ຫົວໜ້າ ກະຊວງປ້ອງກັນປະເທດ ໄລ່ຜູ້ຊ່ວຍທາງທະຫານ ສູງສຸດ ອອກ

ນາຍພົນຈັດຕະວາ ສະຫະລັດ Ron Lewis, ຊ້າຍ, ທີ່ເຫັນຢູ່ກັບ ລັດຖະມົນຕີ ປ້ອງກັນປະເທດ ທ່ານ Ash Carter.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ທ່ານ Ash Carter ​ໄດ້​ໄລ່​ຜູ້​ຊ່ວຍ
ທາງ​ທະຫານ​ສູງ​ສຸດ​ຂອງ​ທ່ານ ອອກຈາກ​ໜ້າທີ່ ​ໃນ​ວັນ​ພະຫັດ​ວານ
​ນີ້ ຫລັງ​ຈາກ​ທ່ານ​ຮູ້​ກ່ຽວ​ກັບ “ການ​ກ່າວ​ຫາ ໃນ​ຄວາມ​ປະ​ພຶດ”
ຕ້ານນາບ​ພົນໂທຈັດຕະວາ Ron Lewis.

ທ່ານ Carter ​ໄດ້​ອອກ​ຖະ​ແຫລ​ງການ​ສັ້ນໆ ກ່າວ​ວ່າ ທ່ານ​ໄດ້
ມອບ​ເລື້ອງ​ດັ່ງກ່າວ​ໃຫ້​ແກ່ ຫ້ອງການ​ສືບສວນ​ທົ່ວ​ໄປ​ຂອງ ທຳ
ນຽບຫ້າ​ແຈ ​ແລະ​ທ່ານ​ມີ​ຄວາມ​ໝັ້ນ​ໃຈ​ວ່າ ຄວາ​ມສາມາດ​ຂອງ​
ຜູ້​ສືບສວນ ຈະ​ພິຈາລະນາ​ເຖິງ​ຄວາມ​ຈິງ.

ບໍ່​ມີ​ລາຍ​ລະອຽດ​ວ່າ ນາຍ​ພົນ Lewis ​ໄດ້​ຖືກ​ກ່າ​ວຫາ​ວ່າ​ເຮັດ​ຫຍັງ.
​ ເຈົ້າ​ໜ້າ​ທີ່ ທຳນຽບຫ້າ​ແຈ ຄົນ​ໜື່ງກ່າວ​ວ່າ ທ່ານ Carter ​ໄດ້​ຖືກ​ສະ​ເໜີ​ດ້ວຍ​ການ​ກ່າວ​ຫາ ​ໃນວັນ​ອັງຄານ​ທີ່​ຜ່ານ​ມາ ​ແລະ​ໄດ້​ເອົາບາດກ້າວ​ທີ່​ຕຶ່ນຕົກ​ໃຈ.

“ຂ້າພະ​ເຈົ້າ ຄາດໝາຍ​ສູງ​ສຸດ ​ໃນ​ພື້ນ​ຖານ​ການ​ປະຕິ​ບັດ ຈາກ​ບັນດາ​ຜູ້​ຊາຍ ​ແລະ​ຜູ້ຍິງ
ຢູ່​ໃນ​ກະຊວງ​ນີ້ ​ໂດຍ​ສະ​ເພາ​ະ ຈາກ​ບັນດາ​ຜູ້​ທີ່​ຮັບ​ໃຊ້​ຢູ່​ໃນ​ໜ້າ​ທີ່​ສູງ​ສຸດ” ທ່ານ Cater
ກ່່າວ​ວ່າ “ບໍ່​ມີ​ບ່ອນ​ຍົກ​ເວັ້ນ​ໄດ້.”

ທ່ານ Lewis ​ແມ່ນ​ນາຍ​ພົນ​ສາມ​ດາວ ຜູ້​ທີ່​ໄດ້​ຮັບ​ໃຊ້​ສາມ​ເທື່ອໃນ​ສະໜາມ​ລົບ ​ໃນ​ໜ້າ​ທີ່
​ເປັນ​ຜູ້​ບັນຊາ​ການ​ ​ແລະ​ເປັນ​ນັກ​ບິນ​ໂຈມ​ຕີ​ເຮ​ລິ​ຄອບ​ເຕີ ​ໃນ​ອີຣັກ ​ແລະ ອັຟກາ​ນິສຖານ.