້ໃຫຍ່ມານໍານັ້ນ. ສໍາລັບທໍານຽບຫ້າແຈ
ແລ້ວ ການຮ້ອງຂໍດັ່ງກ່າວແມ່ນບໍ່ເປັນເລື້ອງໃໝ່ແຕ່ຢ່າງໃດເລີຍ.
ທ່ານ ທອມ ຄຣັສຊັນ (Tom Crosson) ກ່າວຕໍ່ວີໂອເອວ່າ "ກະຊວງປ້ອງກັນປະເທດ ມີ
ປະຫວັດ ໃນການໃຫ້ຄວາມຊ່ວຍເຫລືອແກ່ຜູ້ຮ່ວມງານລະຫວ່າງອົງການຕ່າງໆ ເພື່ອ
ຊ່ວຍໃຫ້ພວກເຂົາເຈົ້າ ປະຕິບັດງານຢ່າງສໍາເລັດຜົນໄດ້."
ພຽງແຕ່ຢູ່ໃນສະໄໝລັດຖະບານຂອງທ່ານໂອບາມາເທົ່ານັ້ນ ທະຫານໄດ້ໃຫ້ທີ່ພັກອາໄສ
ແກ່ຄົນເຂົ້າເມືອງ ທີ່ເປັນເດັກນ້ອຍບໍ່ມີຜູ້ໃຫຍ່ມານໍາເກືອບຮອດ 16,000 ຄົນ ຢູ່ໃນຄ້າຍ
ທະຫານ 5 ແຫ່ງ ພາຍຫລັງທີ່ພວກເຂົາໄດ້ຖືກກັກຂັງໂດຍໜ່ວຍລາດຕະເວນຂອງສະຫະລັດ.ຄ້າຍຕ່າງໆເຫລົ່ານັ້ນໄດ້ແກ່ຄ້າຍທະຫານອາກາດ Lackland, ຊຶ່ງເປັນຄ້າຍ
ທະຫານຮ່ວມແຊນແອນໂຕນິໂອ (San Antonio) ໃນລັດເທັກຊັສ, ຄ້າຍທະຫານເຮືອ
ຢູ່ເວນຕົວຣາຄາວຕີ (Ventura County) ໃນລັດຄາລິຟໍເນຍ, ຄ້າຍຟອດຊີລ
(Fort Sill) ໃນລັດໂອກລາໂຮມາ, ຄ້າຍທະຫານອາກາດ ໂຮໂລແມນ (Holloman) ຢູ່
ນີວແມັກຊິໂກ ແລະຄ້າຍຟອດບລິສ (Fort Bliss), ຊຶ່ງເປັນຄ້າຍທະຫານແຫ່ງນຶ່ງໃນ
2 ແຫ່ງຢູ່ລັດເທັກຊັສ ທີ່ຄະນະລັດຖະບານ ໃນປັດຈຸບັນໄດ້ເລືອກເອົາ ເພື່ອໃຫ້ເປັນບ່ອນ
ຢູ່ອາໄສຂອງພວກຄົນເຂົ້າເມືອງ ທີ່ຖືກກັກຂັງໄວ້.
ລົດກໍາລັງລໍຖ້າເຂົາໄປໃນຄ້າຍ Fort Bliss ຢູ່ໃນເມືອງ El Paso ຂອງລັດເທັກຊັສ
ທ່ານ ມາກກຣີນເບີກ (Mark Greenberg), ອະດີດຜູ້ຊ່ວຍລັດຖະມົນຕີ ດ້ານການ
ບໍລິຫານເດັກນ້ອຍ, ຊາວໜຸ່ມ, ແລະຄອບຄົວ ໃນສະໄໝລັດຖະບານທ່ານໂອບາມາ ເວົ້າວ່າກະຊວງຂອງທ່ານ ຂໍໃຫ້ກອງທັບຊ່ວຍເຫລືອຕັ້ງຫລາຍຄັ້ງ ພາຍຫລັງທີ່ມີຄົນ
ເຂົ້າມາຊາຍແດນ "ທີ່ມີຈໍານວນເພີ້ມຂຶ້ນເປັນຈໍານວນຫລວງຫລາຍ, ແບບກະທັນຫັນ,
ແບບບໍ່ຄາດຄິດມາກ່ອນ.”
ທ່ານກ່າວ”ຕໍ່ວີໂອເອວ່າ "ແຕ່ກ່ອນຕົວເລກຂອງເດັກນ້ອຍເຂົ້າເມື່ອງທີ່ມາຮອດຊາຍ
ແດນໂດຍບໍ່ມີຜູ້ໃຫຍ່ມານໍາ ໃນແຕ່ລະເດືອນເຄີຍຢູ່ໃນລະຫວ່າງ 2,000-3,000 ຄົນ
ບັດນີ້ໄດ້ເພີ້ມຂຶ້ນເປັນ 10,000 ຄົນໃນແຕ່ລະເດືອນ."
ລົດບັນທຸກຄັນນຶ່ງແລ່ນຜ່ນປະຕູໂຂງຢູ່ຄ້າຍ Fort Dix ຢູ່ໃກ້ເມືອງ Wrightstown ລັດນີວເຈີຊີໃນວັນທີ 8 ພຶດສະພາ 2007