ທຳນຽບຫ້າແຈ ກ່າວວ່າ ລັດຖະມົນຕີປ້ອງກັນປະເທດ ລອຍ ອອສຕິນ ໄດ້ຮັບການປິ່ນປົວມະເຮັງໃນຕ່ອມນ້ຳກາມ

  • ວີໂອເອ

ແຟ້ມພາບ - ລັດຖະມົນຕີປ້ອງກັນປະເທດ ທ່ານ ລອຍ ອັອສຕິນ ເຂົ້າຮ່ວມພິທິໃນ ນະຄອນຫຼວງໂຊລ ຂອງເກົາຫຼີໃຕ້ ໃນວັນທີ 13 ພະຈິກ 2023.

ທຳນຽບຫ້າແຈ ໄດ້ຮັບຮູ້ໃນວັນອັງຄານວານນີ້ວ່າ ລັດຖະມົນຕີປ້ອງກັນປະເທດ ທ່ານລອຍ ອອສຕິນ (Lloyd Austin) ໄດ້ຮັບການປິ່ນປົວມະເຮັງໃນ​ຕ່ອມ​ນ້ຳກາມ ແລະວ່າການເຂົ້າຮັກສາໃນໂຮງຫມໍເມື່ອມໍ່ໆນີ້ຂອງທ່ານແມ່ນເປັນຜົນມາຈາກອາການແຊກຊ້ອນ ຈາກທໍ່​ປັດ​ສະ​ວະ​ອັກ​ເສບຫຼັງຈາກການຜ່າຕັດຕ່ອມ​ນ້ຳ​ກາມຂອງທ່ານ.

"ການ​ອັກ​ເສບຂອງທ່ານບໍ່ມີແລ້ວ. ທ່ານມີອາການດີຂຶ້ນເລື້ອຍໆ, ແລະພວກເຮົາຄາດວ່າ ຈະຟື້ນຕົວໄດ້ຢ່າງສົມບູນ, ເຖິງແມ່ນວ່ານີ້ອາດຈະເປັນຂະບວນການທີ່ຊ້າກໍຕາມ, "ໂຄສົກທຳນຽບຫ້າແຈ ພົນຈັດຕະວາແພັດ ຣາຍເດີ (Pat Ryder) ກ່າວຕໍ່ນັກຂ່າວໃນວັນອັງຄານ ຢູ່ທີ່ທຳນຽບຫ້າແຈ.

ທ່ານອອສຕິນ ບໍ່ໄດ້ບອກປະທານາທິບໍດີ ໂຈ ໄບເດັນ ກ່ຽວກັບມະເຮັງຂອງທ່ານ ຈົນເຖິງຕອນເຊົ້າວັນອັງຄານ, ຫຼາຍກວ່າສອງອາທິດຫຼັງຈາກຂັ້ນຕອນການຮັກສາ ໃນຊ່ວງທ້າຍເດືອນທັນວາຂອງທ່ານ ແລະແປດມື້ນັບຕັ້ງແຕ່ທ່ານຖືກສົ່ງໂຕໄປໂຮງຫມໍ ໃນວັນປີໃຫມ່, ໂຄສົກສະພາຄວາມຫມັ້ນຄົງແຫ່ງຊາດ ທ່ານຈອນ ເຄີບີ (John Kirby) ກ່າວ.

ທ່ານອອສຕິນ ໄດ້ໂອນສິດອໍານາດໄປໃຫ້ຮອງຂອງທ່ານ ໃນວັນທີ 2 ມັງກອນ ໂດຍບໍ່ມີການອະທິບາຍ, ເຊິ່ງເປັນສິ່ງທີ່ທຳນຽບຫ້າແຈ ເວົ້າວ່າສາມາດເກີດຂື້ນໄດ້ ດ້ວຍຫຼາຍໆເຫດຜົນຕາມປົກະຕິ. ທີມງານຂອງ ທ່ານອອສຕິນ ບໍ່ໄດ້ແຈ້ງ ໃຫ້ທ່ານໄບເດັນ ຫຼືຮອງລັດຖະມົນຕີປ້ອງກັນປະເທດ ທ່ານນາງແຄັດລີນ ຮິກສ໌ (Kathleen Hicks) ຮູ້ ກ່ຽວກັບການເຂົ້າໂຮງໝໍ ເປັນເວລາສາມມື້ ຂອງທ່ານ ອອສຕິນ, ແລະ ທຳນຽບຫ້າແຈ ບໍ່ໄດ້ແຈ້ງໃຫ້ປະຊາຊົນຮູ້ວ່າ ທ່ານອອສຕິນ ຢູ່ໃນໂຮງຫມໍ ເປັນເວລາສີ່ມື້.

ອ່ານຂ່າວນີ້ເປັນພາສາອັງກິດ