ກອງທັບສະຫະລັດໄດ້ຍິງລູກສອນໄຟຈຳນວນນຶ່ງ ເຂົ້າໄປໃນຊີເຣຍໃນຕອນເຊົ້າວັນ
ສຸກມື້ນີ້ ເພື່ອເປັນການຕອບໂຕ້ ຕໍ່ການໂຈມຕີດ້ວຍອາວຸດເຄມີ ທີ່ມີການຖິ້ມໂທດໃສ່
ກຳລັງຂອງປະທານາທິບໍດີ Bashar al-Assad ທີ່ໄດ້ສັງຫານພົນລະເຮືອນປະມານ
100 ຄົນ. ນີ້ເປັນເທື່ອທຳອິດ ທີ່ສະຫະລັດ ໂຈມຕີໂດຍກົງຕໍ່ກຳລັງລັດຖະບານຊີເຣຍ.
ກຳລັງສະຫະລັດ ກ່າວວ່າໄດ້ແນໃ່ສ່ເປົ້າໝາຍເດີ່ນເຮືອບິນ Shayrat ພາກຕາເວັນຕົກຂອງຊີເຣຍ.
ຣັດເຊຍ ທີ່ໄດ້ສະໜອງກຳລັງທະຫານແລະໃຫ້ການສະໜັບສະໜູນທາງອາກາດ ແກ່ລັດຖະບານຊີເຣຍ ໄດ້ປະນາມການໂຈມຕີທາງທະຫານຂອງສະຫະລັດໂດຍຮ້ອງວ່າ
“ເປັນການຮຸກຮານຕໍ່ປະເທດທີ່ມີອະທິປະໄຕ” ແລະກ່າວອີກວ່າ ຕົນໄດ້ໂຈະການປະ
ຕິບັດບົດບັນທຶກຄວາມເຂົ້າໃຈກັບສະຫະລັດ ກ່ຽວກັບການບິນຢ່າງ ປອດໄພ ເໜືອ
ນ່ານຟ້າຊີເຣຍ.
Your browser doesn’t support HTML5
President Trump's Statement on US Missile Strikes on Syria
ລູກສອນໄຟ cruise Tomahawk 59 ລູກ ທີ່ນຳທິດທາງໂດຍດາວທຽມ ໄດ້ເລີ້ມຍິງ
ໂຈມຕີ ປະມານ 4 ໂມງ 40 ຕອນເຊົ້າ ຕາມເວລາທ້ອງຖິ່ນ ຈາກກຳປັ່ນລົບສະຫະລັດ
USS Rossand USS Porter ທີ່ໄດ້ສົ່ງໄປປະຈຳການຢູ່ໃນພາກຕາເວັນອອກຂອງ
ທະເລ Mediterranean. ການຍິງລູກສອນໄຟໄດ້ໃຊ້ເວລາຢູ່ສາມຫາສີ່ນາທີ ອີງຕາມ
ຄຳເວົ້າຂອງເຈົ້າໜ້າທີ່ສະຫະລັດ.
ກ່າວກັນວ່າກຳລັງສະຫະລັດ ໄດ້ແນເປົ້າໝາຍໃສ່ເດີ່ນເຮືອບິນ Shayrat ຢູ່ໃນພາກ
ຕາເວັນຕົກຂອງຊີເຣຍ. ເຈົ້າໜ້າທີ່ກອງທັບເຮືອສະຫະລັດກ່າວຕໍ່ ວີໂອເອ ວ່າ ເດີ່ນ
ເຮືອບິນໄດ້ເປັນເປົ້າໝາຍ ເພາະວ່າເປັນບ່ອນທີ່ມີຄວາມເປັນໄປໄດ້ສູງ ໃນການໃຊ້
ໂຈມຕີດ້ວຍອາວຸດເຄມີ ຕໍ່ເມືອງອັນເປັນທີ່ໝັ້ນຂອງພວກຕໍ່ຕ້ານລັດ ຖະບານໃນ
ວັນອັງຄານມາ.
ລູກສອນໄຟ cruise Tomahawk ທີ່ນຳທາງໂດຍດາວທຽມ ຈາກກຳປັ່ນລົບສະຫະລັດ USS Porter ໃນທະເລ Mediterranean.
ລັດຖະມົນຕີກະຊວງຕ່າງປະເທດສະຫະລັດ ທ່ານ Rex Tillerson ກ່າວຕໍ່ບັນດາ
ນັກຂ່າວໃນຕອນແລງວັນພະຫັດວານນີ້ວ່າ “ພວກເຮົາມີຄວາມໝັ້ນໃຈຢ່າງສູງທີ່ການ
ໂຈມຕີ ແມ່ນເປັນການປະຕິບັດງານພາຍໃຕ້ເຮືອບິນ ທີ່ໄດ້ຮັບຄຳສັ່ງຈາກ ອຳນາດ
ການປົກຄອງ Bashar al-Assad. ພວກເຮົາມີຄວາມໝັ້ນໃຈສູງ ທີ່ການໂຈມຕີນີ້
ພົວພັນກັບການໃຊ້ແກັສທຳລາຍປະສາດຊາຣິນ.”
ປະທານປະເທດຈີນ ແລະສະຕີໝາຍເລກນຶ່ງ ທ່ານນາງ Peng Liyuan ຮ່ວມຮັບປະ
ທານອາຫານຄໍ່າ ເປັນເຈົ້າພາບໂດຍ ປະທານາທິບໍດີ Donald Trump.
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ Rex Tillerson ກ່າວຕໍ່ກອງປະຊຸມນັກຂ່າວ.
ທ່ານ Tillerson ກ່າວວ່າ ມັນມີຄວາມສຳຄັນທີ່ຈະຕ້ອງເອົາມາດຕະການຕໍ່ຜູ້ນຳ
ຊີເຣຍ ເພາະວ່າ “ໃນຂະນະທີ່ ທ່ານ Assad ຍັງສືບຕໍ່ໃຊ້ອາວຸດເຄມີ ໃນການໂຈມ
ຕີເຫລົ່ານີ້ ທີ່ບໍ່ມີການຕອບໂຕ້ ບໍ່ມີການຕອບໂຕ້ຈາກປະຊາຄົມສາກົນ ຜູ້ກ່ຽວດ້ວຍ
ເຫດນີ້ ຈຶ່ງຖືວ່າເປັນປົກກະຕິ ໃນການໃຊ້ອາວຸດເຄມີ ທີ່ອາດຈະມີຮັບເອົາຈາກ
ຜູ້ອື່ນໆນັ້ນ.
ຮູບພາບເຜີຍແຜ່ໂດຍ ພວກຕໍ່ຕ້ານລັດຖະບານ ສະແດງໃຫ້ເຫັນຜູ້ຊາຍຄົນນຶ່ງ ອູ້ມເດັກນ້ອຍທີ່ສົງໄສວ່າຖືກໂຈມຕີດ້ວຍອາວຸດເຄມີ.
ທ່ານກ່າວເພີ້ມອີກວ່າ ຈຳເປັນຕ້ອງໄດ້ມີການເອົາມາດຕະການ “ເພື່ອໃຫ້ເປັນທີ່ຈະ
ແຈ້ງວ່າ ອາວຸດເຄມີເຫລົ່ານີ້ ຍັງສືບຕໍ່ເປັນການລະເມີດຕໍ່ຫລັກການສາກົນ.”
ບັນດາຜູ້ເຄາະຣ້າຍ ທີ່ສົງໄສວ່າ ຖືກໂຈມຕີດ້ວຍອາວຸດເຄມີ ຢູ່ເມືອງ Khan Sheikhoun ແຂວງ Idlib ປະເທດ Syria.
ທີ່ປຶກສາຄວາມໝັ້ນຄົງ ທ່ານ H.R McMaster ກ່າວວ່າ ການໂຈມຕີນີ້ແມ່ນ ໄດ້ຫລີກ
ລ່ຽງຕໍ່ສາງທີ່ຕັ້ງຢູ່ຖານທັບອາກາດບ່ອນພວກເຈົ້າໜ້າທີ່ສະຫະລັດເຊື່ອວ່າອາວຸດເຄມີ
ຊາຣິນ ເກັບຮັກສາໄວ້ຢູ່ທີ່ນັ້ນ.T
ນາງ Aya Fadl ນອນໃສ່ໜ້າກາກຫາຍໃຈ ຫລັງຈາກການໂຈມຕີ ທີ່ເມືອງ Khan Sheikhoun.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
US Syria Strike